ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ
ພິທີເປີດນຳໃຊ້ເສັ້ນທາງເບຕົງເສີມເຫຼັກຕົວແບບຊາວໜຸ່ມ ຢູ່ເຂດຊາຍແດນລະຫວ່າງ ບ້ານໂພສີ ແລະ ບ້ານມີໄຊ ຕາແສງໄຊຈະເລີນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ມີທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຂັ້ນແຂວງ, ຂັ້ນເມືອງ, ປະຊາຊົນພາຍໃນ 2 ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ເປດນາໃຊເສນທາງເບຕງຕວແບບຊາວໜມ ໄລຍະທ 1 ຢເມອງປາກຊນ - image 1
 
ໂຄງການດັ່ງກ່າວ, ໄດ້ເລີ່ມລົງມືກໍ່ສ້າງມາຕັ້ງແຕ່ວັນທີ 19 ຕຸລາ 2026 ເປັນຕົ້ນມາ ໄດ້ສຳເລັດການກໍ່ສ້າງໃນວັນທີ 10 ພະຈິກ 2026 ເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 530 ແມັດ, ຊຶ່ງໃນໄລຍະທຳອິດກໍ່ ສ້າງສຳເລັດ 230 ແມັດ, ມີຄວາມກວ້າງ 7 ແມັດ, ໜາ 15-20 ຊັງຕີແມັດ. ໂດຍການນຳພາກໍ່ສ້າງຂອງຄະນະຊາວໜຸ່ມແຂວງບໍລິຄຳໄຊ, ດ້ານມາດຕະຖານ ແລະ ເຕັກນິກ ແມ່ນຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ລວມມູນຄ່າການກໍ່ສ້າງທັງໝົດ 429,082,000 ກີບ, ຊຶ່ງໄດ້ຮັບການສະໜັບສະໜູນງົບປະມານຈາກ ສຊປລ ຈຳນວນ 387,000,000 ກີບ, ອົງການປົກຄອງແຂວງ ແລະ ເມືອງປາກຊັນ ສົມທົບທຶນ 20,000,000 ກີບ ເຂົ້າໃນໜ້າວຽກປັບປຸງ ແລະ ຖົມດິນແດງ, ຄອບຄົວທ່ານ ເພັດສະໃໝ ໄຊຍະທິຈັກ ແລະ ທ່ານ ອຸດົມວົງ ໄກສອນ ປະກອບສ່ວນເງິນສົດ 12,800,000 ກີບ ໂດຍໄດ້ຮັບກຳລັງແຮງງານຈາກອົງການປົກຄອງເມືອງ, ພະນັກງານຕາແສງໄຊຈະເລີນ, ກຳລັງຊາວໜຸ່ມຕະລຸມບອນຈຳນວນ 161 ແຮງງານ ແລະ ການປະກອບສ່ວນແຮງງານຈາກປະຊາຊົນພາຍໃນສອງບ້ານ 210 ແຮງງານ, ຜົນສຳເລັດໂຄງການກໍ່ສ້າງເສັ້ນທາງໃນຄັ້ງນີ້, ສະ ແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຊີ້ນຳ-ນຳພາຂອງຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນ ຕະຫຼອດຮອດຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງຖັນແຖວຊາວໜຸ່ມ ແລະ ປະຊາຊົນ ໃນການປະກອບສ່ວນພັດທະນາພື້ນ ຖານໂຄງລ່າງໃຫ້ມີຄວາມສະດວກສະບາຍ. ໂອກາດນີ້, ທ່ານ ຄຳແຫວນ ປັນຍານຸວົງ ໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ ສຊປລ.
ເປດນາໃຊເສນທາງເບຕງຕວແບບຊາວໜມ ໄລຍະທ 1 ຢເມອງປາກຊນ - image 2
 
