ສປປ ລາວ ມີກໍານົດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງເປັນທາງການ ໃນວັນທີ 24 ພະຈິກ 2026, ໂດຍອີງຕາມຍັດຕິຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ, ສະບັບເລກທີ A/RES/76/8, ລົງວັນທີ 24 ພະຈິກ 2021. ປັດຈຸບັນ, ປະເທດດ້ອຍພັດທະນາ ມີທັງໝົດຈໍານວນ 44 ປະເທດ ຊຶ່ງປະເຊີນກັບອຸປະສັກດ້ານໂຄງສ້າງຕໍ່ການພັດທະນາແບບຍືນຍົງ. ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາແມ່ນອີງໃສ່ 3 ເງື່ອນໄຂ ຄື: ລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI), ດັດສະນີຊັບສິນມະນຸດ (HAI) ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ(EVI).
ການຮັບຮູ້ເຖິງຜົນສໍາເລັດ:
ຕະຫຼອດໄລຍະຜ່ານມາ ສປປ ລາວ ໄດ້ກຳນົດນະໂຍບາຍ ແລະ ຖືເປັນບຸລິມະສິດແຫ່ງຊາດໃນການລຶບລ້າງຄວາມທຸກຍາກ; ນັບແຕ່ປີ 2000 ເປັນຕົ້ນມາ ພັກ-ລັດຖະບານ ສປປ ລາວ ໄດ້ມີຄວາມ ໝາຍໝັ້ນຢ່າງຕັ້ງໜ້າ ແລະ ໄດ້ພະຍາຍາມຢ່າງສຸດຄວາມສາມາດ ເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.
ມາຮອດເດືອນກຸມພາ 2021, ສປປ ລາວ ໄດ້ບັນລຸການປະເມີນຄົບທັງ 3 ເງື່ອນໄຂຂອງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ໄດ້ສືບຕໍ່ຜ່ານເງື່ອນໄຂຕະຫຼອດໄລຍະ5 ປີທີ່ຜ່ານມາ. ຜົນສໍາເລັດນີ້ ໄດ້ສະທ້ອນໃຫ້ເຫັນເຖິງການພັດທະນາຂອງ ສປປ ລາວ ທີ່ດໍາເນີນມາຫຼາຍທົດສະວັດ. ອັດຕາຄວາມທຸກຍາກແຫ່ງຊາດໄດ້ຫຼຸດລົງຈາກ 46% ໃນປີ 1993 ເຫຼືອ 15% ໃນປັດຈຸບັນ. ອັດຕາການເສຍຊີວິດ ຂອງເດັກອາຍຸຕໍ່າກວ່າ 5 ປີ ໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ ຈາກຫຼາຍກວ່າ 100 ຄົນ ຕໍ່ອັດຕາການເກີດ 1,000 ຄົນ ໃນປີ 2000 ເຫຼືອປະມານ 40 ຄົນ ໃນປີ 2022. ພ້ອມດຽວກັນນັ້ນ, ປະຊາຊົນ ສາມາດເຂົ້າເຖິງໄຟຟ້າ ໄດ້ເພີ່ມຂຶ້ນຈາກ 42.6% ເປັນເກືອບ 100%. ອັດຕາການຮູ້ໜັງສືຂອງຜູ້ໃຫຍ່ໄດ້ເພີ່ມຂຶ້ນຈາກຕໍ່າກວ່າ 70% ເປັນ 87.5% ແລະ ຈໍານວນປີສະເລ່ຍຂອງການຮຽນໜັງສື ໄດ້ເພີ່ມຂຶ້ນຈາກ 4.2 ປີ ເປັນເກືອບ 6 ປີ. ຜົນສໍາເລັດເຫຼົ່ານີ້ ໄດ້ມີພື້ນຖານມາຈາກການຂະຫຍາຍຕົວທາງເສດຖະກິດ ໂດຍອັດຕາການຂະຫຍາຍຕົວຂອງເສດຖະກິດຢູ່ທີ່ຕົວສະເລ່ຍ 5.6% ໃນລະຫວ່າງປີ 2015 ຫາ 2025.
ການກະກຽມສຳລັບໄລຍະຂ້າມຜ່ານ:
ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະເປັນການກ້າວເຂົ້າສູ່ໄລຍະຂ້າມຜ່ານຂອງ ສປປ ລາວ ເນື່ອງຈາກບາງມາດຕະການສະໜັບສະໜູນດ້ານການຄ້າ, ການເງິນ ແລະ ການສະໜັບສະໜູນດ້ານວິຊາການໃນຂອບຫຼາຍຝ່າຍ ຈະເລີ່ມຫັນປ່ຽນໄປສູ່ເງື່ອນໄຂທີ່ມີສິດທິພິເສດໜ້ອຍລົງ ຊຶ່ງບາງອັນຈະມີຜົນໃນທັນທີ, ແຕ່ສ່ວນໃຫຍ່ຈະຄ່ອຍໆມີການປ່ຽນແປງໃນແຕ່ລະໄລຍະປະມານ 3 ຫາ 4 ປີ.
