ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ

ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ

ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ
ວັນທີ 20 ພະຈິກຜ່ານມາ, ກອງພັນໃຫຍ່ 11 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງພັນ, ກອງ ຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ກອງພນໃຫຍ 11 ເປດຂະບວນແຂງຂນກລາມວນຊນ ແລະ ສລະປະ-ວນນະຄະດ - image 1
 

ໂອກາດນີ້, ສະຫາຍ ພັນໂທ ອິນຄຳ ຄູນປະເສີດ ຫົວໜ້າຂະແໜງອົບຮົມ ກອງພັນໃຫຍ່ 11 ໄດ້ຜ່ານແຜນການສ້າງຂະບວນການແຂ່ງຂັນກິລາ ແລະ ສິລະປະ-ວັນນະຄະດີ ປະຈໍາປີ 2026 ເພື່ອຂ່ຳນັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະ ວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ, ກອງປະຊຸມກາງສະໄໜ ຄັ້ງທີ VII ຂອງອົງຄະນະພັກ ກອງພັນໃຫຍ່ 11 ແລະ ວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 51 ປີ, ທັງເປັນການສ້າງບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ ເຕັມໄປດ້ວຍຄວາມໜາຍ-ຄວາມສຳຄັນ ແລະ ເປັນການສົ່ງເສີມໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ໄດ້ຝຶກຝົນຫຼໍ່ຫຼອມກຳລັງແຮງກາຍ ແຮງໃຈ, ຮັກສາສຸຂະພາບ, ຮັດແໜ້ນຄວາມສາມັກຄີໃຫ້ແໜ້ນແຟ້ນ. ຊຶ່ງກິລາທີ່ນຳມາແຂ່ງຂັນປະກອບມີ 5 ປະເພດ ຄື: ບານເຕະຊາຍ; ບານສົ່ງຊາຍ; ກະຕໍ້; ເປຕັງປະສົມຍິງ-ຊາຍ ແລະ ບານສົ່ງຍິງ. ສ່ວນສິລະປະ-ວັນນະຄະດີ ປະກອບມີ 4 ລາຍການສະແດງ ຄື: ຮ້ອງເພງດ່ຽວຍິງ-ຊາຍ; ຮ້ອງເພງລວມໜູ່ ຍິງ-ຊາຍ; ຂັບດ່ຽວ ຍິງ-ຊາຍ ແລະ ຂັບລວມໜູ່ ຍິງ-ຊາຍ ກຳນົດເວລາ 30 ວັນ ຊຶ່ງເລີ່ມແຕ່ວັນທີ 2 ພະຈິກ 2026 ຫາ 1 ທັນວາ 2026.

ກອງພນໃຫຍ 11 ເປດຂະບວນແຂງຂນກລາມວນຊນ ແລະ ສລະປະ-ວນນະຄະດ - image 2
 

ຂ່າວ: ອິນກອງ ສຸກໄຊຍະ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ວັນທີ 20 ພະຈິກຜ່ານມາ, ໜ່ວຍສິລະປະສະໝັກຫຼິ້ນ ກອງພົນທີ 4 ໄດ້ເລີ່ມຕົ້ນຝຶກຊ້ອມການສະແດງ ເພື່ອກຽມສະແດງຮັບໃຊ້ໃນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 78 ປີ ທີ່ຈະມາເຖິງນີ້, ໂດຍການຊີ້ນໍາຂອງສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ພິທີເປີດນຳໃຊ້ເສັ້ນທາງເບຕົງເສີມເຫຼັກຕົວແບບຊາວໜຸ່ມ ຢູ່ເຂດຊາຍແດນລະຫວ່າງ ບ້ານໂພສີ ແລະ ບ້ານມີໄຊ ຕາແສງໄຊຈະເລີນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ມີທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຂັ້ນແຂວງ, ຂັ້ນເມືອງ, ປະຊາຊົນພາຍໃນ 2 ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສ່ວຍສາອາກອນອັດຕະປື ສະຫຼຸບແຜນກໍານົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສ່ວຍສາອາກອນອັດຕະປື ສະຫຼຸບແຜນກໍານົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະ 2021-2025 ແລະ ທິດທາງແຜນການປີ 2026-2030 ຈັດຂຶ້ນໃນວັນທີ 23 ພະຈິກຜ່ານມາ, ທີ່ ພະແນກການເງິນແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະພັກ, ຄະນະນຳ, ພະນັກ ງານ-ລັດຖະກອນ ເຂົ້າຮ່ວມ.
ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່

ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່

ໃນໂອກາດຄົບຮອບ 30 ປີ (21/11/1996-21/11/2026) ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈຶ່ງໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ "ປັບປຸງວາລະສານທິດສະດີການເມືອງການປົກຄອງ ສູ່ຄຸນນະພາບໃໝ່" ເພື່ອລວມລວມສະຕິປັນຍາ, ປຶກສາຫາລື ແລກປ່ຽນບົດຮຽນ ແລະ ກຳນົດທິດທາງການພັດທະນາວາລະສານໃຫ້ມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງຕໍ່ພາລະກິດທາງການເມືອງ, ວິຊາການ ແລະ ການພັດທະນາປະເທດຊາດໃນໄລຍະໃໝ່; ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 24 ພະຈິກ ນີ້ ທີ່ ສມປຊ, ໂດຍການເປັນປະທານຂອງ ທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະນຳສະຖາບັນ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆ, ນັກຄົ້ນຄວ້າ, ນັກຂຽນ ແລະ ບຸກຄະລາກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ

ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ

ການແຂ່ງຂັນກິລາຕີຄີ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ພະຈິກນີ້, ທີ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງຝ່າຍປະຊາຊົນ ແລະ ຝ່າຍພະນັກງານ-ລັດຖະກອນ ໂດຍມີທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ, ພ້ອມດ້ວຍການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ເພື່ອຮັບປະກັນໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ນວ ປະຈຳປີ 2026 ນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ວາງແຜນຈັດກຳລັງປະຈຳການຕາມຈຸດສຳຄັນຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ຮ່ວມມືປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ເພີ່ມເຕີມ