ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ
ໃນປີ 2026 ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຮັບສຳນວນຄະດີອາຍາເຂົ້າມາຄົ້ນຄວ້າທັງໝົດ 181 ເລື່ອງ, ແກ້ໄຂແລ້ວ 176 ເລື່ອງ, ໃນນັ້ນ ມີ 41 ເລື່ອງສົ່ງຄືນໃຫ້ເຈົ້າໜ້າທີ່, 135 ເລື່ອງສັ່ງຟ້ອງຂຶ້ນສານ ແລະ ຍັງມີ 5 ເລື່ອງທີ່ພວມສືບຕໍ່ຄົ້ນຄວ້າ. ໃນນັ້ນ ຄະດີສໍ້ລາດບັງຫຼວງ ເປັນຄະດີທີ່ພົ້ນເດັ່ນ, ສ່ວນຄະດີທີ່ເກີດຂຶ້ນຫຼາຍທີ່ສຸດແມ່ນຄະດີຄ້າຂາຍຢາເສບຕິດ.
ປ 2026 ໄອຍະການປະຊາຊນອດຕະປ ໄດຮບສຳນວນຄະດອາຍາ 181 ເລອງ - image 1
 

ທ່ານ ວິໄລວັນ ແກ້ວເຮືອງສີ ຫົວໜ້າອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ລາຍງານຜົນການປະຕິບັດວຽກງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 26 ພະ ຈິກ ວ່າ: ໃນໄລຍະ 1 ປີຜ່ານມາ, ອົງການໄອຍະການປະຊາຊົນແຂວງ ໄດ້ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ຕາມກົດໝາຍ, ໂດຍສຸມໃສ່ຍົກສູງຄຸນນະພາບການຕິດຕາມ ກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ, ພະແນກການ ແລະ ພາກສ່ວນຕ່າງໆ ເຮັດໃຫ້ສະຕິການເຄົາລົບກົດໝາຍຂອງຫຼາຍພາກສ່ວນມີການປັບປຸງດີຂຶ້ນ.

ສຳລັບວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳ ໃນ 1 ປີຜ່ານມາ, ມີທັງໝົດ 11 ສະບັບ, ແກ້ໄຂແລ້ວ 10 ສະບັບ ແລະ ຍັງຄ້າງ 1 ສະບັບ. ພ້ອມນີ້ ໄດ້ຕິດຕາມກວດກາ ການນຳໃຊ້ມາດຕະການທາງກົດໝາຍຂອງອົງການສືບສວນ-ສອບສວນ ໂດຍອອກຄຳສັ່ງຈັບຕົວ 50 ສະບັບ, ຄຳສັ່ງກັກຂັງຊົ່ວຄາວ 130 ສະບັບ, ຄຳສັ່ງປ່ອຍຕົວຊົ່ວຄາວ 19 ສະບັບ ແລະ ຄຳສັ່ງປ່ອຍຕົວ 37 ສະບັບ. ດ້ານວຽກງານຮ່ວມພິຈາລະນາຄະດີຢູ່ສານ ໄດ້ເຂົ້າຮ່ວມທັງໝົດ 24 ຄັ້ງ, ສານໄດ້ນຳເອົາຄະດີອາຍາອອກພິຈາລະນາ 48 ເລື່ອງ ແລະ ມີຄຳຕັດສິນທີ່ສອດຄ່ອງກັບຄຳຖະແຫຼງຂອງໄອຍະການທັງ 48 ເລື່ອງ ເທົ່າກັບ 100%. ສ່ວນວຽກງານພິຈາລະນາອະໄພຍະໂທດ ໃນປີ 2026 ມີນັກໂທດທີ່ຖືກສະເໜີພິຈາລະນາທັງໝົດ 57 ຄົນ ຍິງ 10 ຄົນ, ໃນນັ້ນ ສະເໜີຫຼຸດຜ່ອນໂທດ 50 ຄົນ ຍິງ 5 ຄົນ.

ສຳລັບສະຖິຕິຜູ້ຖືກຫາ ແລະ ນັກໂທດ ມີຜູ້ຖືກຫາ 185 ຄົນ ຍິງ 23 ຄົນ, ໃນນັ້ນເປັນຄົນຕ່າງປະເທດ 18 ຄົນ; ສ່ວນນັກໂທດມີ 420 ຄົນ ຍິງ 39 ຄົນ, ເປັນຄົນຕ່າງປະເທດ 7 ຄົນ. ເມື່ອຈຳແນກຕາມປະເພດຄະດີ ພົບວ່າ ຜູ້ຖືກຫາຄະດີຢາເສບຕິດມີ 130 ຄົນ, ສ່ວນນັກໂທດຄະດີຢາເສບຕິດມີ 371 ຄົນ.

