ວັນທີ 24 ພະຈິກຜ່ານມາ, ສະຫະພັນແມ່ຍິງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ເສດຈໍາປາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະບໍລິຫານສະຫະພັນແມ່ຍິງເມືອງ, ປະທານຮາກຖານ, ຄະນະໜ່ວຍ ແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມ.
 |
| |
ໃນພິທີ, ທ່ານ ບຸນຈັນ ເສດຈໍາປາ ໄດ້ໃຫ້ກຽດປາຖະກະຖາ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ພາຍໃຕ້ຄຳຂວັນ: “ ຮ່ວມໃຈຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຮັບປະກັນຄວາມຢຸດຕິທໍາ, ປົກປ້ອງຜູ້ຖືກເຄາະຮ້າຍ ແລະ ລົງໂທດຜູ້ກະທໍາຜິດຕາມກົດໝາຍຢ່າງເຂັ້ມງວດ’’ ຄວາມຮຸນແຮງຕໍ່ແມ່ຍິງ ເກີດຂຶ້ນໄດ້ໃນທຸກເມື່ອທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈຳແນກຊັ້ນວັນນະ, ເຊື້ອຊາດ ສາສະໜາ, ວັດທະນະທຳ, ຖານະໃນສັງຄົມ, ລະດັບການສຶກສາ ແລະ ແຜ່ລາມໄປໃນຂອບເຂດທົ່ວໂລກ, ສາ ເຫດຕົ້ນຕໍ ແລະ ຮາກເຫງົ້າຂອງຄວາມຮຸນແຮງຕໍ່ແມ່ຍິງ ຈາກບົດສຶກສາຂອງເລຂາທິການໃຫຍ່ຂອງອົງການສະ ຫະປະຊາຊາດ ພາຍໃຕ້ຫົວຂໍ້ “ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ຈາກຄຳເວົ້າໄປສູ່ການກະທຳ” ແມ່ນຄວາມບໍ່ສົມດູນດ້ານອຳນາດລະຫວ່າງຍິງ-ຊາຍ ແລະ ການຈຳແນກຕໍ່ແມ່ຍິງທີ່ປະຫວັດສາດປະໄວ້. ຄວາມຮຸນແຮງຕໍ່ແມ່ຍິງເປັນທັງສາເຫດ, ເປັນທັງຜົນຂອງການຈຳແນກຕໍ່ແມ່ຍິງ ແລະ ເປັນອຸປະສັກອັນໃຫຍ່ຫຼວງທີ່ກີດຂວາງການບັນລຸຄວາມສະເໝີພາບຍິງ-ຊາຍ ແລະ ປັດຈຸບັນ ກາຍເປັນປະກົດການຫຍໍ້ທໍ້ອັນໜຶ່ງໃນສັງຄົມ. ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍມີຫຼາຍສາເຫດ ເປັນຕົ້ນ ມາຈາກຮີດຄອງປະເພນີ, ທຳນຽມປະຕິບັດ, ຄວາມເຊື່ອຖື ຄວາມທຸກຍາກ, ທັດສະນະຂອງສັງຄົມຕໍ່ແມ່ຍິງ, ລະດັບການສຶກສາ ແລະ ອື່ນໆ. ຄວາມຮຸນແຮງທີ່ເກີດຂຶ້ນໄດ້ສົ່ງຜົນກະທົບທາງດ້ານຮ່າງກາຍ, ຈິດໃຈ ແລະ ເປັນອຸປະສັກກີດຂວາງ ເຮັດໃຫ້ແມ່ຍິງບໍ່ໄດ້ເຂົ້າຮ່ວມໃນການພັດ ທະນາ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ. ແຫຼ່ງຂ່າວ: ກະບອກສຽງແມ່ຍິງ
 |
| |
ຄໍາເຫັນ