![]() |
ໂຄງການກໍ່ສ້າງອາຄານຮຽນໄດ້ຮັບທຶນສະໜັບສະໜູນຈາກ “ເສັ້ນທາງຫ່ວງໄຍໄປເຖິງ” ຂອງຄອບ ຄົວການນຳສູນກາງ ໃນມູນຄ່າ 1,056,559,700 ກີບ, ປະກອບມີ ອາຄານຮຽນ 1 ຫຼັງ ຈຳນວນ 4 ຫ້ອງຮຽນ, 1 ຫ້ອງການຄູ ແລະ ຫ້ອງນ້ຳ 1 ຫຼັງ. ໃນນັ້ນ, ມີທຶນສົມທົບປະຊາຊົນ ແລະ ງົບປະມານເມືອງ. ຊຶ່ງ ເລີ່ມລົງມືກໍ່ສ້າງນັບແຕ່ເດືອນກໍລະກົດ 2024 ມາເຖິງເດືອນສິງຫາ 2025 ຈຶ່ງສຳເລັດ 100%. ໂຄງການນີ້ ມີຄວາມສຳຄັນຫຼາຍຕໍ່ວຽກງານການສຶກສາ, ເນື່ອງຈາກໄລຍະຜ່ານມາ, ມີຄວາມຫຍຸ້ງຍາກໃນການທຽວໄປຮຽນຂອງນັກຮຽນ ຢູ່ໂຮງຮຽນມັດທະຍົມຕອນຕົ້ນນາວຽງຮ່ອງ ໄລຍະທາງ 6 ກິໂລແມັດ, ມີຄວາມສ່ຽງໃນການຂ້າມນ້ຳເຊກອງໃນລະດູຝົນ ແລະ ໃນປີ 2016 ໄດ້ສ້າງຕັ້ງໂຮງຮຽນມັດທະຍົມຕອນຕົ້ນດອນຂະຍຸງມີພຽງຂັ້ນຮຽນ ມ1-ມ2 ເທົ່ານັ້ນ, ບາງສ່ວນຕ້ອງອາໄສອາຄານຮຽນຊົ່ວຄາວ, ສ່ວນນັກຮຽນ ມ3-ມ4 ຍັງຕ້ອງເດີນທາງໄປຮຽນຢູ່ໂຮງຮຽນອື່ນທີ່ຫ່າງໄກ. ອາຄານຮຽນຫຼັງໃໝ່ນີ້ ເປັນການສ້າງສະພາບແວດລ້ອມທີ່ດີຂຶ້ນໃຫ້ ຄູ-ອາຈານ ແລະ ນັກຮຽນ. ປັດຈຸບັນ, ໂຮງຮຽນມັດທະຍົມຕອນຕົ້ນບ້ານດອນຂະຍຸງມີນັກຮຽນທັງໝົດ 83 ຄົນ ຍິງ 38 ຄົນ, ມີຄູສອນທັງໝົດ 6 ຄົນ ຍິງ 2 ຄົນ. ຊຶ່ງອາຄານຮຽນໃໝ່ຈະເປັນພື້ນຖານສຳຄັນໃນການສະໜອງຫ້ອງຮຽນທີ່ປອດໄພ, ເໝາະສົມ ແລະ ເອື້ອອຳນວຍຕໍ່ການຮຽນ-ການສອນ ພ້ອມທັງຮອງຮັບການພັດທະນາດ້ານການສຶກສາຂອງຊຸມຊົນໃນອະນາຄົດ.
![]() |
ໃນພິທີໄດ້ມອບຫຼຽນກາລະນຶກ 50 ປີ, ໃບຍ້ອງຍໍ ແລະ ໃບຂອບໃຈ ໃຫ້ພາກສ່ວນທີ່ມີຜົນງານຮ່ວມໃນການສະໜັບສະໜູນໂຄງການ. ຈາກນັ້ນ, ກໍໄດ້ຕັດແຖບຜ້າ ເປີດນຳໃຊ້ອາຄານຮຽນ ພ້ອມທັງມອບອຸ ປະກອນ ແລະ ສື່ການຮຽນຮູ້ໃຫ້ໂຮງຮຽນ ປະກອບມີ: ຄອມພີວເຕີ Lenovo 1 ຊຸດ, ປຶ້ມແບບຮຽນ, ປຶ້ມ ຂຽນ, ປາກກາ, ອຸປະກອນຫຼິ້ນກິລາ ແລະ ອຸປະກອນອື່ນໆ ຈາກ “ເສັ້ນທາງຫ່ວງໄຍໄປເຖິງ” ມູນຄ່າ 63 ລ້ານກວ່າກີບ, ພ້ອມທັງທຶນສະໜັບສະໜູນຈາກກອງທຶນສາມັກຄີຈຳປາສັກຊ່ວຍເຫຼືອສັງຄົມ ແລະ ນັກທຸລະ ກິດແມ່ຍິງຈຳປາສັກ ມູນຄ່າ 21 ລ້ານກວ່າກີບ.
![]() |
ຂ່າວ-ພາບ: ວິໄລວອນ ສິດທິໄຊ



ຄໍາເຫັນ