![]() |
ທ່ານ ນາງ ຈັນເພັດ ຈັນທະມາດ ປະທານສະຫະພັນແມ່ຍິງແຂວງ, ຮອງປະທານຜູ້ປະຈໍາການຄະນະກໍາມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງໄດ້ກ່າວວ່າ: ສປປ ລາວ ໃຫ້ຄວາມສຳຄັນຕໍ່ການປົກປ້ອງສິດທິແມ່ຍິງ ແລະ ເດັກ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ປ້ອງກັນການຈຳແນກ ແລະ ການລະເມີດສິດທິ ໂດຍຜ່ານການສ້າງກົນໄກ, ນະໂຍບາຍ ແລະ ກົດໝາຍທີ່ກ່ຽວຂ້ອງ ພ້ອມທັງວາງມາດຕະການປ້ອງກັນ, ຊ່ວຍເຫຼືອ ແລະ ແກ້ໄຂບັນຫາຄວາມຮຸນແຮງໃນຄອບຄົວ ແລະ ສັງຄົມ.ພ້ອມນີ້, ລັດຖະບານໄດ້ຮ່ວມກັບອົງການສາກົນ ແລະ ອົງການພັດທະນາຕ່າງໆ ໃນການສົ່ງເສີມວຽກງານປົກປ້ອງສິດທິ, ຍົກສູງຄວາມຮູ້ ແລະ ສ້າງຄວາມຕະໜັກໃຫ້ປະຊາຊົນ ໂດຍເນັ້ນໃຫ້ຄອບຄົວ ແລະ ຊຸມຊົນມີສ່ວນຮ່ວມໃນການປ້ອງກັນຄວາມຮຸນແຮງ ແລະ ສ້າງສະພາບແວດລ້ອມທີ່ເໝາະສົມໃຫ້ແມ່ຍິງ ແລະ ເດັກໄດ້ຮັບການປົກປ້ອງ.
![]() |
ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນວັນສຳຄັນທີ່ປະຊາຄົມໂລກກຳນົດຂຶ້ນ ເພື່ອສ້າງຄວາມຮັບຮູ້ ແລະ ລະດົມທຸກພາກສ່ວນໃຫ້ຮ່ວມກັນປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງທຸກຮູບແບບ ຊຶ່ງບັນຫາດັ່ງກ່າວສົ່ງຜົນກະທົບຕໍ່ສິດທິ, ສຸຂະພາບ, ຈິດໃຈ ແລະ ໂອກາດໃນການພັດທະນາຂອງແມ່ຍິງ ແລະ ເດັກຍິງ. ຄວາມຮຸນແຮງອາດເກີດຂຶ້ນໄດ້ໃນຄອບຄົວ, ສະຖານທີ່ເຮັດວຽກ, ຊຸມຊົນ ແລະ ສື່ອອນລາຍ ໃນຫຼາຍຮູບແບບ ທັງການທຳຮ້າຍຮ່າງກາຍ, ຈິດໃຈ, ການລ່ວງລະເມີດທາງເພດ ແລະ ການຈຳແນກກີດກັ້ນ.
ສຳລັບ ສປປ ລາວ ການປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກຍິງ ແມ່ນວຽກງານສຳຄັນທີ່ທຸກພາກສ່ວນຕ້ອງຮ່ວມມືກັນ ໂດຍຜ່ານການເຜີຍແຜ່ນະໂຍບາຍ ແລະ ກົດໝາຍ, ສົ່ງເສີມໂອກາດດ້ານການສຶກສາ, ອາຊີບ, ການຈ້າງງານ ແລະ ການມີສ່ວນຮ່ວມໃນການຕັດສິນໃຈທັງໃນຄອບຄົວ ແລະ ສັງຄົມ.
![]() |
ທ່ານ ນາງ ຈັນເພັດ ຈັນທະມາດ ກ່າວຕື່ມວ່າ: ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ບໍ່ແມ່ນພາລະໜ້າທີ່ຂອງພາກສ່ວນໃດໜຶ່ງ ແຕ່ເປັນຄວາມຮັບຜິດຊອບຮ່ວມກັນຂອງທຸກຄົນ. ຂໍເຊີນຊວນທຸກພາກສ່ວນ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງມະຫາຊົນ, ຄອບຄົວ ແລະ ປະຊາຊົນ ຮ່ວມກັນເຜີຍແຜ່ຄວາມຮູ້, ປັບປ່ຽນທັດສະນະຄະຕິ ແລະ ສ້າງວັດທະນະທຳການເຄົາລົບສິດທິ ຊຶ່ງກັນ ແລະ ກັນ ເພື່ອສ້າງສັງຄົມທີ່ປາສະຈາກຄວາມຮຸນແຮງ, ມີຄວາມສະເໝີພາບ ແລະ ຍືນຍົງ.
ໂອກາດດັ່ງກ່າວການນໍາແຂວງ, ບັນດາຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ພ້ອມດ້ວຍຄອບຄົວການນຳ,ນັກທຸລະກິດ, ມວນຊົນ, ນັກຮຽນໄດ້ຈັດກິດຈະກໍາເຕັ້ນແອໂລບິກ ເພື່ອສົ່ງເສີມສຸກຂະພາບນໍາອີກ.ຂ່າວ: ວັດທະນາ



ຄໍາເຫັນ