ຂະນະທີ່ວຽກງານຕິດຕາມ ກວດກາການປະຕິບັດຄຳຕັດສິນຂອງສານ ມີຄຳຕັດສິນຄະດີອາຍາຄ້າງມາ 1,414 ເລື່ອງ, ເຂົ້າໃໝ່ 122 ເລື່ອງ ລວມເປັນ 1,536 ເລື່ອງ, ໃນນັ້ນ ຈັດຕັ້ງປະຕິບັດສຳເລັດ 29 ເລື່ອງ, ໂຈະການປະຕິບັດ 3 ເລື່ອງ ແລະ ພວມດຳເນີນການ 1,504 ເລື່ອງ. ສ່ວນຄຳຕັດສິນຄະດີແພ່ງຄ້າງມາ 173 ເລື່ອງ, ເຂົ້າໃໝ່ 34 ເລື່ອງ ລວມເປັນ 207 ເລື່ອງ, ໃນນັ້ນປະຕິບັດສຳເລັດ 27 ເລື່ອງ ແລະ ພວມດຳເນີນການ 164 ເລື່ອງ.

ທ່ານ ວິໄລວັນ ແກ້ວເຮືອງສີ ກ່າວອີກວ່າ: ຜົນສຳເລັດດັ່ງກ່າວເກີດຈາກການນຳພາ-ຊີ້ນຳຂອງອົງການປົກຄອງແຂວງ, ການຕິດຕາມຊຸກຍູ້ຂອງສະພາປະຊາຊົນແຂວງ, ການສະໜັບສະໜູນຈາກທຸກພາກສ່ວນ ລວມທັງຄວາມພະຍາຍາມ ຂອງພະນັກງານໄອຍະການ ໃນການປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ, ໂປ່ງໃສ ແລະ ຍຸຕິທຳ.

