ເສດຖະກິດແຂວງອຸດົມໄຊ ຂະຫຍາຍຕົວ 5.38%

ເສດຖະກິດແຂວງອຸດົມໄຊ ຂະຫຍາຍຕົວ 5.38%

ເສດຖະກິດແຂວງອຸດົມໄຊ ຂະຫຍາຍຕົວ 5.38%
ທ່ານ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງອຸດົມໄຊ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຕໍ່​ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ 5, ໃນວັນທີ່ 24 ພະຈິກ​ນີ້ ໃຫ້ຮູ້ວ່າ:
ເສດຖະກດແຂວງອດມໄຊ ຂະຫຍາຍຕວ 5.38% - image 1
 

 

ໃນປີ 2026 ເຖິງວ່າແຂວງອຸດົມໄຊ ຈະປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານ ທັງສະພາບຜັນແປຂອງສາກົນ, ລາຄານໍ້າມັນເຊື້ອໄຟ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ລວມທັງໄພພິບັດທຳມະຊາດທີ່ສົ່ງຜົນກະທົບໜັກໜ່ວງໃນ 5 ເມືອງຂອງແຂວງ ອຸດົມໄຊ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ, ບ້ານເຮືອນ ແລະ ໂຄງລ່າງພື້ນຖານເສຍຫາຍເປັນຈຳນວນຫຼາຍ, ແຕ່ຄະນະກຳມະການປົກຄອງແຂວງ ໄດ້ສຸມທຸກກຳລັງແກ້ໄຂສຸກເສີນ ໃຫ້ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແລະ ສາມາດນຳພາເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ,ຄາດຄະເນໝົດປີ 2026 ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຈະຂະຫຍາຍຕົວໃນລະດັບ 5.38%, ມູນຄ່າບັນລຸ 13,284.90 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 1,615 ໂດລາ ເຊິ່ງລື່ນມະຕິສະພາທີ່ວາງໄວ້.ໃນນັ້ນ ຂະແໜງບໍລິການກວມເອົາ 50.3%, ກະສິກຳ ແລະ ປ່າໄມ້ 36.43%, ອຸດສາຫະກຳ 12.19% ແລະ ພາສີອາກອນຜະລິດຕະພັນສຸດທິ 1.17%.

ດ້ານການຈັດເກັບລາຍຮັບງົບປະມານແຫ່ງລັດ ຄາດຄະເນໝົດປີ 2026 ຈະປະຕິບັດໄດ້ 918.71 ຕື້ກີບ ເທົ່າກັບ 119.46% ຂອງແຜນການ ເພີ່ມຂຶ້ນ 41% ທຽບໃສ່ປີຜ່ານມາ, ໃນນີ້ລາຍຮັບພາຍໃນປະຕິບັດໄດ້ 769.23 ຕື້ກີບ ເທົ່າກັບ 121.39% ຂອງແຜນການ ແລະ ສາມາດກຸ້ມຕົນເອງທາງດ້ານລາຍຈ່າຍໄດ້ 72%. ຂະນະທີ່ມູນຄ່າການຄ້າຄາດຄະເນວ່າຈະບັນລຸ 5,462.73 ຕື້ກີບ ເທົ່າກັບ 146.2% ຂອງແຜນການ ໂດຍມີມູນຄ່າສົ່ງອອກສູງເຖິງ 5,140.63 ຕື້ກີບ.

