![]() |
ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ກ່າວວ່າ: ການພົບປະແລກປ່ຽນຄັ້ງນີ້ ເປັນໂອກາດອັນດີໃນການຮ່ວມກັນຖອດຖອນບົດຮຽນຈາກຕົວຈິງ, ແລກປ່ຽນວິທີການຈັດຕັ້ງປະຕິບັດ ແລະ ຮ່ວມກັນຊອກຫາແນວທາງແກ້ໄຂສິ່ງທ້າທາຍໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ແລະ ວຽກງານຕາແສງ.
ທ່ານ ວິທະຍາ ພົມມະຈັນ ຮອງຫົວໜ້າຫ້ອງວ່າການແຂວງອັດຕະປື ໄດ້ລາຍງານ ຜົນງານທີ່ພົ້ນເດັ່ນດ້ານການກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ການຂັບເຄື່ອນວຽກງານຂັ້ນຕາແສງ.
ທ່ານ ພອນສະຫວັນ ວົງສາວັນທອງ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊໄດ້ນຳສະເໜີບົດຮຽນ ແລະ ຈຸດເດັ່ນໃນການຈັດຕັ້ງປະຕິບັດ. ຫຼັງຈາກນັ້ນ, ທັງສອງຝ່າຍໄດ້ຮ່ວມກັນປະກອບຄຳເຫັນ, ຕັ້ງຄຳຖາມ ແລະ ແລກປ່ຽນບົດຮຽນຈາກປະສົບການຕົວຈິງຢ່າງກົງໄປກົງມາ ເພື່ອຮ່ວມກັນຊອກຫາແນວທາງປັບປຸງວຽກງານໃຫ້ມີປະສິດທິຜົນຍິ່ງຂຶ້ນ.
![]() |
ຈາກນັ້ນ, ຄະນະຜູ້ແທນທັງສອງແຂວງ ຍັງໄດ້ລົງຢ້ຽມຢາມ ແລະ ຖອດຖອນບົດຮຽນຕົວຈິງຢູ່ຫຼາຍຈຸດ ປະກອບມີ: ການຢ້ຽມຢາມ ແລະ ແລກປ່ຽນການຈັດຕັ້ງວຽກງານຂັ້ນຕາແສງ ຢູ່ຕາແສງເຊກອງ ເມືອງສາມັກຄີໄຊ, ຢ້ຽມຊົມຄອບຄົວຕົວແບບດ້ານການປູກຝັງ-ລ້ຽງສັດ ຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແລະ ຢ້ຽມຊົມກິດຈະກຳການລ້ຽງງົວເປັນຟາມຂອງບໍລິສັດທາໂກ ຢູ່ບ້ານຫາດຊັນ. ນອກນັ້ນ ຍັງໄດ້ຢ້ຽມຊົມອະນຸສາວະລີເຈົ້າໄຊຍະເສດຖາທິລາດ ແລະ ຫໍຫຼັກເມືອງ ພ້ອມທັງຮ່ວມກິດຈະກຳເຕະບານມິດຕະພາບ ເພື່ອສ້າງຄວາມສາມັກຄີ ແລະ ຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງແຂວງໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ການພົບປະແລກປ່ຽນຄັ້ງນີ້ ເປັນການເສີມສ້າງຄວາມຮ່ວມມື ແລະ ເປີດໂອກາດໃຫ້ທັງສອງແຂວງ ໄດ້ຮຽນຮູ້ປະສົບການຊຶ່ງກັນ ແລະ ກັນ ເພື່ອນຳໄປປັບໃຊ້ເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ຂັບເຄື່ອນວຽກງານ 3 ສ້າງ ໃຫ້ເກີດຜົນເປັນຮູບປະທຳ.
ຂ່າວ: ວິໄລສັກ


ຄໍາເຫັນ