ການເຊື່ອມໂຍງຈິດໃຈຂອງປະຊາຊົນເສີມສ້າງພື້ນຖານທາງສັງຄົມໃຫ້ໝັ້ນຄົງ ເພື່ອສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜ້ຽວແໜ້ນໃນທຸກສະພາບການ

ການເຊື່ອມໂຍງຈິດໃຈຂອງປະຊາຊົນເສີມສ້າງພື້ນຖານທາງສັງຄົມໃຫ້ໝັ້ນຄົງ ເພື່ອສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜ້ຽວແໜ້ນໃນທຸກສະພາບການ

ຮາກຖານຂອງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຢູ່ທີ່ຈິດໃຈຂອງປະຊາຊົນ. ຄວາມເຫັນດີເປັນເອກະພາບໃນລະດັບສູງ ໄດ້ສ້າງຂອບການຮ່ວມມືສອງຝ່າຍໃນລະດັບສູງສຸດ, ແຕ່ສາຍພົວພັນຄູ່ຮ່ວມມືຈະສາມາດຍືນຍົງ ແລະ ໝັ້ນຄົງໄດ້ຍາວນານ ຫຼື ບໍ່ນັ້ນ, ທ້າຍທີ່ສຸດກໍຂຶ້ນກັບການຍອມຮັບ ແລະ ການສະໜັບສະໜູນຂອງປະຊາຊົນທົ່ວໄປ. ປະຫວັດສາດການພົວພັນສາກົນ,ໃນສະໄໝບູຮານ ແລະ ສະໄໝໃໝ່, ໃນຈີນ ແລະ ຕ່າງປະເທດ ໄດ້ສະແດງໃຫ້ເຫັນຊ້ຳແລ້ວຊ້ຳອີກວ່າ: ມິດຕະພາບລະຫວ່າງປະເທດກັບປະເທດ ບໍ່ໄດ້ຢູ່ໃນຖ້ອຍຄຳຂອງສົນທິສັນຍາ, ແຕ່ຢູ່ທີ່ຄວາມສໍາຄັນທາງຈິດໃຈທີ່ປະຊາຊົນມອບໃຫ້ມິດຕະພາບນັ້ນ. ນີ້ແມ່ນບົດຮຽນອັນເລິກເຊິ່ງທີ່ການພັດທະນາສາຍພົວພັນລາວ-ຈີນ ໄດ້ນຳມາໃຫ້ພວກເຮົາ. ສາຍພົວພັນຄູ່ຮ່ວມມືທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຖືກເອີ້ນວ່າ“ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ”, ກໍຍ້ອນວ່າມັນຝັງຮາກຢ່າງເລິກເຊິ່ງໃນໝູ່ປະຊາຊົນ, ບໍ່ວ່າສະພາບການສາກົນຈະປ່ຽນແປງແນວໃດ ກໍບໍ່ສາມາດສັ່ນຄອນໄດ້.

 

 

ຄຸນຄ່າອັນເລິກເຊິ່ງຂອງການຮ່ວມມືດ້ານຊີວິດການເປັນຢູ່ຂອງປະຊາຊົນ, ບໍ່ໄດ້ຈໍາກັດຢູ່ພຽງຜົນສຳເລັດທີ່ເຫັນໄດ້ດ້ວຍຕາ ເຊັ່ນ: ການກໍ່ສ້າງສິ່ງອໍານວຍຄວາມສະດວກສໍາເລັດ, ການເພີ່ມປະສິດທິພາບຂອງອຸດສາຫະກຳ ແລະ ການໄດ້ຮັບທັກສະຕ່າງໆ. ໂຄງການດ້ານຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຊຸກຍູ້ຮ່ວມກັນແຕ່ລະໂຄງການ, ໄດ້ສ້າງສະພາບການອັນມີຊີວິດຊີວາ ໃຫ້ປະຊາຊົນສອງປະເທດໄດ້ພົບປະສື່ສານກັນແບບເຊິ່ງໜ້າ ແລະ ສື່ສານກັນດ້ວຍຄວາມຈິງໃຈ: ຄູ່ຮ່ວມມືດ້ານເຕັກນິກກະສິກຳທີ່ຮ່ວມກັນວິເຄາະການເຕີບໂຕຢູ່ໃນທົ່ງທົດລອງ, ຄູ-ອາຈານ ແລະ ນັກສຶກສາສອງປະເທດທີ່ແລກປ່ຽນຄວາມຄິດເຫັນກັນໃນຫ້ອງຮຽນ, ພະນັກງານທີ່ຮ່ວມມືກັນບໍລິການປະຊາຊົນຢູ່ໃນຊຸມຊົນຂັ້ນຮາກຖານ, ພວກເຂົາຕ່າງກໍຄ່ອຍໆລຶບລ້າງຄວາມຫ່າງເຫີນ, ເພີ່ມພູນຄວາມເຂົ້າໃຈ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ຜ່ານການພົວພັນຢູ່ຮ່ວມກັນໃນແຕ່ລະມື້. ຄວາມໄວ້ເນື້ອເຊື່ອໃຈອັນລຽບງ່າຍນີ້, ແມ່ນຊັບສົມບັດອັນລ້ຳຄ່າ ທີ່ບໍ່ມີຄໍາບັນຍາຍອັນຍິ່ງໃຫຍ່ໃດໆ ສາມາດທົດແທນໄດ້. ຄວາມໄວ້ເນື້ອເຊື່ອໃຈນີ້ ເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດ ກ້າວຂ້າມການຄິດໄລ່ຜົນປະໂຫຍດທີ່ເຢັນຊາ ແລະ ເພີ່ມຄວາມອົບອຸ່ນຈາກການເບິ່ງແຍງ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ.