ເສດຖະກດແຂວງອດມໄຊ ຂະຫຍາຍຕວ 5.38% - image 2
 

ໃນຂະນະດຽວກັນການທ່ອງທ່ຽວກໍມີຄວາມຄຶກຄື້ນສາມາດດຶງດູດນັກທ່ອງທ່ຽວໄດ້ 344,594 ເທື່ອຄົນ ສ້າງລາຍຮັບໄດ້ 36.9 ລ້ານໂດລາ ເທົ່າກັບ 205% ຂອງແຜນການ.ນອກຈາກນີ້ ຍັງໄດ້ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນຕາມຄຳສັ່ງຂອງລັດຖະບານ ໂດຍສະເພາະການມ້າງຄະດີຢາເສບຕິດໄດ້ 193 ລາຍ, ມ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ 6 ຄັ້ງ, ສະກັດກັ້ນການລັກລອບຂຸດຄົ້ນຄຳຕົກຂ້ອນ 7 ຄັ້ງ, ສ້າງສາງນໍ້າມັນເຊື້ອໄຟຂະໜາດ 7 ແສນລິດສຳເລັດ ເພື່ອຮັບປະກັນການສະໜອງນໍ້າມັນສຳຮອງ ພ້ອມທັງປັບປຸງກົງຈັກການຈັດຕັ້ງ ແລະ ສ້າງຕັ້ງ 28 ຕາແສງສຳເລັດ.

ສຳລັບທິດທາງແຜນການ ປະຈຳປີ 2027, ແຂວງອຸດົມໄຊ ຈະສືບຕໍ່ສຸມໃສ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຕາມ 4 ທ່າແຮງຫຼັກ ຄື: ກະສິກຳ, ການບໍລິການທ່ອງທ່ຽວ, ການບໍລິການຂົນສົ່ງໂລຈິສຕິກ ແລະ ອຸດສາຫະກຳປຸງແຕ່ງ-ພະລັງງານສະອາດ ຕາມທິດສີຂຽວ ແລະ ຍືນຍົງ, ໂດຍວາງຄາດໝາຍສູ້ຊົນໃຫ້ GDP ຂະຫຍາຍຕົວ 5.6% ຂຶ້ນໄປ, ມູນຄ່າຢູ່ໃນລະດັບ 13,510.63 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1,638 ໂດລາ, ຄຸ້ມຄອງອັດຕາເງິນເຟີ້ບໍ່ໃຫ້ເກີນ 10%, ລະດົມການລົງທຶນທົ່ວສັງຄົມໃຫ້ໄດ້ 3,000 ຕື້ກີບ ແລະ ສູ້ຊົນກຸ້ມຕົນເອງດ້ານລາຍຈ່າຍງົບປະມານໃຫ້ໄດ້ 70%. ພ້ອມກັນນີ້ ຈະເລັ່ງຟື້ນຟູຫຼັງໄພພິບັດ, ຊຸກຍູ້ໂຄງການກໍ່ສ້າງທາງເມືອງໄຊ-ເມືອງງາ, ທາງ 2E-2W, ທາງເລກທີ 13 ເໜືອ, ຂະຫຍາຍສະຖານນີລົດໄຟເມືອງໄຊ, ກໍ່ສ້າງອາຄານໂຮງໝໍແຂວງ 7 ຊັ້ນ, ແກ້ໄຂບັນຫາການປະລະການຮຽນ, ກະກຽມຈັດງານບຸນປະເພນີບັນດາເຜົ່າ 2027 ແລະ ສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 1,106 ຄອບຄົວ, ບ້ານພົ້ນທຸກ 23 ບ້ານ ລວມທັງສ້າງບ້ານຂວາງຄຳ ເມືອງນາໝໍ້ ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ.

ຂ່າວ: ອຸດົມໄຊ

ຄໍາເຫັນ

ຂ່າວເສດຖະກິດ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ ລາວ ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາ. ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ທີ່ເມືອງໜອງບົກ ແຂວງຄຳມ່ວນ, ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ໂດຍຮ່ວມມືກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ, ໄດ້ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່. ໂຄງການດັ່ງກ່າວ ມີເປົ້າໝາຍຈະນຳໂຮງງານ ຊຶ່ງຖືກອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມ ຄລໍໄຣດ໌ (potassium chloride) 500,000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນ ປີ 2028.
ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
ເພີ່ມເຕີມ