ທ່ານ ກົງໃຈ ສິດາວົງກ່າວວ່າ: ທົ່ວແຂວງອັດຕະປື ມີໂຄງການລົງທຶນທີ່ໄດ້ຮັບອະນຸມັດໃຫ້ເຊົ່າ- ສຳປະທານທີ່ດິນຂອງລັດຈາກຂັ້ນສູນກາງ ແລະ ທ້ອງຖິ່ນ ທັງໝົດ 235 ໂຄງການ, ເນື້ອທີ່ 84,612.79 ເຮັກຕາ, ກວມເອົາ 8.2% ຂອງເນື້ອທີ່ທົ່ວແຂວງ. ໃນນັ້ນ ໄດ້ເຊັນສັນຍາຖືກຕ້ອງຕາມກົດໝາຍແລ້ວ 121 ໂຄງການ ແລະ ຍັງບໍ່ທັນເຊັນສັນຍາ 114 ໂຄງການ, ໃນນັ້ນ ຢູ່ຂັ້ນຕອນ PDA ມີ 78 ໂຄງການ ແລະ MOU ມີ 36 ໂຄງການ.
ຜ່ານການກວດກາໃນໄລຍະປີ 2024–2025 ຕໍ່ 4 ບໍລິສັດທີ່ສູນກາງອະນຸມັດ ພົບເຫັນ 3 ບໍລິສັດບໍ່ປະຕິບັດຕາມສັນຍາ, ມີການບຸກເບີກເນື້ອທີ່ເກີນອະນຸຍາດ 6,383.65 ເຮັກຕາ, ຊື້-ຂາຍ ແລະ ໂອນກຳມະສິດ 1 ໂຄງການ ແລະ ບໍ່ປະຕິບັດຕາມບົດປະເມີນສິ່ງແວດລ້ອມ 1 ໂຄງການ. ສ່ວນໃນປີ 2026 ໄດ້ກວດກາ 24 ບໍລິສັດ ຢູ່ເມືອງສະໜາມໄຊ ພົບເຫັນ 22 ບໍລິສັດບໍ່ປະຕິບັດຕາມສັນຍາ, ມີ ການນຳໃຊ້ເນື້ອທີ່ເກີນອະນຸຍາດ 144.26 ເຮັກຕາ, ບໍ່ປະຕິບັດຕາມບົດວິພາກ 22 ບໍລິສັດ, ພ້ອມທັງພົບ 4 ບໍລິສັດ ດຳເນີນໂຄງການທັງທີ່ຍັງຢູ່ໃນຂັ້ນ MOU ແລະ ບຸກຄົນດຳເນີນໂຄງການກ່ອນເຂົ້າສູ່ຂັ້ນຕອນການລົງທຶນ.
ຕໍ່ບັນຫາດັ່ງກ່າວ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ຈະເລັ່ງກວດກາຄືນທຸກໂຄງການ ແລະ ນຳຂໍ້ມູນເຂົ້າລະບົບ LCIS, ເຂັ້ມງວດໃນການຄັດເລືອກຜູ້ລົງທຶນຕົວຈິງ, ບໍ່ອະນຸມັດໃຫ້ບໍລິສັດນາຍໜ້າ, ກຳນົດໃຫ້ໂຄງການຜ່ານການປະເມີນ ESIA ແລະ ຮັບຮອງການຊົດເຊີຍໃຫ້ປະຊາຊົນກ່ອນດຳເນີນງານ, ພ້ອມທັງນຳໃຊ້ລະບົບດິຈິຕອນໃນການເກັບລາຍຮັບຄ່າເຊົ່າ-ສຳປະທານ ແລະ ເປີດຊ່ອງທາງຮັບຄຳຮ້ອງທຸກຈາກປະຊາຊົນ.
ສຳລັບການແກ້ໄຂບັນຫາບຸກລຸກປ່າໄມ້ ແລະ ການລັກລອບຂຸດຄົ້ນ, ເຄື່ອນຍ້າຍ ແລະ ຊື້-ຂາຍໄມ້, ໃນໄລຍະຜ່ານມາ ສາມາດກວດພົບຜູ້ລະເມີດທັງໝົດ 298 ກໍລະນີ. ໃນນັ້ນ ເປັນການບຸກລຸກທີ່ດິນປ່າ ໄມ້ 278 ກໍລະນີ, ກ່ຽວຂ້ອງກັບ 389 ຄອບຄົວ ເນື້ອທີ່ 3,739.51 ເຮັກຕາ, ການລັກລອບຂຸດຄົ້ນ, ເຄື່ອນຍ້າຍ ແລະ ຊື້-ຂາຍໄມ້ 20 ກໍລະນີ, ສາມາດຢຶດໄມ້ຂອງກາງໄດ້ 2,248.252 ແມັດກ້ອນ, ກັກພາຫະນະ 21 ຄັນ ແລະ ຈັກຕັດໄມ້ 72 ເຄື່ອງ.