ການຂ້າມຜ່ານການອອກຈາກສະຖານະພາບດ້ອຍພັດທະນາແມ່ນການກ້າວເຂົ້າສູ່ເສັ້ນທາງທີ່ ສປປ ລາວ ຍັງບໍ່ທັນຄຸ້ນເຄີຍ ຊຶ່ງໄດ້ຮຽກຮ້ອງໃຫ້ການຊີ້ທິດເຍືອງທາງຢ່າງລະມັດລະວັງ, ມີຄວາມຮູ້ຄວາມຊໍານານ ແລະ ໄດ້ຮັບການສືບຕໍ່ສະໜັບສະໜູນຢ່າງຕໍ່ເນື່ອງຈາກປະຊາຄົມສາກົນ ກໍຄືຄູ່ຮ່ວມພັດທະນາ. ສປປ ລາວ ໄດ້ຖະແຫຼງເຈດຈໍານົງຂອງຕົນຢ່າງຊັດເຈນຕໍ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນເດືອນ ກັນຍາ 2026 ທີ່ຜ່ານມາ ໂດຍຮຽກຮ້ອງໃຫ້ມີມາດຕະການສະໜັບສະໜູນຈາກສາກົນ ໃນໄລຍະຂ້າມຜ່ານທີ່ສາມາດຄາດຄະເນໄດ້ ແລະ ຕໍ່ເນື່ອງ, ລວມທັງ ທຶນທີ່ມີເງື່ອນໄຂຜ່ອນຜັນ ເພື່ອຮັບປະກັນຜົນສໍາເລັດທີ່ຍາດມາໄດ້ ໃນຂະນະທີ່ ສປປ ລາວ ກະກຽມກ້າວເຂົ້າສູ່ຍຸກຫຼັງການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ.
ເພື່ອຮັບມືຕໍ່ກັບການຂ້າມຜ່ານອັນສຳຄັນນີ້, ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາ ແຜນຍຸດທະສາດການ ຂ້າມຜ່ານຢ່າງໂລ່ງລຽນ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (Smooth Transition Strategy – STS) ໃນເດືອນ ທັນວາ 2023, ເຊິ່ງແຜນຍຸດທະສາດດັ່ງກ່າວ ໄດ້ກໍານົດນະໂຍບາຍ ເພື່ອໃຫ້ ສປປ ລາວ ກະກຽມຄວາມພ້ອມທີ່ດີສໍາລັບການຫຼຸດພົ້ນ ແລະ ຮັບມືຕໍ່ກັບຜົນກະທົບ ຫຼື ການປ່ຽນແປງທີ່ຕາມມາ ໃນຂົງເຂດນະໂຍບາຍຫຼັກ ລວມທັງ ຄວາມຍືນຍົງດ້ານເສດຖະກິດມະຫາພາກ, ການເງິນ, ການຄ້າ, ການລົງທຶນ ແລະ ການຫັນປ່ຽນເສດຖະກິດ, ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງໄພພິບັດ, ພ້ອມດ້ວຍບັນດາບູລິມະສິດໃນການຈັດຕັ້ງປະຕິບັດ, ເຊິ່ງໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຄັ້ງທີ 10.
ໃນໄລຍະບໍ່ດົນມານີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຄໍາສັ່ງສະບັບເລກທີ 48/ນຍ, ລົງວັນທີ 6 ສິງຫາ 2026 ໄດ້ສະເໜີໃຫ້ບັນດາກະຊວງຈັດຕັ້ງປະຕິບັດນະໂຍບາຍ 12 ຂໍ້ ທີ່ໄດ້ແນະນໍາໄວ້ໃນບົດປະເມີນຄວາມພ້ອມ ເພື່ອເລັ່ງລັດການວາງມາດຕະການຮອງຮັບຕໍ່ກັບຜົນກະທົບ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຂອງ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໂດຍເຊື່ອມສານເຂົ້າກັບແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລຽນ. ບັນດານະໂຍບາຍເຫຼົ່ານີ້ ຖືກແນະນໍາໃຫ້ພິຈາລະນາຈັດຕັ້ງປະຕິບັດ ເພື່ອຮອງຮັບຕໍ່ກັບການປ່ຽນແປງສະເພາະດ້ານການຄ້າ, ການຊ່ວຍເຫຼືອທາງການເງິນເພື່ອການພັດທະນາ ແລະ ການສະໜັບສະໜູນໃນຂອບຫຼາຍຝ່າຍ ທີ່ຈະມີຜົນທັນທີ ຫຼື ເລີ່ມທີ່ຈະມີຜົນ ພາຍຫຼັງທີ່ປະເທດຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ.
