ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່

ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່

ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່
ໃນໂອກາດຄົບຮອບ 30 ປີ (21/11/1996-21/11/2026) ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈຶ່ງໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ "ປັບປຸງວາລະສານທິດສະດີການເມືອງການປົກຄອງ ສູ່ຄຸນນະພາບໃໝ່" ເພື່ອລວມລວມສະຕິປັນຍາ, ປຶກສາຫາລື ແລກປ່ຽນບົດຮຽນ ແລະ ກຳນົດທິດທາງການພັດທະນາວາລະສານໃຫ້ມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງຕໍ່ພາລະກິດທາງການເມືອງ, ວິຊາການ ແລະ ການພັດທະນາປະເທດຊາດໃນໄລຍະໃໝ່; ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 24 ພະຈິກ ນີ້ ທີ່ ສມປຊ, ໂດຍການເປັນປະທານຂອງ ທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະນຳສະຖາບັນ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆ, ນັກຄົ້ນຄວ້າ, ນັກຂຽນ ແລະ ບຸກຄະລາກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສມປຊ ຈດສຳມະນາວທະຍາສາດປບປງວາລະສານທດສະດການເມອງການປກຄອງສຄນນະພາບໃໝ - image 1
 

 

ໃນພິທີເປີດກອງປະຊຸມ, ທ່ານ ດາວສະຫວັນ ເຄືອມີໄຊ ໄດ້ກ່າວເປີດ ແລະ ເນັ້ນໃຫ້ເຫັນວ່າ ການປັບປຸງວາລະສານທິດສະດີການເມືອງການປົກຄອງໃຫ້ກ້າວສູ່ຄຸນນະພາບໃໝ່ ແມ່ນວຽກງານທີ່ມີຄວາມໝາຍສຳຄັນທັງດ້ານວິຊາການ ແລະ ດ້ານການເມືອງ, ເປັນການຍົກສູງບົດບາດຂອງວາລະສານໃນການເຜີຍແຜ່ແນວຄິດທິດສະດີ, ແນວທາງ ແລະ ນະໂຍບາຍຂອງພັກ, ເສີມຂະຫຍາຍອົງຄວາມຮູ້ທາງວິຊາການ, ຜົນການຄົ້ນຄວ້າ ແລະ ບົດຮຽນຈາກພາກປະຕິບັດ ເພື່ອຮັບໃຊ້ວຽກງານການສຶກສາອົບຮົມ, ການບຳລຸງສ້າງພະນັກງານ ແລະ ການພັດທະນາລະບົບການເມືອງການປົກຄອງຂອງປະເທດ. ທ່ານປະທານຍັງໄດ້ຊີ້ໃຫ້ເຫັນວ່າ ພາຍໃຕ້ສະພາບການສາກົນ ແລະ ພາຍໃນປະເທດທີ່ມີການຜັນແປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ, ປະກອບກັບກະແສໂລກາພິວັດ, ການພັດທະນາວິທະຍາສາດເຕັກໂນໂລຊີ, ປັນຍາປະດິດ ແລະ ເຕັກໂນໂລຊີດີຈີຕອນ ພວມສ້າງທັງໂອກາດ ແລະ ສິ່ງທ້າທາຍໃໝ່. ດັ່ງນັ້ນ, ວາລະສານຈຶ່ງຕ້ອງປັບປຸງທັງດ້ານເນື້ອໃນ ແລະ ຮູບແບບ, ເພີ່ມທະວີຄຸນນະພາບທາງວິຊາການ, ຄວາມທັນສະໄໝ ແລະ ຄວາມສາມາດໃນການວິເຄາະບັນຫາຢ່າງມີຫຼັກການ, ມີເຫດມີຜົນ ແລະ ສອດຄ່ອງກັບສະພາບຕົວຈິງ. ຈາກນັ້ນ, ບັນດານັກວິຊາການ ແລະ ນັກຄົ້ນຄວ້າ ໄດ້ຂຶ້ນນຳສະເໜີບົດລາຍງານວິທະຍາສາດຈຳນວນ 5 ຫົວຂໍ້, ພ້ອມທັງໄດ້ມີການປຶກສາຫາລື ແລກປ່ຽນຄຳຄິດເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໂດຍສຸມໃສ່ຫຼາຍປະເດັນສຳຄັນ ຄື: ຈາກບົດກ່າວເປີດ ແລະ ບົດກ່າວປິດຂອງທ່ານ ດາວສະຫວັນ ເຄືອມີໄຊ ສາມາດຄັດເອົາເນື້ອໃນສຳຄັນ 5 ຫົວຂໍ້ ທີ່ເປັນປະເດັນຫຼັກຂອງກອງປະຊຸມໄດ້ດັ່ງນີ້:

1. ຍົກສູງບົດບາດວາລະສານທິດສະດີການເມືອງການປົກຄອງ ຕິດພັນກັບພາລະກິດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນໄລຍະໃໝ່; ຂຽນໂດຍ: ທ່ານ ນາງ ຄຳແພນ ເພັງພັກດີ. ເນັ້ນການພັດທະນາວາລະສານໃຫ້ເປັນເວທີເຜີຍແຜ່ຄວາມຮູ້, ຜົນງານຄົ້ນຄວ້າ, ບົດຮຽນຈາກພາກປະຕິບັດ ແລະ ເຊື່ອມໂຍງກັບວຽກງານການຮຽນການສອນ, ການຝຶກອົບຮົມ ແລະ ການຄົ້ນຄວ້າວິທະຍາສາດ.

2. ຍົກສູງຄຸນນະພາບ ວາລະສານທິດສະດີການເມືອງການປົກຄອງ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ຂຽນໂດຍ: ທ່ານ ໂພທອງ ໄຊທິບວົງສາ. ເນັ້ນການຍົກລະດັບມາດຕະຖານບົດຄວາມວິຊາການ, ການຄົ້ນຄວ້າທີ່ເປັນລະບົບ, ການອ້າງອີງແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື ແລະ ການສ້າງເຄືອຂ່າຍຮ່ວມມືທາງວິຊາການກັບພາຍໃນພາກພື້ນ ແລະ ສາກົນ.

3. ບົດບາດຂອງວາລະສານທິດສະດີການເມືອງການປົກຄອງ ໃນການປົກປ້ອງພື້ນຖານແນວຄິດທິດສະດີ ແລະ ແນວທາງຂອງພັກ; ຂຽນໂດຍ: ທ່ານ ຄຳໝັ້ນ ພົມມະຈັນ. ເນັ້ນການເຜີຍແຜ່ແນວຄິດທິດສະດີ, ແນວທາງ ແລະ ນະໂຍບາຍຂອງພັກຢ່າງຖືກຕ້ອງ, ມີຫຼັກການ ແລະ ມີເຫດມີຜົນ, ພ້ອມທັງສົ່ງເສີມການວິເຄາະບັນຫາການເມືອງສັງຄົມຢ່າງເລິກເຊິ່ງ.

4. ເພີ່ມທະວີການບຳລຸງສ້າງນັກຂຽນ, ນັກວິຊາການຮຸ່ນໃໝ່ ເພື່ອພັດທະນາວາລະສານທິດສະດີການເມືອງການປົກຄອງ; ຂຽນໂດຍ: ທ່ານ ທະວີພອນ ສຸດທິວົງນໍລາດ. ເນັ້ນການສ້າງແຫຼ່ງນັກຂຽນຢ່າງຕໍ່ເນື່ອງ, ຍົກສູງທັກສະການຄົ້ນຄວ້າ, ການວິເຄາະ ແລະ ການຂຽນບົດຄວາມວິຊາການ ເພື່ອສ້າງທີມງານນັກວິຊາການທີ່ມີຄຸນນະພາບ ແລະ ສາມາດສືບທອດວຽກງານວາລະສານໃນອະນາຄົດ.