ລາວ ແລະ ຈີນ ສອງປະເທດມີພາສາໃກ້ຄຽງກັນ, ຮີດຄອງປະເພນີທີ່ສອດຄ່ອງກັນ ແລະ ວັດທະນະທຳໃກ້ຄຽງກັນ, ສາຍພົວພັນທາງທຳມະຊາດທີ່ມີການຮ່ວມໃຊ້ນ້ຳຈາກແມ່ນ້ຳສາຍດຽວກັນ, ເຮັດໃຫ້ປະຊາຊົນສອງປະເທດ ມີສາຍຜູກພັນທາງດ້ານຈິດໃຈທີ່ບໍ່ອາດຕັດຂາດໄດ້ມາແຕ່ບູຮານ ແລະ ມີຮາກເຫງົ້າທາງວັດທະນະທຳທີ່ຄ້າຍຄືກັນ ຜ່ານການຕິດຕໍ່ພົວພັນກັນມາເປັນເວລາຫຼາຍຮ້ອຍຫຼາຍພັນປີ. ການຮ່ວມມືທີ່ເປັນຮູບປະທຳເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ສືບຕໍ່ເຮັດໃຫ້ປະຊາຊົນຮູ້ສຶກໄດ້ຢ່າງແທ້ຈິງວ່າ: ຕົນໄດ້ຮັບຜົນປະໂຫຍດ. ຂະນະດຽວກັນ, ການແລກປ່ຽນດ້ານສັງຄົມ ແລະ ວັດທະນະທຳລະຫວ່າງປະຊາຊົນທີ່ນັບມື້ເລິກເຊິ່ງຂຶ້ນ ກໍສືບຕໍ່ບົ່ມເພາະຄວາມຜູກພັນທາງຈິດໃຈ ທີ່ຊ່ວຍໃຫ້ເຂົ້າໃຈ ແລະ ໃກ້ຊິດກັນຫຼາຍຂຶ້ນ. ການຮຽນຮູ້ພາສາຊຶ່ງກັນ ແລະ ກັນ, ການໄປມາຫາສູ່ກັນຕາມຮີດຄອງປະເພນີ ແລະ ການແລກປ່ຽນວັດທະນະທຳລະຫວ່າງປະຊາຊົນ, ຮ່ວມກັບໂຄງການສາທິດດ້ານກະສິກຳ, ການບໍລິການສາທາລະນະ ແລະ ການບຳລຸງສ້າງຊັບພະຍາ

ກອນມະນຸດ, ຕ່າງກໍສະໜັບສະໜູນຊຶ່ງກັນ ແລະ ກັນ ແລະ ເສີມສ້າງຜົນດີຊຶ່ງກັນ ແລະ ກັນ; ເຮັດໃຫ້ມິດຕະພາບລາວ-ຈີນ ຈາກຄວາມເຫັນດີເປັນເອກະພາບກັນໃນເອກະສານ, ກາຍເປັນຄວາມຮູ້ສຶກຜູກພັນ ແລະ ການຍອມຮັບຈາກໃຈຈິງ ໃນຊີວິດປະຈຳວັນຂອງປະຊາຊົນ. ຂໍ້ເທັດຈິງໄດ້ຢືນຢັນຊໍ້າແລ້ວຊໍ້າອີກວ່າ: ສາຍພົວພັນລະຫວ່າງປະເທດທີ່ໝັ້ນຄົງຢ່າງແທ້ຈິງ, ບໍ່ໄດ້ອາໄສພຽງເອກະສານສະບັບໜຶ່ງເພື່ອຮັກສາໄວ້, ແຕ່ແມ່ນອາໄສຄວາມເຂົ້າໃຈ ແລະ ຄວາມຜູກພັນທາງຈິດໃຈລະຫວ່າງປະຊາຊົນເປັນຮາກຖານຄ້ຳຊູ.

