ສຳລັບກອງປະຊຸມໃນມື້ນີ້, ບັນດາປະເທດສະມາຊິກໄດ້ຮ່ວມກັນປຶກສາຫາລືກ່ຽວກັບການຮ່ວມມື ດ້ານສື່ມວນຊົນ ແລະ ຂໍ້ມູນຂ່າວສານທັງພາຍໃນອາຊຽນ ແລະ ກັບປະເທດຄູ່ເຈລະຈາໂດຍອີງໃສ່ແຜນ ວຽກອາຊຽນສະບັບໃໝ່ (2026–2035), ພ້ອມທັງທົບທວນໂຄງການທີ່ກຳລັງດຳເນີນການ ແລະ ພິຈາ ລະນາ 4 ໂຄງການໃໝ່ເພື່ອຂໍທຶນສະໜັບສະ ໜູນຈາກກອງທຶນວັດທະນະທຳອາຊຽນ (ACF) ສຳລັບ ສົກປີ 2027.
ພິເສດ, ຕາງໜ້າສື່ມວນຊົນລາວໂດຍການຮ່ວມມືຂອງບັນດາສື່ຫຼັກພາຍໃຕ້ການຊີ້ນຳຂອງ ຄອສພ ຊຶ່ງປະກອບມີໂທລະພາບແຫ່ງຊາດລາວ, ສຳນັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດ ລາວ ແລະ ໜັງສືພິມພາສາຕ່າງປະເທດ (ວຽງຈັນທາມ) ໄດ້ຮ່ວມກັນນຳສະເໜີໂຄງການໃໝ່ຂອງ ສປປ ລາວ ພາຍໃຕ້ຫົວຂໍ້ “ສຸຂະອະນາໄມທາງໄຊເບີ ແລະ ຄວາມປອດໄພດ້ານສື່ສຳລັບນັກສື່ສານຮຸ່ນໃໝ່” (Cyber Hygiene and Media Safety for Next-Gen Communicators) ຊຶ່ງຜົນຂອງກອງປະ ຊຸມທັງໝົດໃນມື້ນີ້ຈະໄດ້ນຳສະເໜີຕໍ່ກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 ໃນມື້ອື່ນເພື່ອຮັບຮອງຢ່າງ ເປັນທາງການ.
(ຂ່າວ: ຍຸພິນທອງ, ພາບ: ສຳນານ)
ຄໍາເຫັນ