ສຳລັບທິດທາງຕໍ່ໜ້າ, ອົງການໄອຍະການປະຊາຊົນແຂວງ ຈະສືບຕໍ່ເສີມຂະຫຍາຍວຽກງານສຶກສາອົບ ຮົມພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງ, ຈັນຍາບັນ ແລະ ຄວາມຮັບຜິດຊອບສູງ, ປັບປຸງກົງຈັກການຈັດຕັ້ງ ແລະ ພັດທະນາບຸກຄະລາກອນໃຫ້ມີຄວາມຮູ້-ຄວາມສາມາດທາງວິຊາການສູງຂຶ້ນ. ພ້ອມທັງສູ້ຊົນແກ້ໄຂຄຳຮ້ອງ ແລະ ສຳນວນຄະດີໃຫ້ບັນລຸ 95% ຂອງຈຳນວນທີ່ຮັບເຂົ້າມາຄົ້ນຄວ້າ, ໂດຍຢຶດໝັ້ນຫຼັກການດຳເນີນຄະດີຕາມກົດໝາຍ ແລະ ຄວາມເປັນຈິງ, ຜູ້ກະທຳຜິດຕ້ອງຖືກລົງໂທດ ແລະ ຜູ້ບໍ່ໄດ້ກະທຳຜິດຕ້ອງບໍ່ຖືກລົງ ໂທດ. ນອກນັ້ນ, ຍັງຈະສຸມໃສ່ປັບປຸງພື້ນຖານວັດຖຸ-ເຕັກນິກ, ພາຫະນະອຸປະກອນ, ໂຄງລ່າງ ແລະ ນຳໃຊ້ລະ ບົບຂໍ້ມູນຂ່າວສານໃຫ້ທັນສະໄໝເທື່ອລະກ້າວ. ຂ່າວ: ພອນປະເສີດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຄະດີທັງໝົດ 291 ເລື່ອງ, ໃນນີ້, ສາມາດແກ້ໄຂໄດ້ 254 ເລື່ອງ ເທົ່າກັບ 87.28% ແລະ ຍັງຄ້າງການພິຈາລະນາ 37 ເລື່ອງ. ທ່ານ ຄຳຫຼ້າ ແກ້ວວັນສອນ ປະທານສານປະຊາຊົນແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 26 ພະຈິກນີ້ ວ່າ: ໃນຈຳນວນຄະດີ 291 ເລື່ອງ ແບ່ງເປັນຄະດີຂັ້ນຕົ້ນ 276 ເລື່ອງ ແລະ ຂັ້ນອຸທອນ 15 ເລື່ອງ, ໃນນັ້ນ ເປັນຄະດີຄ້າງມາ 66 ເລື່ອງ ແລະ ຄະດີເຂົ້າໃໝ່ 225 ເລື່ອງ, ຖ້າທຽບໃສ່ປີຜ່ານມາ ຄະດີເຂົ້າໃໝ່ຫຼຸດລົງ 83 ເລື່ອງ.
ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຈັດປະມູນເລກປ້າຍທະບຽນຍານພາຫະ ນະທາງບົກ ປະເພດລົດເບົາເອກະຊົນລາວ, ເອກະຊົນຕ່າງດ້າວ ແລະ ທຸລະກິດ 100% ຂຶ້ນໃນວັນທີ 25 ພະ ຈິກນີ້, ໂດຍການເປັນປະທານຂອງທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍຄະນະກໍາມະການຈັດຕັ້ງການປະມູນ ເຂົ້າຮ່ວມ.
ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງການແຜນງານພັດ​ທະ​ນາ​ທ້ອງ​ຖິ່ນລາວ388 ໄດ້ນຳເອົາຄອມພີວເຕີໂນດບຸກຈຳນວນ 24ເຄື່ອງ, ປ​ຣິ້ນ​ເຕີ 22 ເຄື່ອງແລະກະ​ເປົາແລະອຸ​ປະ​ກອນ​ຕ່າງໆ ລວມ​ມູນ​ຄ່າ 800 ລ້ານ​ກີບ, ໂດຍມອບໃຫ້ 10 ບ້ານເປົ້າໝາຍທີ່ຢູ່ໃນໂຄງການແຜນງານ 338 ຄື: ບ້ານນໍ້າແພດ, ບ້ານໂພນແສນ, ບ້ານ ນໍ້າເລົ້າ, ບ້ານນາຕາດ, ບ້ານນ້ຳເພີນ, ບ້ານນາຍາວ, ບ້ານນາບົວ, ບ້ານໂນນຕ້ອງ, ບ້ານດອນຮຽງ ແລະ ບ້ານປາກຊາວ,
ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານແຜນຈັດ​ຕັ້ງ​ປະ​ຕິ​ບັດວາ​ລະ​ແຫ່ງ​ຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ຂອງແຂວງອັດຕະປືໃຫ້​ຮູ້ວ່າ: ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງວາລະແຫ່ງຊາດ ກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ບັນລຸຕາມຄາດໝາຍ ແລະ ເກີດຜົນເປັນຈິງ, ຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງອັດຕະປື ໄດ້ຄົ້ນຄວ້າສ້າງແຜນປະຕິບັດງານ ໂດຍກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການຕ່າງໆ ເພື່ອເປັນບ່ອນອີງສຳຄັນໃນການຂັບເຄື່ອນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.
ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ວັນທີ 26 ພະຈິກນີ້ ທີ່ກົມໂຄສະນາອົມຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ປກສ) ຄະນະຮັບຜິດຊອບຈັດການແຂ່ງຂັນກິລາເປຕັງ ຈັດກອງປະຊຸມເຕັກນິກ ເພື່ອກະກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເປັນປະທານໂດຍທ່ານ ພັທ ພອນທິບ ພັນທະວົງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍກຳມະການ ແລະ ຕາງໜ້າຈາກກົມກອງອ້ອມຂ້າງກົມໃຫຍ່ ເຂົ້າຮ່ວມ.
ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ໃນໄລຍະໃໝ່ແຫ່ງການພັດທະນາປະເທດຊາດ ທີ່ເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນາໆປະການ, ໂດຍສະເພາະ ໃນໄລຍະແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030) ເພື່ອບັນລຸເປົ້າໝາຍນຳພາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ຍືນຍົງນັ້ນ, ການນຳເອົາແນວທາງນະໂຍບາຍຂອງພັກ ແລະ ລັດໃຫ້ປະກົດຜົນເປັນຈິງ ບໍ່ພຽງແຕ່ອາໄສກົນໄກ ແລະ ນິຕິກຳເທົ່ານັ້ນ, ແຕ່ປັດໄຈຕັດສິນຊີ້ຂາດແມ່ນຄຸນນະພາບຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍສະເພາະແມ່ນ “ຄວາມເປັນແບບຢ່າງນຳໜ້າ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ” ທີ່ຕ້ອງໄດ້ຮັບການເສີມຂະຫຍາຍໃຫ້ສູງຂຶ້ນກວ່າເກົ່າ.
8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

ໃນວັນທີ 25 ພະຈິກຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ) ໄລຍະ 5 ປີ (2021-2025), ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ, ປະທານ-ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ແຂວງເຊກອງ ຈັດພິທີສະເຫຼີມສະຫຼອງສົນທິສັນຍາວ່າດ້ວຍເດັກ (ວັນເດັກໂລກ) 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ເມືອງດາກຈຶງ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານ ຄະນະກໍາມະການປົກຄອງແຂວງ, ປະ ທານຄະນະກໍາມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ທ່ານ ເພັງນາ ຈັນທະພອນ ເລຂາຄະນະບໍລິຫານງານພັກເມືອງດາກຈຶງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ເຈົ້າຫນ້າທີ່ເລັ່ງສອບສວນ ເຖິງຄວາມບໍ່ຖຶກຕ້ອງທາງດ້ານເອກະສານຈາກບໍລິສັດບໍ່ແຮ່ແຫ່ງໜຶ່ງ ທີ່ຢື່ນແຈ້ງເສຍພາສີຕໍ່ເຈົ້າຫນ້າທີ່ປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ, ສະຖານີວຽງຈັນໃຕ້, ນະຄອນຫຼວຽງຈັນ ເພື່ອສົ່ງອອກແຮ່ກົ່ວໄປຍັງຕ່າງປະເທດ.
ເພີ່ມເຕີມ