ຜົນກວດກາຢູ່ປາຍທາງພົບວ່າ ຄວາມເຂັ້ມຂຸ້ນແຮ່ກົ່ວ (Sn) ໂດຍຄ່າສະເລ່ຍສູງເຖິງ 34.01%, ແຕ່ບໍລິສັດຍື່ນຂໍ້ມູນແຈ້ງເສຍພາສີ ມີພຽງແຕ່ 23.97% ເທົ່ານັ້ນ ຈຶ່ງຖືວ່າຜົນກວດຕົວຈິງ ສູງກວ່າທີ່ແຈ້ງ 10.04% (1.42 ເທົ່າ ຂອງຄ່າສະເລ່ຍທີ່ແຈ້ງ).
ຫ້ອງກວດສອບຄຸນນະພາບແຮ່ທາດ ກ່ອນການສົ່ງອອກຢູ່ປາຍທາງ ທົ່ວປະເທດປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ, ສະຖານີວຽງຈັນໃຕ້, ກະຊວງການເງິນ ເປີດເຜີຍວ່າ: ໃນວັນທີ 21 ພະຈິກ ຜ່ານມາ, ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ ແລະ ເຈົ້າຫນ້າທີ່ຫ້ອງກວດສອບຄຸນນະພາບແຮ່ທາດ ໄດ້ກວດສິນຄ້າຕົວຈິງ ແລະ ກວດຜ່ານເຄື່ອງສາຍແສງ (Scanner) ຂອງບໍລິສັດ ຊັນສໂຕນລາວ ເອໂຊຊິເອສຕິດ ຈຳກັດ; ເລກປະຈຳຕົວຜູ້ເສຍອາກອນ: 451595564900; ໃບແຈ້ງພາສີ: ເລກທີ E 16182, ລົງວັນທີ 20/11/2026.
ປະເພດສິນຄ້າ: ແຮ່ກົ່ວເຂັ້ມຂຸ້ນ (Tin concentrates), ລະຫັດ HS 2609000000; ຈຳນວນ 1,415 ເປົາ; ນ້ຳໜັກ 56.6 ໂຕນ, ໃນ 2 ຕູ້ (TBCU1238518 ແລະ TBJU9098130)
ສົ່ງອອກປາຍທາງແມ່ນ ສປ ຈີນ, ຂົນສົ່ງທາງລົດໄຟ, ເງື່ອນໄຂ FOB, ສົ່ງອອກວັນທີ 21/11/2026 ມູນຄ່າແຈ້ງພາສີຈຳນວນ628,337.54 ໂດລາ (ປະມານ 14.23 ຕື້ກີບ); ພາສີຂາອອກທີ່ຊຳລະແລ້ວ: ອັດຕາ 7% ເປັນເງິນ 995.9 ລ້ານກີບ.
ອີງຕາມ, ເອກະສານຢັ້ງຢືນຕົ້ນທາງ, ໜັງສືແຈ້ງການຈຳໜ່າຍຜະລິດຕະພັນແຮ່ທາດ ເລກທີ 5816/ກທບ, ລົງວັນທີ 06/11/2026; ໃບຢັ້ງຢືນຜະລິດຕະພັນແຮ່ທາດສົ່ງອອກ ເລກທີ 203/ພອຄ, ລົງວັນທີ 17/11/2026ຊຶ່ງຫ້ອງກວດສອບຄຸນນະພາບແຮ່ທາດປະຈໍາດ່ານ ໄດ້ເກັບຕົວຢ່າງ 5 ຈຸດຕໍ່ຕູ້ ແລະ ວິເຄາະດ້ວຍວິທີ XRF ແລະ ໄດ້ສົ່ງຕົວຢ່າງເຂົ້າຫ້ອງທົດລອງຢູ່ສຳນັກງານໃຫຍ່ ເພື່ອວິເຄາະດ້ວຍເຄມີວິເຄາະ ແລະ ຢັ້ງຢືນດ້ວຍເຄື່ອງ ICP -OES.
ຜົນກວດດັ່ງກ່າວ, ໄດ້ຢັ້ງຢືນໃນໃບກວດກາຄຸນນະພາບແຮ່ທາດ (CoA) ເລກທີ COA-2026-01-00019 ລົງວັນທີ 22 ພະຈິກ 2026 ຊຶ່ງມີລາຍເຊັນ ແລະ ກາປະທັບ ຂອງດ່ານພາສີ ແລະ ຫ້ອງກວດສອບ ຊຶ່ງໃນມື້ດຽວກັນດ່ານພາສີ, ຫ້ອງກວດສອບ ແລະ ບໍລິສັດ ໄດ້ລົງນາມບົດບັນທຶກ ເລກທີ MEM-2026-01-00002 ອະນຸຍາດສົ່ງອອກກ່ອນມີຜົນ CoA ໂດຍກຳນົດໃຫ້ອອກ CoA ຕາມຫຼັງພາຍໃນ 24ຊົ່ວໂມງ. ດ້ານບໍລິສັດຢັ້ງຢືນວ່າ ຈະປະຕິບັດຕາມກົດໝາຍວ່າດ້ວຍພາສີ, ຖ້າຜົນກວດສູງກວ່າທີ່ແຈ້ງ. ສະນັ້ນ, ການເກັບພັນທະສ່ວນທີ່ຂາດ ຕ້ອງດຳເນີນເກັບຢ້ອນຫຼັງ.
ແຫຼ່ງຂໍ້ມູນ: ຫ້ອງກວດສອບຄຸນນະພາບແຮ່ທາດ ກ່ອນການສົ່ງອອກຢູ່ປາຍທາງ ທົ່ວປະເທດ
ຄໍາເຫັນ