![]() |
ຄວາມເປັນແບບຢ່າງ: ພະລັງແຫ່ງການຊັກຈູງທີ່ມີຊີວິດຊີວາ
ບົດຮຽນຕົວຈິງໃນຂະບວນການນຳພາ-ຊີ້ນຳ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ຄວາມເປັນແບບຢ່າງຂອງຄະນະພັກ, ຄະນະນຳ ແລະ ຜູ້ເປັນຫົວໜ້າຢູ່ທຸກຂັ້ນຄື ມາດຕະການສຶກສາອົບຮົມທີ່ເລິກເຊິ່ງ ແລະ ມີປະສິດທິຜົນສູງສຸດ. ດັ່ງທີ່ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກໄດ້ຕັກເຕືອນ ແລະ ໃຫ້ທິດຊີ້ນຳອັນເລິກເຊິ່ງໄວ້ວ່າ: “ຜູ້ນຳທີ່ດີ ກ່ອນອື່ນໝົດຕ້ອງເປັນແບບຢ່າງກ່ອນ” ແລະ “ສິ່ງທີ່ຄວນຫຼີກເວັ້ນໃນຂົງເຂດຄຸນສົມບັດສິນທຳປະຕິວັດ ແມ່ນປາກຫວານດັ່ງນ້ຳອ້ອຍ, ໃຈສົ້ມດັ່ງໝາກນາວ, ຄວາມເວົ້າບໍ່ສອດຄ່ອງກັບການກະທຳ, ມີແຕ່ໂຄ ສະນາຄຸນສົມບັດສິນທຳແບບນ້ຳເຕົ້າເປົ່າ, ຕັກເຕືອນສັ່ງສອນຜູ້ອື່ນໆ ຕ້ອງເຮັດແນວນັ້ນ ແນວນີ້ ແຕ່ຕົນເອງຊ້ຳບໍ່ເປັນແບບຢ່າງ.” ຄຳສັ່ງສອນດັ່ງກ່າວ ເປັນເຂັມທິດທີ່ຍັງຄົງຄຸນຄ່າຕະຫຼອດການ ຊຶ່ງຊີ້ໃຫ້ເຫັນວ່າ ການເປັນແບບ ຢ່າງ ບໍ່ໄດ້ໝາຍເຖິງພຽງແຕ່ການເວົ້າດີ ຫຼືການວາງແຜນທີ່ສວຍງາມ, ແຕ່ແມ່ນການກະທຳຕົວຈິງທີ່ “ເວົ້າໄປ ຄຽງຄູ່ກັບການເຮັດ”, ມີຄຸນທາດການເມືອງໜັກແໜ້ນ, ຍຶດໝັ້ນອຸດົມການປະຕິວັດ, ຮັກສາຄຸນສົມບັດສິນທຳປະຕິວັດແລະ ມີແບບແຜນດຳລົງຊີວິດທີ່ປອດໃສ, ປະຢັດມັດທະຍັດ, ຕ້ານການຟຸມເຟືອຍ ແລະ ການສໍ້ລາດບັງຫຼວງ. ເມື່ອຜູ້ນຳພາ-ຄຸ້ມຄອງເປັນແບບຢ່າງໃນການປະຕິບັດລະບຽບວິໄນ, ເສຍສະຫຼະເພື່ອສ່ວນລວມ ແລະ ໃກ້ຊິດຕິດ ແທດກັບຮາກຖານຍ່ອມສ້າງຄວາມເຊື່ອໝັ້ນ, ຄວາມສາມັກຄີເປັນປຶກແຜ່ນ ແລະ ປຸກລະດົມຈິດໃຈໃຫ້ພະນັກງານ-ມະຫາຊົນຫ້າວຫັນປະຕິບັດໜ້າທີ່ດ້ວຍຄວາມຕື່ນຕົວ.
![]() |
ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ: ໄມ້ຫຼາວັດແທກຄຸນນະພາບຂອງພະນັກງານ
ຄຽງຄູ່ກັບຄວາມເປັນແບບຢ່າງ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແມ່ນພັນທະອັນສູງສົ່ງຂອງສະມາ ຊິກພັກ ແລະ ພະນັກງານ-ລັດຖະກອນທຸກຄົນຕໍ່ພັກ-ລັດ ຕໍ່ປະຊາຊົນ. ໃນເງື່ອນໄຂທີ່ປະເທດຊາດພວມສຸມທຸກກຳລັງແຮງ ເພື່ອກ້າວພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຕິດພັນກັບການປັບປຸງກົງຈັກການຈັດ ຕັ້ງໃຫ້ກະທັດຮັດ, ຄ່ອງຕົວ ແລະ ມຸ່ງສູ່ຄວາມທັນສະໄໝ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່, ພະນັກງານແຕ່ລະຄົນ ຕ້ອງຍົກສູງສະຕິເປັນເຈົ້າການ, ກໍາແໜ້ນແນວທາງນະໂຍບາຍແລະ ພາລະບົດບາດຂອງຕົນຢ່າງເລິກເຊິ່ງ.