ຂ່າວ-ພາບ: ສາຍສະໝອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ​ພ​ຂ ອຸ​ດົມ​ໄຊດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ສ​ພ​ຂ ອຸ​ດົມ​ໄຊດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອຸດົມໄຊ ຊຸດທີ V ໄດ້ເປີດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ພາຍໃຕ້ການເປັນປະທານ ທ່ານ ບຸນຄົງ ຫຼ້າຈຽມພອນ ເລ​ຂາ​ພັກ​ແຂວງປະທານສະພາປະຊາຊົນແຂວງອຸດົມໄຊ, ມີການນຳແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ ແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະ​ຫາຍພົນ​ເອກວິ​ໂລຫຼ້າ​ຄຳ​ຟອງຕິດຕາມການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XII ຂອງພັກ ຢູ່ແຂວງຄຳມ່ວນ

ສະ​ຫາຍພົນ​ເອກວິ​ໂລຫຼ້າ​ຄຳ​ຟອງຕິດຕາມການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XII ຂອງພັກ ຢູ່ແຂວງຄຳມ່ວນ

ໃນວັນທີ 24 ພະຈິກ 2026 ສະຫາຍ ​ພົນ​ເອກວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ລົງຕິດຕາມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ກໍຄືຜົນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ປະຈໍາປີ 2026 ຂອງແຂວງຄໍາມ່ວນ.
ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ວັນທີ 20 ພະຈິກຜ່ານມາ, ໜ່ວຍສິລະປະສະໝັກຫຼິ້ນ ກອງພົນທີ 4 ໄດ້ເລີ່ມຕົ້ນຝຶກຊ້ອມການສະແດງ ເພື່ອກຽມສະແດງຮັບໃຊ້ໃນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 78 ປີ ທີ່ຈະມາເຖິງນີ້, ໂດຍການຊີ້ນໍາຂອງສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສ່ວຍສາອາກອນອັດຕະປື ສະຫຼຸບແຜນກໍານົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສ່ວຍສາອາກອນອັດຕະປື ສະຫຼຸບແຜນກໍານົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະ 2021-2025 ແລະ ທິດທາງແຜນການປີ 2026-2030 ຈັດຂຶ້ນໃນວັນທີ 23 ພະຈິກຜ່ານມາ, ທີ່ ພະແນກການເງິນແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະພັກ, ຄະນະນຳ, ພະນັກ ງານ-ລັດຖະກອນ ເຂົ້າຮ່ວມ.
ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່

ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່

ໃນໂອກາດຄົບຮອບ 30 ປີ (21/11/1996-21/11/2026) ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈຶ່ງໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ "ປັບປຸງວາລະສານທິດສະດີການເມືອງການປົກຄອງ ສູ່ຄຸນນະພາບໃໝ່" ເພື່ອລວມລວມສະຕິປັນຍາ, ປຶກສາຫາລື ແລກປ່ຽນບົດຮຽນ ແລະ ກຳນົດທິດທາງການພັດທະນາວາລະສານໃຫ້ມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງຕໍ່ພາລະກິດທາງການເມືອງ, ວິຊາການ ແລະ ການພັດທະນາປະເທດຊາດໃນໄລຍະໃໝ່; ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 24 ພະຈິກ ນີ້ ທີ່ ສມປຊ, ໂດຍການເປັນປະທານຂອງ ທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະນຳສະຖາບັນ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆ, ນັກຄົ້ນຄວ້າ, ນັກຂຽນ ແລະ ບຸກຄະລາກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ

ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ

ວັນທີ 20 ພະຈິກຜ່ານມາ, ກອງພັນໃຫຍ່ 11 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງພັນ, ກອງ ຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ

ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ

ການແຂ່ງຂັນກິລາຕີຄີ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ພະຈິກນີ້, ທີ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງຝ່າຍປະຊາຊົນ ແລະ ຝ່າຍພະນັກງານ-ລັດຖະກອນ ໂດຍມີທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ, ພ້ອມດ້ວຍການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ເພີ່ມເຕີມ