ໃນການຕ້ອນຮັບ, ທ່ານ ຟ້າມຢາຕຸກ ເນັ້ນໜັກວ່າ: ການຮ່ວມມືເສດຖະກິດແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ. ວົງເງິນການຄ້າສອງຝ່າຍມຸ່ງໄປເຖິງເປົ້າໝາຍ 18 ຕື້ໂດລາ ກ່ອນປີ 2028, ການລົງທຶນຂອງ ອິນໂດເນເຊຍ ເຂົ້າ ຫວຽດນາມ ເພີ່ມຂຶ້ນໃນປີ 2026 ໃນຂະນະທີ່ບັນດາວິສາຫະກິດ ຫວຽດນາມ ສືບຕໍ່ເປີດກວ້າງການລົງທຶນ, ດຳເນີນທຸລະກິດ ຢູ່ ອິນໂດເນເຊຍ.
ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວ, ການບິນ, ວັດທະນະທໍາ ສືບຕໍ່ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ. ທ່ານ ຟ້າມຢາຕຸກ ສະເໜີສອງຝ່າຍ ເພີ່ມທະວີການຊຸກຍູ້ບັນດາໂຄງການຮ່ວມມືໃນຂົງເຂດໃໝ່ທີ່ມີທ່າແຮງບົ່ມຊ້ອນຄື: ອຸດສາຫະກຳ Halal, ຄົ້ນຄວ້າວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ດ້ານພະລັງງານ.
ຄໍາເຫັນ