ສ່ວນການດຳເນີນການຕໍ່ຜູ້ລະເມີດ ໄດ້ດຳເນີນການສຶກສາອົບຮົມ 10 ເລື່ອງ, ສົ່ງຟ້ອງສານ 3 ເລື່ອງ ໃນນັ້ນ ສານຕັດສິນແລ້ວ 1 ເລື່ອງ, ປັບໃໝ 7 ເລື່ອງ ມູນຄ່າ 3,399,207,151 ກີບ ແລະ ອອກແຈ້ງການໂຈະກິດຈະການໂຮງງານປຸງແຕ່ງໄມ້ 1 ແຫ່ງ.
ໃນຂະນະທີ່ ການຂຸດຄົ້ນ ແລະ ທ້ອນໂຮມໄມ້ໃນເຂດໂຄງການຟື້ນຟູປ່າໄມ້ ປີ 2026, ລັດຖະບານໄດ້ອະນຸຍາດໃຫ້ແຂວງດຳເນີນການ 16 ໂຄງການ, ບໍລິມາດໄມ້ 20,903.546 ແມັດກ້ອນ. ປັດຈຸບັນມີຜົນການດຳເນີນງານ 13,370.624 ແມັດກ້ອນ, ໃນນັ້ນ ໄດ້ວັດແທກມອບເປັນຊັບສິນຂອງລັດແລ້ວ 12,061.571 ແມັດກ້ອນ. ສຳລັບເຂດແລວສາຍສົ່ງໄຟຟ້າແຮງສູງ 115 ກິໂລໂວນ ຈາກບ້ານຄັນໝາກນາວ ເມືອງສະໜາມໄຊ ຫາ ສະຖານີ 500 ກິໂລໂວນ ເມືອງພູວົງ ມີເນື້ອທີ່ 64.98 ເຮັກຕາ ແລະ ມີປະລິມານໄມ້ສຳຫຼວດ 1,227 ແມັດກ້ອນ. ແຂວງໄດ້ມອບໝາຍໃຫ້ບໍລິສັດ ຮ່ວງຟຸກ ຈຳກັດ ເປັນຜູ້ຂຸດຄົ້ນ-ທ້ອນໂຮມໄມ້ ແລະ ສະເໜີຂໍເຂົ້າໂກຕາປະຈຳປີແລ້ວ. ຜ່ານມາການດຳເນີນງານຍັງຊັກຊ້າຍ້ອນຊ່ວງລະດູຝົນ ແລະ ບາງຂັ້ນຕອນຍັງບໍ່ສອດຄ່ອງກັບລະບຽບການ, ປັດຈຸບັນກອງກົນຈັກກຳລັງກະກຽມສືບຕໍ່ດຳເນີນງານ.
ນອກຈາກນີ້ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ຍັງໄດ້ອອກໃບຢັ້ງຢືນດ້ານສິ່ງແວດ ລ້ອມໃຫ້ 97 ໂຄງການ, ໃນນັ້ນ ຂັ້ນກະຊວງ EIA ມີ 20 ໂຄງການ ແລະ ຂັ້ນແຂວງ IEE ມີ 77 ໂຄງການ. ຜ່ານການກວດກາ 81 ໂຄງການ ພົບເຫັນ 4 ໂຄງການບໍ່ປະຕິບັດຕາມແຜນຄຸ້ມຄອງສິ່ງແວດລ້ອມ ແລະ ຖືກສັ່ງໂຈະຊົ່ວຄາວເພື່ອປັບປຸງ, ປະກອບມີ ໂຄງການຂຸດຄົ້ນຫີນປາໂກໄດ ເມືອງພູວົງ, ໂຄງການຂຸດຄົ້ນບົກຊິດ ເມືອງຊານໄຊ ແລະ ໂຮງງານແປ້ງມັນຕົ້ນ 2 ແຫ່ງ ຢູ່ເມືອງໄຊເສດຖາ ແລະ ເມືອງຊານໄຊ. ປັດຈຸບັນ ໂຮງງານແປ້ງມັນຕົ້ນທັງ 2 ແຫ່ງ ໄດ້ປັບປຸງບັນຫານ້ຳເປື້ອນ ແລະ ກິ່ນເໝັນຕາມເງື່ອນໄຂ ແລະ ກັບມາດຳເນີນກິດຈະການຕາມປົກກະຕິແລ້ວ.
ທ່ານ ກົງໃຈ ສິດາວົງ ຢືນຢັນວ່າ: ຕໍ່ໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ຈະສືບຕໍ່ເຜີຍແຜ່ນິຕິກຳລົງເລິກເຖິງຮາກຖານ, ເລັ່ງຈັດສັນທີ່ດິນ ແລະ ຮັບຮູ້ສິດນຳໃຊ້ທີ່ດິນໃນ 3 ປະເພດປ່າໃຫ້ສຳເລັດຕາມມະຕິສະພາແຫ່ງຊາດ, ພ້ອມທັງເພີ່ມທະວີການກວດກາ ແລະ ບັງຄັບໃຊ້ກົດໝາຍຕໍ່ຜູ້ລະເມີດຢ່າງເດັດຂາດ, ເພື່ອຮັບປະກັນການນຳໃຊ້ທີ່ດິນ ແລະ ຊັບພະຍາກອນປ່າໄມ້ໃຫ້ຖືກຕ້ອງຕາມກົດໝາຍ ແລະ ຍືນຍົງ.
ຂ່າວ: ວິນັດ
ຄໍາເຫັນ