ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%
ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ຄາມວນ ເກບກຽວເຂານາປສາເລດແລວ 100% - image 1
 

ຜ່ານການຈັດຕັ້ງປະຕິບັດສາມາດປະຕິບັດໄດ້ໝົດ92,170 ເຮັກຕາ ຂອງເນື້ອທີ່ແຜນການປີ, ໃນນີ້ນາຫວ່ານ 29,599 ເຮັກຕາ, ນາດໍາ 62,571 ເຮັກຕາ, ເນື້ອທີ່ເສຍຫາຍ 25,324 ເຮັກຕາ, ເນື້ອທີ່ຍັງເຫຼືອ 66,846 ເຮັກຕາ. ໃນນີ້,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານປະຕິບັດໄດ້ຕົວຈິງ 53,448 ເຮັກຕາ, ເນື້ອທີ່ເສຍຫາຍ 16,325 ເຮັກຕາ, ເນື້ອທີ່ຍັງເຫຼືອ 37,123 ເຮັກຕາ, ສະມັດຕະພາບ 3.25 ໂຕນ/ເຮັກຕາ; ຜົນຜະລິດ 120,812 ໂຕນ; ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ຕົວຈິງ 38,722 ເຮັກຕາ, ເນື້ອທີ່ເສຍຫາຍ 8,999 ເຮັກຕາ, ຍັງເຫຼືອ 29,723 ເຮັກຕາ, ສະມັດຕະພາບ 3.33 ໂຕນ/ເຮັກຕາ, ຜົນຜະລິດ 99,082 ໂຕນ.

ມາຮອດປັດຈຸບັນການເກັບກ່ຽວເຂົ້ານາປີ ( ນາຫວ່ານ + ນາດໍາ ) ປະຕິບັດໄດ້ 66,846 ເຮັກຕາ ສຳເລັດ100 % ຂອງເນື້ອທີ່ຍັງເຫຼືອຕົວຈິງ. ໃນນີ້, ເຂົ້າເພື່ອເປັນສະບຽງອາຫານເກັບກ່ຽວປະຕິບັດໄດ້ 37,123 ເຮັກຕາ ເທົ່າກັບ 100%, ເຂົ້າເພື່ອເປັນສິນຄ້າເກັບກ່ຽວໄດ້ 29,723 ເຮັກຕາ ເທົ່າກັບ 100%, ພ້ອມກັນນັ້ນຊາວກະສິກອນ2 ເມືອງຂອງແຂວງຄໍາມ່ວນຄື: ເມືອງນາກາຍ ແລະ ເມືອງບົວລະພາໄດ້ປູກເຂົ້າເນີນສູງສໍາເລັດໃນເນື້ອທີ່ 302 ເຮັກຕາ, ສະມັດຕະພາບ 1.89 ໂຕນ/ເຮັກຕາ, ຜົນຜະລິດ 571 ໂຕນ. ໃນນັ້ນ, ເມືອງບົວລະພາ 130 ເຮັກຕາ, ສະມັດຕະພາບ 1.80 ໂຕນ, ຜົນຜະລິດ 234 ໂຕນ ແລະ ເມືອງນາກາຍ 172ເຮັກຕາ, ສະມັດຕະພາບ 1.96ໂຕນ, ຜົນຜະລິດ 337ໂຕນ.

ຂ່າວ: ແດງສະຫວັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດ ສີພອນ ມາເກັດຕິ່ງ ຈຳກັດຜູ້ດຽວໄດ້ມອບເງິນຈຳນວນ100,000,000ກີບ ແລະ ຈັດກິດຈະກຳອື່ນໆໃນງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງປະ​ຈຳ​ປີ 2026 ລວມທັງໝົດ180,240,000ກີບ.
ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານ​ມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ເປີດ​ຂຶ້ນ, ໃນວັນທີ 24 ພະຈິກຜ່ານ​ມາ ທີ່ ສ​ພ​ຂ ອັດ​ຕະ​ປື, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ບັນດາສະມາສິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ອັດຕະປື ເລັ່ງກວດກາໂຄງການສຳປະທານທີ່ດິນ ແກ້ໄຂບັນຫາບຸກລຸກປ່າໄມ້

