![]() |
ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະພິຈາລະນາ ແລະ ຮັບຮອງເອົາ 7 ວຽກງານສໍາຄັນ ຄື:ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2026, ທິດທາງແຜນການປີ 2027 ແລະ ແຜນງົບປະມານແຫ່ງລັດຂັ້ນແຂວງ;ແຜນປະຕິບັດງານ ແລະ ໂຄງການຕາມວາລະແຫ່ງຊາດ ໄລຍະປີ 2027–2030 ເພື່ອພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ;ບົດລາຍງານຜົນການເຄື່ອນໄຫວປີ 2026 ແລະ ແຜນການປີ 2027 ຂອງອົງການກວດສອບແຫ່ງລັດ ປະຈຳພາກໃຕ້, ພ້ອມຜົນການກວດສອບບົດສະຫຼຸບຂາດຕົວການປະຕິບັດແຜນງົບປະມານແຫ່ງລັດ ປີ 2025; ບົດລາຍງານຜົນການເຄື່ອນໄຫວປີ 2026 ແລະ ແຜນການປີ 2027 ຂອງອົງການກວດກາລັດແຂວງ; ບົດລາຍງານຜົນການເຄື່ອນໄຫວປີ 2026 ແລະ ແຜນການປີ 2027 ຂອງອົງການໄອຍະການປະຊາຊົນແຂວງ;ບົດລາຍງານຜົນການເຄື່ອນໄຫວປີ 2026 ແລະ ແຜນການປີ 2027 ຂອງສານປະຊາຊົນແຂວງ ແລະບົດລາຍງານຜົນການເຄື່ອນໄຫວປີ 2026 ແລະ ທິດທາງແຜນການປີ 2027 ຂອງສະພາປະຊາຊົນແຂວງ.
ນອກຈາກນີ້, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງຂອງຄະນະກຳມະການປົກຄອງແຂວງ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ພ້ອມທັງຮັບຟັງຄຳເຫັນຈາກແນວລາວສ້າງຊາດແຂວງ ຕໍ່ການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ໃນໄລຍະ 1 ປີຜ່ານມາ.
ທ່ານ ບຸນເຖິງ ດວງສະຫວັນ ຍັງໄດ້ຮຽກຮ້ອງໃຫ້ ສະມາຊິກສະພາແຫ່ງຊາດ ເຂດ 17 ແລະ ສະມາຊິກສະພາປະຊາຊົນແຂວງ ຍົກສູງຈິດສຳນຶກຮັບຜິດຊອບ, ນຳໃຊ້ຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາ ໃນການຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງມີປະຊາທິປະໄຕ, ຮອບດ້ານ ແລະ ຖືກຕ້ອງຕາມກົດໝາຍ, ເພື່ອໃຫ້ການພິຈາລະນາ ແລະ ລົງຄະແນນສຽງຮັບຮອງເນື້ອໃນຕ່າງໆບັນລຸຜົນຕາມເປົ້າ ໝາຍ.
ຂ່າວ: ອັດຕະປື

ຄໍາເຫັນ