ຄວາມມຸ່ງຫວັງເພື່ອອະນາຄົດ:
ບັນດານະໂຍບາຍ 12 ຂໍ້ທີ່ແນະນໍາເຫຼົ່ານີ້ ໄດ້ກໍານົດໄລຍະເວລາການຈັດຕັ້ງປະຕິບັດທີ່ຊັດເຈນ ແລະ ມີຄວາມສໍາຄັນຢ່າງຍິ່ງຕໍ່ກັບໄລຍະຂ້າມຜ່ານທີ່ຈະມາເຖິງ, ເປັນຕົ້ນແມ່ນການວາງແຜນໃຫ້ສໍາເລັດການເຈລະຈາຂໍເງື່ອນໄຂສິດທິພິເສດດ້ານການຄ້າແບບມີເງື່ອນໄຂສໍາລັບປະເທດກໍາລັງພັດທະນາ (GSP+) ກັບ ສະຫະພາບເອີຣົບ (EU) ພາຍໃນປີ 2029, ດໍາເນີນການການວິເຄາະ ແລະ ຍົກລະດັບການນໍາໃຊ້ລະບົບການຄ້າທີ່ມີສິດທິພິເສດຂອງຜູ້ສົ່ງອອກຢູ່ ສປປ ລາວ ແລະ ການສ້າງຂີດຄວາມສາມາດຂອງລັດຖະບານໃນການສົ່ງເສີມຜົນປະໂຍດທາງການຄ້າຂອງຊາດໃນທົ່ວໂລກ, ເຊິ່ງແມ່ນຕົວຢ່າງ ຂອງການປະຕິຮູບເພື່ອກ້າວໄປທາງໜ້າ, ເຊິ່ງຈະເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາບໍ່ແມ່ນ ການຖອນການສະໜັບສະໜູນ, ແຕ່ເພື່ອເປັນການເຕີບໂຕ ແລະ ຄວາມຈະເລີນຮຸ່ງເຮືອງຫຼາຍກວ່າ.
ພ້ອມດຽວກັນນັ້ນ, ບັນດານະໂຍບາຍສະເພາະທີ່ຊຸກຍູ້ການເຊື່ອມໂຍງລະຫວ່າງທຸລະກິດຂອງຜູ້ຜະລິດພາຍໃນ ແລະ ຜູ້ສົ່ງອອກ, ພ້ອມທັງມາດຕະການສົ່ງເສີມການນໍາໃຊ້ເຕັກໂນໂລຊີໃໝ່ ແມ່ນນະໂຍບາຍທີ່ສໍາຄັນເພື່ອປະກອບສ່ວນເຮັດໃຫ້ພາກເອກະຊົນຂອງ ສປປ ລາວ ໃຫ້ມີຄວາມຫຼາກຫຼາຍ, ມີຄວາມຄຶກຄື້ນ ແລະ ເນັ້ນໃສ່ຕະຫຼາດໃນພາກພື້ນຫຼາຍຂຶ້ນ.
ບັນດານະໂຍບາຍແນະນໍາເຫຼົ່ານີ້ ແມ່ນການກຳນົດເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນຫຼາຍກວ່າການຮັກສາທ່າອ່ຽງການພັດທະນາທີ່ຍືນຍົງທີ່ຍາດມາໄດ້ໃນໄລຍະຜ່ານມາ. ການຮຽກຮ້ອງການປະຕິຮູບດັ່ງກ່າວນີ້, ໂດຍການຊີ້ນໍາ-ນໍາພາຂອງ ລັດຖະບານ ພ້ອມດ້ວຍການສະໜັບສະໜູນຈາກປະຊາຄົມສາກົນ, ໄດ້ຮຽກຮ້ອງໃຫ້ມີການປຶກສາຫາລື ກ່ຽວກັບ ວາລະໃໝ່ຂອງການເຕີບໂຕທີ່ສາມາດເປັນປັດໄຈເລັ່ງໃຫ້ເກີດການພັດທະນາໄປໄກກວ່າການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາ. ການປະຕິຮູບ ແລະ ການລົງທຶນທີ່ຈະດໍາເນີນໃນໄລຍະຂ້າມຜ່ານນີ້ ຍັງເປັນການວາງພື້ນຖານໃຫ້ແກ່ວິໄສທັດການພັດທະນາໃນໄລຍະຍາວຂອງ ສປປ ລາວ ໃນການກ້າວໄປເປັນປະເທດທີ່ມີລາຍຮັບປານກາງ-ສູງ ໃນທົດສະວັດຕໍ່ໜ້າ, ໂດຍການສົ່ງເສີມໃຫ້ມີຄວາມຫຼາກຫຼາຍຂະແໜງເສດຖະກິດ, ສົ່ງເສີມການຜະລິດ ແລະ ການພັດທະນາຊັບສິນມະນຸດແລະ ສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງຫຼາຍຂຶ້ນ.
ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໄດ້ເປັນຫົວຂໍ້ຫຼັກໃນການສົນທະນາຢູ່ກອງປະຊຸມໂຕະມົນປະຈໍາປີ 2026 ໃນວັນທີ 19 ພະຈິກ ທີ່ຜ່ານມາ. ອັນສໍາຄັນແມ່ນຕ້ອງໄດ້ສືບຕໍ່ການປຶກສາຫາລື ໂດຍສະເພາະແມ່ນແນວທາງທີ່ເຮັດແນວໃດປະຊາຄົມສາກົນ ກໍຄືຄູ່ຮ່ວມພັດທະນາ ຈະສາມາດສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຂ້າມຜ່ານໄດ້ດີທີ່ສຸດ. ຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ແລະ ນະໂຍບາຍ 12 ຂໍ້ສໍາຄັນ ແມ່ນມີເນື້ອໃນສໍາຄັນຢ່າງຍິ່ງ ເພື່ອເປັນບ່ອນອີງໂດຍການນໍາເອົາບູລິມະສິດແຫ່ງຊາດ ແລະ ການສະໜັບສະໜູນຈາກສາກົນມາເຊື່ອມສານເຂົ້າກັນ ເພື່ອຮອງຮັບຕໍ່ກັບສິ່ງທ້າທາຍ ແລະ ຍາດແຍ່ງເອົາກາລະໂອກາດຈາກການຫຼຸດພົ້ນ.
ບັນດາຄູ່ຮ່ວມພັດທະນາ, ລວມທັງອົງການ ສະຫະປະຊາຊາດ ໄດ້ສະແດງຄວາມພ້ອມ ແລະ ໃຫ້ຄວາມໝາຍໝັ້ນທີ່ຈະ ສະໜັບສະໜູນ ລັດຖະບານ ສປປ ລາວ ເພື່ອບັນລຸຄວາມມຸ່ງມາດປາຖະໜາທີ່ມີມາຢ່າງຍາວນານຂອງປະເທດ ໃນການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລະ ຈະສືບຕໍ່ປະກອບສ່ວນໃນຂົງເຂດບູລິມະສິດສໍາຄັນ, ໂດຍສະເພາະອີງຕາມ ແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລຽນ ຂອງ ສປປ ລາວ. ພວກເຮົາຂໍຮຽກຮ້ອງມາຍັງປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ຂອງ ສປປ ລາວ ເຂົ້າມາເປັນສ່ວນໜຶ່ງຂອງວາລະການຫັນປ່ຽນທີ່ສໍາຄັນ, ເຊິ່ງຈະສາມາດຮັກສາ ແລະ ຍົກສູງຜົນສໍາເລັດດ້ານການພັດທະນາ ແລະ ການເຕີບໂຕ ເພື່ອຮຸ້ນຄົນຕໍ່ໄປໃນອະນາຄົດ.
ເຖິງຢ່າງໃດກໍ່ຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກໍ່ບໍ່ໄດ້ໝາຍຄວາມວ່າ ພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນໃນຊາດຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດ ແລະ ຂີດໝາຍທີ່ສໍາຄັນຍິ່ງໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການຊີ້ນຳ-ນໍາພາຂອງ ພັກ ແລະ ລັດຖະບານແຫ່ງ ສປປ ລາວ, ເຊິ່ງຈະຕ້ອງໄດ້ສືບຕໍ່ພັດທະນາປະເທດຊາດ ຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ ໃນນາມສະຖານະພາບປະເທດກຳລັງພັດທະນາ.
ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານແລະ ການຜ່ານເກນການປະເມີນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນໄລຍະຜ່ານມາສະແດງເຖິງຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍວາລະສາກົນ.
ການພັດທະນາປະເທດຊາດຂອງພວກເຮົາບໍ່ໄດ້ສິ້ນສຸດລົງພຽງແຕ່ເທົ່ານີ້, ແຕ່ພວກເຮົາຈະສືບຕໍ່ການພັດທະນາໂດຍການກ້າວເຂົ້າສູ່ໄລຍະຂ້າມຜ່ານໄປຈົນຮອດປີ 2029, ຫຼັງຈາກນັ້ນ, ຈະໄດ້ປະຕິບັດຕາມພັນທະຂອງປະເທດກໍາລັງພັດທະນາຢ່າງເຕັມສ່ວນ.
(ຂ່າວ: ກຕທ)
ຄໍາເຫັນ