ຕ້ອງເດັດດ່ຽວຕີຖອຍແນວຄິດເອື່ອຍອີງ, ລໍຖ້າແຕ່ຄຳສັ່ງ, ການເຮັດວຽກແບບຄໍາພີກົນຈັກ, ອາດຍາສິດ ຫຼືຫຼີກລ່ຽງຄວາມຮັບຜິດຊອບ ຊຶ່ງເປັນອຸປະສັກຕໍ່ການພັດທະນາປະເທດຊາດ. ກົງກັນຂ້າມ, ຕ້ອງສົ່ງເສີມຈິດໃຈ “ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ” ຕໍ່ຜົນໄດ້-ຜົນເສຍໃນຂອບເຂດສິດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍ ເພື່ອຜົນປະໂຫຍດສ່ວນລວມ ພ້ອມທັງບຸກທະລຸທາງດ້ານຈິນຕະນາການ, ນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ຍົກລະດັບຄວາມຮູ້-ຄວາມສາມາດທາງວິຊາສະເພາະ ໃຫ້ທັນກັບຍຸກສະໄໝ ເພື່ອສ້າງຜົນສຳເລັດຕົວຈິງໃຫ້ຂະແໜງການແລະ ທ້ອງຖິ່ນ.
![]() |
3. ທິດທາງ ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ
ເພື່ອເຮັດໃຫ້ການເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກາຍເປັນຮູບປະທຳ ແລະ ມີປະສິດທິຜົນສູງ ປະກອບສ່ວນເຂົ້າໃນພາລະກິດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ບັນ ດາການຈັດຕັ້ງ ແລະ ພະນັກງານແຕ່ລະຂັ້ນ ຕ້ອງສຸມໃສ່ຈັດຕັ້ງປະຕິບັດບາງບັນຫາສຳຄັນດັ່ງນີ້:
ຖືເອົາວຽກງານການເມືອງ-ແນວຄິດເປັນກົກ: ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ເລິກເຊິ່ງ, ແທດເຖິງເປົ້າໝາຍ ແລະ ຕິດພັນກັບການດຳເນີນຊີວິດການເມືອງພາຍໃນພັກ ຢ່າງເປັນປົກກະຕິ ເພື່ອຕຳນິຕິຊົມຕົນເອງ ແລະ ກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນຢ່າງຈິງໃຈ ຕາມຄຳສັ່ງສອນຂອງປະທານໄກສອນ ພົມວິຫານ ທີ່ໃຫ້ຄວາມເວົ້າໄປຄຽງຄູ່ກັບການກະທຳຕົວຈິງ. ແບ່ງງານ ແລະ ມອບຄວາມຮັບຜິດຊອບໃຫ້ຈະແຈ້ງ: ປະຕິບັດຫຼັກ ການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ; ກຳນົດຕຳແໜ່ງງານ ແລະ ຂອບເຂດຄວາມຮັບຜິດຊອບຂອງແຕ່ລະຂັ້ນໃຫ້ຊັດເຈນ ເພື່ອເປັນບ່ອນອີງໃນການຕິດຕາມ, ກວດກາ ແລະ ປະເມີນຜົນງານຢ່າງພາວະວິໄສ, ຮັບປະກັນການຄັດເລືອກ ແລະ ຈັດວາງພະນັກງານໃຫ້ຖືກຕ້ອງຕາມມາດຖານເງື່ອນໄຂ.
ເຂັ້ມງວດລະບຽບວິໄນ ແລະ ຕ້ານປະກົດການຫຍໍ້ທໍ້: ເພີ່ມທະວີການຄຸ້ມຄອງ, ກວດກາ ການປະຕິບັດໜ້າທີ່ ແລະແບບແຜນວິທີເຮັດວຽກຢ່າງໃກ້ຊິດ; ຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນຢ່າງທັນການ ຄຽງຄູ່ກັບການປະຕິບັດວິໄນຢ່າງເຂັ້ມງວດ ຕໍ່ຜູ້ລະເມີດກົດລະບຽບພັກ ແລະ ແກ້ໄຂຂໍ້ຄົງຄ້າງ, ປະກົດການຫຍໍ້ທໍ້ພາຍໃນກົງຈັກຢ່າງເດັດຂາດ.
ການເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ ບໍ່ພຽງແຕ່ເປັນການຮັກສາບົດບາດອິດທິພົນ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດເທົ່ານັ້ນ, ແຕ່ຍັງເປັນກຳລັງແຮງສັງລວມອັນສຳຄັນ ທີ່ຈະຊຸກຍູ້ໃຫ້ທຸກຂະແໜງການ ແລະ ທ້ອງຖິ່ນສາມາດຜ່ານຜ່າຂໍ້ຫຍຸ້ງຍາກ, ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາປະເທດຊາດ ໃຫ້ມັ່ງຄັ່ງເຂັ້ມແຂງຢ່າງໜັກແໜ້ນ.



ຄໍາເຫັນ