![]() |
ໃນພິທີເປີດຊຸດຝຶກອົບຮົມ, ທ່ານ ບຸນທະວີ ສໍສຸກັນ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານໂຄສະນາ-ປາຖະກະຖາເປັນວຽກງານໜຶ່ງທີ່ສໍາຄັນໃນວຽກງານການເມືອງ-ແນວຄິດເວົ້າລວມ, ເວົ້າສະເພາະແມ່ນວຽກງານໂຄສະນາອົບຮົມຂອງພັກ; ການຝຶກອົບຮົມໃນຄັ້ງນີ້ເພື່ອເປັນການຍົກລະດັບຄວາມຮູ້ທາງດ້ານວຽກງານໂຄສະນາ-ປາຖະກະຖາ ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ຊຶ່ງເປັນຜູ້ເຮັດວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາສຶກສາອົບຮົມຂອງແຂວງ, ເພື່ອເຮັດໃຫ້ສໍາມະນາກອນກໍາແໜ້ນບັນດາບົດຮຽນເຕັກນິກ, ວິທີການເວົ້າ ແລະ ບົດຮຽນໃນການ ເຄື່ອນໄຫວໂຄສະນາ-ປາຖະກະຖາ ໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ.
![]() |
ໃນການຝຶກອົບຮົມ ສຳມະນາກອນຈະໄດ້ຮັບຟັງການບັນຍາຍທິດສະດີ 3 ບົດຄື: 1. ບັນຫາພື້ນຖານ ຂອງວຽກງານໂຄສະນາ ປະຖະກະຖາ; 2. ຄວາມຮູ້ພື້ນຖານກ່ຽວກັບ ການຈັດຕັ້ງ, ເຄື່ອນໄຫວ ຂອງນັກໂຄສະນາປະຖະກະຖາ ແລະ 3. ທັກສະສິລະປະການເວົ້າ, ການໂຄສະນາປາຖະກະຖາ; ຫຼັງຈາກນັ້ນສໍາມະນາກອນຈະໄດ້ຄົ້ນຄວ້າຂຽນບົດປາຖະກະຖາ ແລະ ຂຶ້ນທົດລອງປາຖະກະຖາຕົວຈິງ ຕື່ມອີກ. ການຝຶກອົບຮົມໃນຄັ້ງນີ້ ດໍາເນີນຈົນເຖິງວັນທີ 25 ພະຈິກ 2026 ຈຶ່ງສຳເລັດ.
![]() |
(ຂ່າວ-ພາບ: ຈິງອັ່ງ)



ຄໍາເຫັນ