ຄໍາເຫັນ

ຂ່າວການຮ່ວມມື

ມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທີ່ປຶກສາດ້ານຢາເສບຕິດຣາຊະອານາຈັກໄທ

ມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທີ່ປຶກສາດ້ານຢາເສບຕິດຣາຊະອານາຈັກໄທ

ວັນທີ 24 ພະຈິກຜ່ານມາ ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ທ່ານ ນາງ ປຸລະພອນ ພານິດຊະການ ອັກຄະຣາຊະທູດ ທີ່ປຶກສາດ້ານຢາເສບຕິດ ແຫ່ງຣາຊະອານາຈັກໄທ ປະຈຳສປປ ລາວ, ໃຫ້ກຽດມອບຂອງທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກອງເລຂາຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການ “ຈຸດເດັ່ນອາຫານຫວຽດນາມ” ທີ່ແຂວງຈໍາປາສັກ

ໂຄງການ “ຈຸດເດັ່ນອາຫານຫວຽດນາມ” ທີ່ແຂວງຈໍາປາສັກ

ເພື່ອເປັນການສະເຫຼີມສະຫຼອງ "ວັນມະຫາສາມັກຄີທົ່ວປວງຊົນ" ແລະ "ວັນວັດທະນະທຳຫວຽດນາມ", ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ ໄດ້ຈັດງານເທດສະການພາຍໃຕ້ຫົວຂໍ້; “ຈຸດເດັ່ນຂອງອາຫານຫວຽດນາມ” ໃນວັນທີ 23 ພະຈິກ 2026. ກິດຈະກຳດັ່ງກ່າວ ມີຈຸດປະສົງເພື່ອແນະນຳອາຫານພື້ນເມືອງ ທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ 2 ຢ່າງ ຄື: “ເຝີ ແລະ ແໜມ” ໃຫ້ເພື່ອນມິດຊາວລາວ ແລະ ປະຊາຄົມຊາວຫວຽດນາມ ໄດ້ຊິມລົດຊາດອາຫານເດັດຂອງຫວຽດນາມ.
ເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍ ລາວ-ມາເລເຊຍ 2026

ເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍ ລາວ-ມາເລເຊຍ 2026

ໃນວັນທີ 23 ພະຈິກ ຜ່ານມາ ທີ່ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ, ເພື່ອເປັນການຜັນຂະຫຍາຍນະໂຍບາຍກ່ຽວກັບວຽກງານການທູດເສດຖະກິດ ຂອງ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ແລະ ງານລ້ຽງອາຫານຄໍ່າ ເພື່ອສ້າງເຄືອຂ່າຍລາວ-ມາເລເຊຍ 2026 (Laos-Malaysia Business Forum & Networking Dinner 2026) ພາຍໃຕ້ຫົວຂໍ້ “Powering AI Infrastructure, Smart Manufacturing, and Regional Logistics”, ໂດຍມີເຈົ້າພາບຈັດງານ ແລະ ທີມງານໃຫ້ການສະໜັບສະໜູນຈັດຮ່ວມໂດຍ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະພາທຸລະກິດມາເລເຊຍ ປະຈໍາ ສປປ ລາວ, ກະຊວງການຕ່າງປະເທດ (ກົມເສດຖະກິດ), ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ), ສະຖານທູດ ແຫ່ງ ສປປ ລາວ ປະຈໍາ ມາເລເຊຍ ແລະ ພາກທຸລະກິດຂອງທັງສອງປະເທດ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດດັ່ງກ່າວແມ່ນໜຶ່ງໃນບັນດາກິດຈະກໍາປິ່ນອ້ອມການຢ້ຽມຢາມທາງການມາເລເຊຍ ແຕ່ວັນທີ 22-24 ພະຈິກ2026 ຂອງຄະນະຜູ້ແທນ ສປປ ລາວ ນໍາພາໂດຍ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.
ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ຄະນະຜູ້ແທນເຢຍລະມັນຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນຫາລືຜົນສຳເລັດໂຄງການພັດທະນາຊົນນະບົດ

ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານພັກແຂວງ, ປະທານປະຊາຊົນແຂວງຄຳ​ມ່ວນ ໄດ້ຕ້ອນຮັບຄະນະຜູ້ແທນຈາກກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ (BMZ), ສະຖານທູດເຢຍລະມັນປະຈຳ ສ​ປ​ປລາວ, ທະນາຄານເພື່ອການພັດທະນາ (KfW) ແລະ ອົງການ GIZ ນຳໂດຍ ທ່ານນາງ ມິຄາເອວລາ ເຮນນີງ ຮອງຫົວໜ້າພະແນກອາ​ຊີຕາເວັນອອກສຽງໃຕ້ພ້ອມຄະນະ, ​ໃນ​ວັນ​ທີ 23 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເພື່ອປະເມີນຜົນ ແລະ ແລກປ່ຽນຄຳເຫັນກ່ຽວກັບການຮ່ວມມືພັດທະນາໃນແຂວງຄຳມ່ວນ.
ເຈົ້າໜ້າທີ່ອາວຸໂສ ລາວ-ຈີນ ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ

ເຈົ້າໜ້າທີ່ອາວຸໂສ ລາວ-ຈີນ ຮ່ວມມືກວດກາ ແລະ ຄວບຄຸມຢາເສບຕິດ

ກອງປະຊຸມຮ່ວມມືລະດັບເຈົ້າໜ້າທີ່ອາວຸໂສ ສອງຝ່າຍ ລາວ-ຈີນ ວ່າດ້ວຍການຮ່ວມມືເພື່ອກວດກາ ແລະ ຄວບຄຸມຢາເສບຕິດ ຄັ້ງທີ 21 ຈັດຂຶ້ນໃນວັນທີ 19 ພະຈິກຜ່ານມາ, ທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປລາວ ແລະ ທ່ານ ຫຼານ ເຫວີຍຮົງ ຮອງເລຂາທິການ ຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາເສບຕິດ ແຫ່ງ ສປ ຈີນ, ມີທ່ານ ພັອ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມດ້ວຍຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສສອງຝ່າຍເຂົ້າຮ່ວມ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດກຳປູເຈຍ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທູດກຳປູເຈຍ

ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 24 ພະຈິກນີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ.
ອາຊຽນຫາລືເພີ່ມທະວີການຮ່ວມມືຂົງເຂດວັດທະນະທຳ ແລະ ຖະແຫຼງຂ່າວ

ອາຊຽນຫາລືເພີ່ມທະວີການຮ່ວມມືຂົງເຂດວັດທະນະທຳ ແລະ ຖະແຫຼງຂ່າວ

ກອງປະຊຸມກະກຽມຂອງອະນຸກຳມະການວັດທະນະທຳ (Sub Committee on Culture - SCC) ແລະ ກອງປະຊຸມອະນຸກຳມະການຖະແຫຼງຂ່າວ (Sub Committee on Information - SCI) ເພື່ອກະກຽມໃຫ້ແກ່ ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN Committee on Culture and Information - ASEAN-COCI) ຄັ້ງທີ 61 (ຈະຈັດຂຶ້ນໃນວັນທີ 25 ພະຈິກ 2026) ໄດ້ຈັດຂຶ້ນ ໃນວັນທີ 24 ພະຈິກນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ.
ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ລາວ-ຈີນ ສະຫຼອງປີມິດຕະພາບ ແລະ ຄົບຮອບ 5 ປີ ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ

ພິທີສະເຫຼີມສະຫຼອງ “ປີແຫ່ງມິດຕະພາບ ລາວ-ຈີນ ແລະ ວັນຄົບຮອບ 5 ປີ ແຫ່ງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ” ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2026 ທີ່ເມືອງຕ້າລຽນ ສປ ຈີນ, ໂດຍມີ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວ ປະຈຳ ສປ ຈີນ, ຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ລາວ, ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດລົດໄຟ ລາວ-ຈີນ ຈຳກັດ, ທ່ານ ຊຸນຢົງໄຊ (Sun Yongcai) ເລຂາຄະນະພັກ ແລະ ປະທານບໍລິສັດ CRRC ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.
ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ

ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ແລະ ພັນລະຍາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນໍາພາຄະນະຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 22-24 ພະຈິກ ນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ເພີ່ມເຕີມ