5. ຫັນຮູບແບບວາລະສານທິດສະດີການເມືອງ ແລະ ການປົກຄອງ ຈາກວາລະສານແບບຕີພິມ ສູ່ວາລະສານດີຈີຕອນ: ໂອກາດ ແລະ ທິດທາງພັດທະນາໃນຕໍ່ໜ້າ. ຂຽນໂດຍ: ທ່ານ ນາງ ຄຳຮູ້ ວິລະທອນ. ເນັ້ນການນຳໃຊ້ເຕັກໂນໂລຊີທັນສະໄໝໃນການບໍລິຫານຈັດການບົດຄວາມ, ການກວດກາ, ການຈັດພິມ ແລະ ການເຜີຍແຜ່ຜ່ານເວັບໄຊ ແລະ ແພລດຟອມດີຈີຕອນ ເພື່ອໃຫ້ຜູ້ອ່ານເຂົ້າເຖິງຄວາມຮູ້ໄດ້ຢ່າງກວ້າງຂວາງ.

ນອກນັ້ນ, ກອງປະຊຸມໄດ້ເນັ້ນໃຫ້ເຫັນວ່າ ວາລະສານທິດສະດີການເມືອງການປົກຄອງ ບໍ່ຄວນຈຳກັດບົດບາດຢູ່ພຽງການເປັນສື່ສິ່ງພິມເຜີຍແຜ່ບົດຄວາມເທົ່ານັ້ນ, ແຕ່ຕ້ອງພັດທະນາໃຫ້ເປັນເວທີສຳຄັນໃນການສ້າງຄວາມເຂົ້າໃຈທາງທິດສະດີ, ເຜີຍແຜ່ຜົນງານຄົ້ນຄວ້າ, ເຊື່ອມໂຍງລະຫວ່າງທິດສະດີກັບພາກປະຕິບັດ ແລະ ປະກອບສ່ວນໃນການສ້າງຄວາມເຂັ້ມແຂງດ້ານແນວຄິດໃຫ້ແກ່ພະນັກງານ ແລະ ສັງຄົມ. ພ້ອມກັນນັ້ນ, ຕ້ອງສ້າງກົນໄກການກວດກາປະເມີນບົດຄວາມຕາມຫຼັກວິຊາການ, ພັດທະນາຖານຂໍ້ມູນ ແລະ ຊ່ອງທາງເຜີຍແຜ່ດີຈີຕອນ ຄວບຄູ່ກັບການສ້າງແຫຼ່ງນັກຂຽນທີ່ມີຄຸນນະພາບ. ໃນຕອນທ້າຍກອງປະຊຸມ, ທ່ານ ດາວສະຫວັນ ເຄືອມີໄຊ ໄດ້ໂອ້ລົມ, ສະຫຼຸບ ໂດຍສະແດງຄວາມຂອບໃຈຕໍ່ບັນດາຜູ້ນຳສະເໜີບົດລາຍງານ, ນັກວິຊາການ ແລະ ຜູ້ເຂົ້າຮ່ວມທຸກທ່ານ ທີ່ໄດ້ປະກອບຄຳຄິດເຫັນ ແລະ ຂໍ້ສະເໜີອັນມີຄຸນຄ່າ.

