ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ການຊ່ວຍເຫຼືອໃນຄັ້ງນີ້, ມີມູນຄ່າລວມທັງໝົດ 18,660,000 ກີບ ເພື່ອສະໜັບສະໜູນດ້ານອຸປະກອນ, ເຄື່ອງດື່ມ, ອາຫານ ເພື່ອສ້າງເງື່ອນໄຂໃຫ້ນັກກິລານັກຮຽນ ມີຄວາມພ້ອມໃນການເຂົ້າຮ່ວມແຂ່ງຂັນ.
ໂອກາດນີ້, ທ່ານ ວັນລະເດດ ແກ້ວຈັນທາ ໄດ້ເນັ້ນໃຫ້ນັກກິລານັກຮຽນທຸກຄົນຕັ້ງໃຈຝຶກຊ້ອມ, ມີລະບຽບວິໄນ, ສາມັກຄີ ແລະ ມີນ້ຳໃຈນັກກິລາ ພ້ອມທັງໃຫ້ຄະນະຄູຝຶກ ເອົາໃຈໃສ່ການກະກຽມທີມ ເພື່ອສ້າງຜົນງານໃຫ້ ເມືອງ ແລະ ປະຕິບັດຕົນເປັນຕົວແທນທີ່ດີຂອງເມືອງໃນການແຂ່ງຂັນຄັ້ງນີ້. ຂ່າວ: ສີລິວັນ ທອງຄໍາສະຫວັນ
ຄໍາເຫັນ