![]() |
ທ່ານ ພູທະນູເພັດ ໄຊສົມບັດ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ ພິຈາລະນາ, ຮັບຮອງບັນດາເນື້ອ ໃນທີ່ສໍາຄັນຂອງແຂວງເປັນຕົ້ນ: ພິຈາລະນາ, ຮັບຮອງເອົາ ບົດລາຍງານ ຂອງຄະນະກຳມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໄລຍະ 10 ເດືອນ, ກຳນົດວຽກງານຈຸດສຸມ 2 ເດືອນທ້າຍ ປີ 2026 ແລະ ທິດທາງແຜນການ ປີ 2027 ຂອງແຂວງວຽງຈັນ;ພິຈາລະນາ, ຮັບຮອງເອົາ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ແຂວງວຽງຈັນ;ພິຈາລະນາ, ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026, ບົດລາຍງານຜົນການກວດສອບ ປະຈໍາປີ 2026 ຂອງແຂວງວຽງຈັນ ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027 ຂອງອົງການກວດສອບປະຈຳພາກກາງ 1;ພິຈາລະນາ, ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວ ປະຈຳປີ 2027 ຂອງອົງການກວດກາແຫ່ງລັດແຂວງ;ພິຈາລະນາ, ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2027 ຂອງອົງການໄອຍະການ ປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວ ປີ 2027 ຂອງສານປະຊາຊົນແຂວງ;ພິຈາລະນາ, ຮັບຮອງເອົາ ຮ່າງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງວຽງຈັນ ຈໍານວນ 2 ສະບັບ; ພິຈາລະນາ, ຮັບຮອງເອົາ ການສະເໜີແຕ່ງຕັ້ງບຸກຄະລາກອນຈໍານວນໜຶ່ງ ຂອງອົງການປົກຄອງແຂວງ;ພິຈາລະນາ, ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2027ຂອງສະພາປະຊາຊົນແຂວງ;ຮັບຟັງການປະກອບຄໍາເຫັນ ຂອງອົງການແນວລາວສ້າງຊາດແຂວງ ກ່ຽວກັບການປະຕິບັດໜ້າທີ່ ຂອງສະພາປະຊາຊົນແຂວງວຽງຈັນ.
![]() |
ທ່ານ ພູທະນູເພັດ ໄຊສົມບັດ ໄດ້ຮຽກຮ້ອງໃຫ້ສະມາຊິກສະພາ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍສິດປະຊາທິປະໄຕ ແລະ ປະກອບຄຳຄິດຄຳເຫັນຢ່າງຮອບດ້ານ, ຖືກຕ້ອງຕາມສະພາບຕົວຈິງ ເພື່ອໃຫ້ມະຕິ ແລະ ເນື້ອໃນທີ່ກອງປະຊຸມຮັບຮອງ ສາມາດນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນເປັນຮູບປະທຳ.
ຂ່າວ: ແຂວງວຽງຈັນ


ຄໍາເຫັນ