ສມປຊ ຈດສຳມະນາວທະຍາສາດປບປງວາລະສານທດສະດການເມອງການປກຄອງສຄນນະພາບໃໝ - image 2
 

ພ້ອມທັງເນັ້ນໃຫ້ຄະນະບັນນາທິການ ແລະ ພາກສ່ວນກ່ຽວຂ້ອງ ນຳເອົາຜົນການສຳມະນາໄປສັງລວມ, ວິເຄາະ ແລະ ກັ່ນຕອງ ເພື່ອກຳນົດເປັນແຜນພັດທະນາທີ່ຊັດເຈນ, ກຳນົດຜູ້ຮັບຜິດຊອບ, ໄລຍະເວລາ ແລະ ກົນໄກຕິດຕາມປະເມີນຜົນ ເພື່ອຫັນຂໍ້ສະເໜີໃຫ້ກາຍເປັນການປະຕິບັດຢ່າງແທ້ຈິງ.ພ້ອມນີ້, ທ່ານປະທານຍັງໄດ້ເນັ້ນຢ້ຳຫຼັກການສຳຄັນວ່າ: "ຄຸນນະພາບເປັນຈຸດສຸມ, ຜູ້ອ່ານເປັນຈຸດ ໝາຍ, ຄວາມຖືກຕ້ອງທາງວິຊາການເປັນຫຼັກການ ແລະ ນະວັດຕະກຳເປັນພະລັງຂັບເຄື່ອນ". ນັບວ່າກອງປະຊຸມສຳມະນາຄັ້ງນີ້ ເປັນເວທີສຳຄັນໃນການລວມສະຕິປັນຍາ, ແລກປ່ຽນບົດຮຽນ ແລະ ກຳນົດທິດທາງການປັບປຸງວາລະສານໃຫ້ມີຄຸນນະພາບສູງຂຶ້ນ, ມີບົດບາດເດັ່ນຊັດໃນການຮັບໃຊ້ພາລະກິດດ້ານການເມືອງ, ການສຶກສາອົບຮົມ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາປະເທດຊາດໃນຍຸກໃໝ່.

(ຂ່າວ: ສມປຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ວັນທີ 20 ພະຈິກຜ່ານມາ, ໜ່ວຍສິລະປະສະໝັກຫຼິ້ນ ກອງພົນທີ 4 ໄດ້ເລີ່ມຕົ້ນຝຶກຊ້ອມການສະແດງ ເພື່ອກຽມສະແດງຮັບໃຊ້ໃນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 78 ປີ ທີ່ຈະມາເຖິງນີ້, ໂດຍການຊີ້ນໍາຂອງສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ພິທີເປີດນຳໃຊ້ເສັ້ນທາງເບຕົງເສີມເຫຼັກຕົວແບບຊາວໜຸ່ມ ຢູ່ເຂດຊາຍແດນລະຫວ່າງ ບ້ານໂພສີ ແລະ ບ້ານມີໄຊ ຕາແສງໄຊຈະເລີນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ມີທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຂັ້ນແຂວງ, ຂັ້ນເມືອງ, ປະຊາຊົນພາຍໃນ 2 ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສ່ວຍສາອາກອນອັດຕະປື ສະຫຼຸບແຜນກໍານົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສ່ວຍສາອາກອນອັດຕະປື ສະຫຼຸບແຜນກໍານົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະ 2021-2025 ແລະ ທິດທາງແຜນການປີ 2026-2030 ຈັດຂຶ້ນໃນວັນທີ 23 ພະຈິກຜ່ານມາ, ທີ່ ພະແນກການເງິນແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະພັກ, ຄະນະນຳ, ພະນັກ ງານ-ລັດຖະກອນ ເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ

ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ

ວັນທີ 20 ພະຈິກຜ່ານມາ, ກອງພັນໃຫຍ່ 11 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງພັນ, ກອງ ຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ

ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ

ການແຂ່ງຂັນກິລາຕີຄີ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ພະຈິກນີ້, ທີ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງຝ່າຍປະຊາຊົນ ແລະ ຝ່າຍພະນັກງານ-ລັດຖະກອນ ໂດຍມີທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ, ພ້ອມດ້ວຍການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ເພື່ອຮັບປະກັນໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ນວ ປະຈຳປີ 2026 ນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ວາງແຜນຈັດກຳລັງປະຈຳການຕາມຈຸດສຳຄັນຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ຮ່ວມມືປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ເພີ່ມເຕີມ