ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ
ພິທີ ມອບ-ຮັບ ອຸປະກອນໄອທີຈາກຄະນະຈັດຕັ້ງສູນກາງພັກ ໃຫ້ແກ່ຄະນະກຳມະການປົກຄອງ 44 ຕາແສງ ຂອງ​ແຂວງ​ຄຳ​ມ່ວນລວມມູນຄ່າກວ່າ 44 ລ້ານກີບ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ແຂວງ, ໃຫ້ກຽດມອບໂດຍ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມຄະນະ ແລະ ປະທານຕາແສງພາຍໃນແຂວງເຂົ້າຮ່ວມ.
ມອບອປະກອນໄອທ ໃຫ 44 ຕາ​ແສງຂອງ​ແຂວງ​ຄຳ​ມວນ - image 1
 

ອຸປະກອນທີ່ມອບປະກອບມີ ຄອມພິວເຕີ້ໂນດບຸກ, ເຄື່ອງພິມ ແລະ ແທັບເລັດ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ CRVS ຂອງທະນາຄານໂລກ (World Bank) ເພື່ອເສີມສ້າງປະສິດທິພາບວຽກງານບໍລິຫານຂັ້ນຕາແສງ.

ໂອກາດນີ້ ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວຂອບໃຈຕໍ່ຄະນະຈັດຕັ້ງສູນກາງພັກ ແລະ ຜູ້ສະໜັບສະໜູນ ພ້ອມທັງເນັ້ນໃຫ້ຄະນະນຳ ແລະ ພະນັກງານຕາແສງນຳໃຊ້ອຸປະກອນໃຫ້ຖືກຕ້ອງ, ຄຸ້ມຄ່າ ແລະ ຮັກສາໃຫ້ດີ, ພ້ອມທັງຮຽນຮູ້ ແລະ ຍົກລະດັບທັກສະດ້ານໄອທີ ເພື່ອນຳໃຊ້ເຂົ້າໃນວຽກງານຕົວຈິງ.

ການສະໜອງອຸປະກອນຄັ້ງນີ້ ຈະຊ່ວຍປັບປຸງການຈັດເກັບຂໍ້ມູນ, ຫຼຸດຜ່ອນການໃຊ້ເອກະສານ, ເພີ່ມຄວາມວ່ອງໄວໃນການປະມວນຜົນ ແລະ ລາຍງານຂໍ້ມູນ, ພ້ອມທັງອຳນວຍຄວາມສະດວກໃນການບໍລິການປະຊາຊົນໃຫ້ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິພາບຍິ່ງຂຶ້ນ.

ຂ່າວ: ມະນີວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ​ພ​ຂ ອຸ​ດົມ​ໄຊດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ສ​ພ​ຂ ອຸ​ດົມ​ໄຊດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອຸດົມໄຊ ຊຸດທີ V ໄດ້ເປີດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ພາຍໃຕ້ການເປັນປະທານ ທ່ານ ບຸນຄົງ ຫຼ້າຈຽມພອນ ເລ​ຂາ​ພັກ​ແຂວງປະທານສະພາປະຊາຊົນແຂວງອຸດົມໄຊ, ມີການນຳແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ ແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະ​ຫາຍພົນ​ເອກວິ​ໂລຫຼ້າ​ຄຳ​ຟອງຕິດຕາມການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XII ຂອງພັກ ຢູ່ແຂວງຄຳມ່ວນ

ສະ​ຫາຍພົນ​ເອກວິ​ໂລຫຼ້າ​ຄຳ​ຟອງຕິດຕາມການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XII ຂອງພັກ ຢູ່ແຂວງຄຳມ່ວນ

ໃນວັນທີ 24 ພະຈິກ 2026 ສະຫາຍ ​ພົນ​ເອກວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ລົງຕິດຕາມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ກໍຄືຜົນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ປະຈໍາປີ 2026 ຂອງແຂວງຄໍາມ່ວນ.
ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ວັນທີ 20 ພະຈິກຜ່ານມາ, ໜ່ວຍສິລະປະສະໝັກຫຼິ້ນ ກອງພົນທີ 4 ໄດ້ເລີ່ມຕົ້ນຝຶກຊ້ອມການສະແດງ ເພື່ອກຽມສະແດງຮັບໃຊ້ໃນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 78 ປີ ທີ່ຈະມາເຖິງນີ້, ໂດຍການຊີ້ນໍາຂອງສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ພິທີເປີດນຳໃຊ້ເສັ້ນທາງເບຕົງເສີມເຫຼັກຕົວແບບຊາວໜຸ່ມ ຢູ່ເຂດຊາຍແດນລະຫວ່າງ ບ້ານໂພສີ ແລະ ບ້ານມີໄຊ ຕາແສງໄຊຈະເລີນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ມີທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຂັ້ນແຂວງ, ຂັ້ນເມືອງ, ປະຊາຊົນພາຍໃນ 2 ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສ່ວຍສາອາກອນອັດຕະປື ສະຫຼຸບແຜນກໍານົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສ່ວຍສາອາກອນອັດຕະປື ສະຫຼຸບແຜນກໍານົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະ 2021-2025 ແລະ ທິດທາງແຜນການປີ 2026-2030 ຈັດຂຶ້ນໃນວັນທີ 23 ພະຈິກຜ່ານມາ, ທີ່ ພະແນກການເງິນແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະພັກ, ຄະນະນຳ, ພະນັກ ງານ-ລັດຖະກອນ ເຂົ້າຮ່ວມ.
ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່

ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່

ໃນໂອກາດຄົບຮອບ 30 ປີ (21/11/1996-21/11/2026) ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈຶ່ງໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ "ປັບປຸງວາລະສານທິດສະດີການເມືອງການປົກຄອງ ສູ່ຄຸນນະພາບໃໝ່" ເພື່ອລວມລວມສະຕິປັນຍາ, ປຶກສາຫາລື ແລກປ່ຽນບົດຮຽນ ແລະ ກຳນົດທິດທາງການພັດທະນາວາລະສານໃຫ້ມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງຕໍ່ພາລະກິດທາງການເມືອງ, ວິຊາການ ແລະ ການພັດທະນາປະເທດຊາດໃນໄລຍະໃໝ່; ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 24 ພະຈິກ ນີ້ ທີ່ ສມປຊ, ໂດຍການເປັນປະທານຂອງ ທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະນຳສະຖາບັນ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆ, ນັກຄົ້ນຄວ້າ, ນັກຂຽນ ແລະ ບຸກຄະລາກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ

ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ

ວັນທີ 20 ພະຈິກຜ່ານມາ, ກອງພັນໃຫຍ່ 11 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງພັນ, ກອງ ຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ

ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ

ການແຂ່ງຂັນກິລາຕີຄີ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ພະຈິກນີ້, ທີ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງຝ່າຍປະຊາຊົນ ແລະ ຝ່າຍພະນັກງານ-ລັດຖະກອນ ໂດຍມີທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ, ພ້ອມດ້ວຍການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ເພີ່ມເຕີມ