![]() |
ທ່ານ ໂພທິຍາ ວົງຈອມສີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ພາຍຫຼັງທີ່ມີການໂຮມສອງພະແນກການເຂົ້າກັນ, ຊຶ່ງປະກອບມີ 10 ຂະແໜງການ ແລະ ຂັ້ນເມືອງ ປະກອບມີ 6 ໜ່ວຍງານ, ມີພະນັກງານ-ລັດຖະກອນທັງໝົດ 177 ທ່ານ ຍິງ 30 ທ່ານ. ສໍາລັບວຽກງານວິຊາສະເພາະ ທົ່ວແຂວງມີໂຮງງານອຸດສາຫະກຳປຸງແຕ່ງ ທັງໝົດ 557 ແຫ່ງ, ມູນຄ່າການລົງທຶນ 1,243.07 ຕື້ກວ່າກີບ, ມີຈໍານວນແຮງງານ 3,297 ຄົນ. ໃນນີ້, ໂຮງງານຂະໜາດໃຫຍ່ ມີ 20 ແຫ່ງ, ຂະໜາດກາງ ມີ 49 ແຫ່ງ, ໂຮງງານຂະໜາດນ້ອຍ ມີ 340 ແຫ່ງ, ໂຮງງານຂະໜາດນ້ອຍແບບຄອບຄົວມີ 148 ແຫ່ງ; ວຽກພະລັງງານ ມີບ້ານທີ່ໄດ້ຊົມໃຊ້ໄຟຟ້າ 576 ບ້ານ ກວມເອົາ 99.65%, ມີ 84,777 ຫຼັງຄາເຮືອນ, ເຮືອນຊົມໃຊ້ໄຟຟ້າ ກວມເອົາ 99.67%; ມີແຫຼ່ງຜະລິດພະລັງານໄຟຟ້າ ພະລັງງານຈາກນໍ້າ ແລະ ພະລັງງານຄວາມຮ້ອນຖ່ານຫີນ, ສ່ວນການຜະລິດພະລັງງານໄຟຟ້າ (ປີ 2025) ທັງໝົດໄດ້ 658.101 GWh ລື່ນ 23.52% ແລະ ວຽກງານອື່ນໆ.
ໃນໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ເນັ້ນໃຫ້ຄະນະນໍາພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ເອົາໃຈໃສ່ຕິດຕາມກວດກາສິນຄ້ານໍາເຂົ້າພາຍໃນແຂວງ ຢ່າງເຂັ້ມງວດ, ແຫຼ່ງກຳເນີດ, ຄຸນນະພາບ ແລະ ມາດຕະຖານຂອງສິນຄ້າ ກ່ອນຈະອອກສູ່ຕະຫຼາດ, ພ້ອມທັງປ້ອງກັນ ແລະ ສະກັດກັ້ນ ການນໍາເຂົ້າສິນຄ້າ ທີ່ບໍ່ໄດ້ມາດຕະຖານ ເພື່ອປົກປ້ອງສິດປະໂຫຍດ ຂອງຜູ້ບໍລິໂພກ; ເພີ່ມທະວີມາດຕະການກວດກາ, ຄຸ້ມຄອງລາຄາສິນຄ້າ ໃນຕະຫຼາດ ເພື່ອປ້ອງກັນ ການສວຍໃຊ້ໂອກາດ ຂຶ້ນລາຄາສິນຄ້າ ໂດຍບໍ່ມີເຫດຜົນ ຫຼື ການກັກຕຸນສິນຄ້າ ເພື່ອປັ່ນລາຄາ ໃຫ້ສູງຂຶ້ນ ຊຶ່ງເປັນການກະທົບ ໂດຍກົງ ຕໍ່ຄ່າຄອງຊີບ ແລະ ຄວາມເປັນຢູ່ຂອງປະຊາຊົນ.
(ພາບ-ຂ່າວ: ສ.ພະຈັນ)

ຄໍາເຫັນ