![]() |
ກິດຈະກຳດັ່ງກ່າວໄດ້ຈັດຂຶ້ນທຸກໆປີໃນມື້ຂຶ້ນ 15 ຄໍ່າເດືອນ 12 ລາວ.ມາຮອດປັດຈຸບັນໄດ້ຈັດເປັນປີທີ່ 28 ແລ້ວ. ພາຍໃນງານມີຕະຫຼາດນັດວາງສະແດງສິນຄ້າ, ການປະກວດອາຫານພື້ນບ້ານ,ງານສະແດງສິລະປະ-ວັນນະຄະດີ,ປະກວດທິດາເຮືອຊ່ວງ, ປະກວດເຮືອງາມ. ຊຶ່ງໃນປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນເຮືອໄວເພດຊາຍ 18 ທີມ,ເຮືອໄວເພດຍິງ 18 ທີມ.
![]() |
ຜົນການແຂ່ງຂັນເຮືອໄວເພດຊາຍທີ 1 ບ້ານດອນຕັນໄດ້ຮັບຂັນເງິນ 1 ໜ່ວຍນໍ້າໜັກ 1 ກິໂລ ພ້ອມດ້ວຍເງິນສົດ 15,000,000 ກີບ, ທີ2 ບ້ານດອນໄຈໄດ້ຮັບເງິນສົດ 10,000,000 ກີບ, ທີ 3 ບ້ານທາດໄດ້ຮັບເງິນສົດ 8,000,000 ກີບ, ເຮືອໄວເພດຍິງທີ1 ບ້ານທາດໄດ້ຮັບຂັນເງິນ 1 ໜ່ວຍນໍ້າໜັກ 1 ກິໂລ ພ້ອມດ້ວຍເງິນສົດ 15,000,000 ກີບ, ທີ2 ບ້ານດອນຕັນໄດ້ຮັບເງິນສົດ 10,000,000 ກີບ, ທີ3 ບ້ານຊາງໄດ້ຮັບເງິນສົດ8,000,000 ກີບ, ສຳລັບການປະກວດເຮືອງາມທີ1 ບ້ານນາອອນ, ທີ2 ບ້ານແກ່ນ, ທີ3 ບ້ານຄໍ້າ, ການປະກວດອາຫານພື້ນບ້ານທີ1 ບ້ານຄໍ້າ, ທີ2 ບ້ານຫ້ວຍຕອງ, ທີ3 ບ້ານກູກ.
![]() |
ຕອນທ້າຍພິທີ,ທ່ານແສງອາທິດລາວເບຼຍຢາທໍ່ໄດ້ກ່າວປິດການແຂ່ງຂັນວ່າ:ການຈັດງານຄັ້ງນີ້, ເພື່ອເປັນການຊຸກຍູ້ສົ່ງເສີມມູນເຊື້ອແລະອະນຸລັກຮັກສາສືບສານປະເພນີອັນດີງາມຂອງຊາດ-ຂອງທ້ອງຖິ່ນທັງເປັນການໂຄສະນາສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳແລະວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃຫ້ຊາວໂລກໄດ້ຮັບຮູ້, ທັງເປັນການດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ເຂົ້າມາທ່ຽວຊົມເມືອງຊຽງຮ່ອນເພື່ອເປັນການເສີມສ້າງສາຍສຳພັນໄມຕີຈິດມິດຕະພາບອັນດີງາມຮັດແໜ້ນຄວາມມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າເປີດໂອກາດໃຫ້ບັນດານັກທຸລະກິດຜູ້ປະກອບການຊາວຄ້າຂາຍໄດ້ມີໂອກາດພົບປະແລກປ່ຽນບົດຮຽນທາງດ້ານການຄ້າ-ຂາຍແນໃສ່ຊຸກຍູ້, ການບໍລິການແລະການທ່ອງທ່ຽວໃຫ້ມີບັນຍາກາດຟົດຟື້ນ.
![]() |
ພາບ-ຂ່າວ: ຄະນະໂຄສະນາອົບຮົມເມືອງຊຽງຮ່ອນ




ຄໍາເຫັນ