ທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V, ໃນວັນທີ 25 ພະຈິກຜ່ານມາ ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2026 ເຖິງແມ່ນແຂວງສາລະວັນ ຈະປະເຊີນກັບຫຼາຍບັນຫາລວມທັງໄພພິບັດທຳມະຊາດ, ແຕ່ດ້ວຍການຊີ້ນຳ-ນຳພາ ແລະ ການປະສານສົມທົບຂອງທຸກພາກສ່ວນ ເຮັດໃຫ້ສະພາບເສດຖະກິດ-ສັງຄົມ ຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 6.5% (ແຜນການທີ່ວາງໄວ້ 6.3%). ລວມຍອດຜະລິດຕະພັນພາຍໃນ GDP ບັນລຸ 9,774 ຕື້ກີບເທົ່າກັບ 106%, GDP ສະເລ່ຍຕໍ່ຫົວຄົນ 21 ລ້ານກີບ ຫຼື 944 ໂດລາ. ໃນນັ້ນ ຂະແໜງກະສິກຳ ຂະຫຍາຍຕົວ 5.1%, ອຸດສາຫະກຳ 7.7% ແລະ ບໍລິການ 7.3%.
ດ້ານການຜະລິດກະສິກຳ ສາມາດຜະລິດເຂົ້າໄດ້ 431,898 ໂຕນ ເທົ່າກັບ 98% ຂອງແຜນການ, ຜະລິດພືດສະບຽງອາຫານໄດ້ 92,332 ໂຕນ ແລະ ສົ່ງອອກພືດ ແລະ ຜະລິດຕະພັນກະສິກຳມູນຄ່າ 102 ລ້ານໂດລາ. ນອກນັ້ນ ຍັງສາມາດດຶງດູດໂຄງການລົງທຶນເຂົ້າມາສຶກສາ-ສຳຫຼວດຄວາມເປັນໄປໄດ້ 33 ໂຄງການ ແລະ ອະນຸມັດເຊົ່າ-ສຳປະທານດິນລັດ 29 ໂຄງການ, ການລົງທຶນເພື່ອການພັດທະນາປະຕິບັດໄດ້ 1,415.7 ຕື້ກວ່າກີບ ເທົ່າກັບ 80.9% ຂອງແຜນການປີ, ການຈັດເກັບລາຍຮັບງົບປະມານຮອດວັນທີ 31 ຕຸລາ 2026 ບັນລຸ 977,04 ຕື້ກີບ, ລື່ນຄາດໝາຍ 16.57% ຂອງແຜນການດັດແກ້.
ແຂວງສາລະວັນໄດ້ສຸມໃສ່ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງໄດ້ສ້ອມແປງ ແລະບູລະນະຮັກສາເສັ້ນທາງຫຼວງແຫ່ງຊາດ, ໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນ (ບ້ານບົວລະພາ) ເມືອງຄົງເຊໂດນ ປະຕິບັດໄດ້ 92%, ໄດ້ກໍ່ສ້າງຂົວຂ້າມນໍ້າເຊເສັດເປັນຂົວແບບສະລິງ ໃກ້ຈະສຳເລັດ ແລະ ຄາດວ່າຈະເປີດນຳໃຊ້ໃນເດືອນມັງກອນ 2027.
ຂົງເຂດສຶກສາ ແລະ ສາທາລະນະສຸກ ກໍໄດ້ຮັບການປັບປຸງພື້ນຖານໂຄງລ່າງ ແລະ ຊຸກຍູ້ການຍົກລະດັບຄຸນນະພາບການບໍລິການ, ດ້ານແຮງງານ ສາມາດຈັດຫາວຽກເຮັດງານທຳພາຍໃນ ແລະ ຕ່າງປະເທດໄດ້ 7,311 ຄົນ ລື່ນແຜນການທີ່ວາງໄວ້ 2,500 ຄົນ, ຂະແໜງທ່ອງທ່ຽວສາມາດດຶງດູດນັກທ່ອງທ່ຽວໄດ້ 158,324 ເທື່ອຄົນ ສ້າງລາຍຮັບທາງກົງ ແລະ ທາງອ້ອມ 19.94 ລ້ານໂດລາ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ
ຄໍາເຫັນ