ອັດຕະປື ເລັ່ງກວດກາໂຄງການສຳປະທານທີ່ດິນ ແກ້ໄຂບັນຫາບຸກລຸກປ່າໄມ້

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 24 ພະ​ຈິກ​ຜ່ານ​ມາ, ທ່ານ ກົງໃຈ ສິດາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດ​ຕະ​ປື ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາປະ​ຊາ​ຊົນ​ແຂວງ ກ່ຽວກັບການຄຸ້ມຄອງທີ່ດິນເຊົ່າ-ສຳປະທານທີ່​ດິນຂອງລັດ, ການແກ້ໄຂບັນຫາບຸກລຸກປ່າໄມ້ ລວມທັງການຄຸ້ມຄອງການຂຸດຄົ້ນ ແລະ ທ້ອນໂຮມໄມ້ໃນເຂດໂຄງ ການຟື້ນຟູປ່າໄມ້ ແລະ ແລວສາຍສົ່ງໄຟຟ້າແຮງສູງ.
ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ພິທີ ມອບ-ຮັບ ອຸປະກອນໄອທີຈາກຄະນະຈັດຕັ້ງສູນກາງພັກ ໃຫ້ແກ່ຄະນະກຳມະການປົກຄອງ 44 ຕາແສງ ຂອງ​ແຂວງ​ຄຳ​ມ່ວນລວມມູນຄ່າກວ່າ 44 ລ້ານກີບ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ແຂວງ, ໃຫ້ກຽດມອບໂດຍ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມຄະນະ ແລະ ປະທານຕາແສງພາຍໃນແຂວງເຂົ້າຮ່ວມ.
ສ​ພ​ຂ ອຸ​ດົມ​ໄຊດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ສ​ພ​ຂ ອຸ​ດົມ​ໄຊດຳ​ເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອຸດົມໄຊ ຊຸດທີ V ໄດ້ເປີດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ແຂວງ​ອຸ​ດົມ​ໄຊ, ພາຍໃຕ້ການເປັນປະທານ ທ່ານ ບຸນຄົງ ຫຼ້າຈຽມພອນ ເລ​ຂາ​ພັກ​ແຂວງປະທານສະພາປະຊາຊົນແຂວງອຸດົມໄຊ, ມີການນຳແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ ແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະ​ຫາຍພົນ​ເອກວິ​ໂລຫຼ້າ​ຄຳ​ຟອງຕິດຕາມການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XII ຂອງພັກ ຢູ່ແຂວງຄຳມ່ວນ

ສະ​ຫາຍພົນ​ເອກວິ​ໂລຫຼ້າ​ຄຳ​ຟອງຕິດຕາມການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ XII ຂອງພັກ ຢູ່ແຂວງຄຳມ່ວນ

ໃນວັນທີ 24 ພະຈິກ 2026 ສະຫາຍ ​ພົນ​ເອກວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ລົງຕິດຕາມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ກໍຄືຜົນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ປະຈໍາປີ 2026 ຂອງແຂວງຄໍາມ່ວນ.
ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ໜ່ວຍສິລະກອງພົນທີ 4 ຝຶກຊ້ອມການສະແດງ ກຽມຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ວັນທີ 20 ພະຈິກຜ່ານມາ, ໜ່ວຍສິລະປະສະໝັກຫຼິ້ນ ກອງພົນທີ 4 ໄດ້ເລີ່ມຕົ້ນຝຶກຊ້ອມການສະແດງ ເພື່ອກຽມສະແດງຮັບໃຊ້ໃນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 78 ປີ ທີ່ຈະມາເຖິງນີ້, ໂດຍການຊີ້ນໍາຂອງສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ເປີດນໍາໃຊ້ເສັ້ນທາງເບຕົງຕົວແບບຊາວໜຸ່ມ ໄລຍະທີ 1 ຢູ່ເມືອງປາກຊັນ

ພິທີເປີດນຳໃຊ້ເສັ້ນທາງເບຕົງເສີມເຫຼັກຕົວແບບຊາວໜຸ່ມ ຢູ່ເຂດຊາຍແດນລະຫວ່າງ ບ້ານໂພສີ ແລະ ບ້ານມີໄຊ ຕາແສງໄຊຈະເລີນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ມີທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຂັ້ນແຂວງ, ຂັ້ນເມືອງ, ປະຊາຊົນພາຍໃນ 2 ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ສ່ວຍສາອາກອນອັດຕະປື ສະຫຼຸບແຜນກໍານົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສ່ວຍສາອາກອນອັດຕະປື ສະຫຼຸບແຜນກໍານົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະ 2021-2025 ແລະ ທິດທາງແຜນການປີ 2026-2030 ຈັດຂຶ້ນໃນວັນທີ 23 ພະຈິກຜ່ານມາ, ທີ່ ພະແນກການເງິນແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະພັກ, ຄະນະນຳ, ພະນັກ ງານ-ລັດຖະກອນ ເຂົ້າຮ່ວມ.
ເພີ່ມເຕີມ