ການຮ່ວມມືທີ່ເປັນຮູບປະທຳ: ເສີມສ້າງພື້ນຖານດ້ານຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ແກ່ຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ
ການສ້າງຄູ່ຮ່ວມຊາຕາກຳທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ບໍ່ແມ່ນພຽງຄໍາເວົ້າທາງການທູດທີ່ເປັນນາມມະທຳ ແລະ ຍິ່ງບໍ່ແມ່ນການຖ່າຍທອດຮູບແບບການພັດທະນາຈາກຝ່າຍໜຶ່ງໄປສູ່ອີກຝ່າຍໜຶ່ງແຕ່ພຽງຝ່າຍດຽວ.ໃນທີ່ນີ້ ຈຳເປັນຕ້ອງຊີ້ແຈງຄວາມເຂົ້າໃຈໜຶ່ງໃຫ້ຈະແຈ້ງວ່າ: ການຮ່ວມມືທີ່ເປັນຮູບປະທໍາລະຫວ່າງ ລາວ ແລະ ຈີນ ໃນດ້ານຊີວິດການເປັນຢູ່ຂອງປະຊາຊົນ, ຍາມໃດກໍມີຈຸດເລີ່ມຕົ້ນຈາກແຜນພັດທະນາ ແລະ ຄວາມຕ້ອງການຕົວຈິງຂອງປະຊາຊົນຢູ່ຂັ້ນຮາກຖານຂອງລາວ, ທຸກໂຄງການຮ່ວມມືລ້ວນແຕ່ຜ່ານການປຶກສາຫາລືຢ່າງສະເໝີພາບ, ຮ່ວມກັນວາງແຜນ ແລະ ຊຸກຍູ້ການປະຕິບັດໂດຍສອງຝ່າຍ, ບົນພື້ນຖານການເຄົາລົບສິດທິຂອງລາວໃນການກຳນົດການພັດທະນາຂອງຕົນເອງຢ່າງເຕັມສ່ວນ.
ທາດແທ້ຂອງການຮ່ວມມື, ແມ່ນການແລກປ່ຽນຮຽນຮູ້ປະສົບການຊຶ່ງກັນ ແລະ ກັນ ແລະ ນຳໃຊ້ຈຸດແຂງເພື່ອເສີມຊຶ່ງກັນ ແລະ ກັນລະຫວ່າງປະເທດສັງຄົມນິຍົມບ້ານໃກ້ເຮືອນຄຽງ, ຮ່ວມແບ່ງປັນຜົນປະໂຫຍດຈາກການພັດທະນາໃນຂະບວນການປະຕິບັດຮ່ວມກັນ; ນີ້ແມ່ນການທີ່ສອງຝ່າຍຮ່ວມອອກແຮງ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ ຊຶ່ງບໍ່ແມ່ນການໃຫ້ຈາກຝ່າຍດຽວ. ສິ່ງທີ່ລ້ຳຄ່າຍິ່ງກວ່ານັ້ນແມ່ນ, ການຮ່ວມມືລາວ-ຈີນ ບໍ່ນິຍົມເວົ້າແບບລອຍໆ, ບໍ່ແລ່ນຕາມຊື່ສຽງທີ່ປາສະຈາກຕົວຈິງ, ໂດຍຢຶດໝັ້ນທິດທາງ “ນ້ອຍແຕ່ສວຍງາມ, ໃກ້ຊິດກັບຊີວິດຕົວຈິງ ແລະ ຍືນຍົງ” ຢ່າງສະເໝີມາ. ໂຄງການຮ່ວມມືຈຳນວນຫຼາຍເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ບໍ່ໄດ້ເນັ້ນຂະໜາດການກໍ່ສ້າງທີ່ໃຫຍ່ໂຕເພື່ອສ້າງຄວາມຮືຮາ, ແຕ່ໃຫ້ຄວາມສຳຄັນກັບການແກ້ໄຂບັນຫາຮີບດ່ວນ, ຄວາມຫຍຸ້ງຍາກ, ຄວາມກັງວົນ ແລະ ສິ່ງທີ່ປະຊາຊົນຢູ່ຂັ້ນຮາກຖານມຸ່ງຫວັງ, ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າເຖິງຜົນປະໂຫຍດຈາກການຮ່ວມມືອັນເປັນມິດໄດ້ຢ່າງແທ້ຈິງ.ໃນຂົງເຂດກະສິກຳ, ນັກວິຊາການຂອງສອງປະເທດໄດ້ລົງປະຈຳຢູ່ຕາມທົ່ງທົດລອງໃນຊົນນະບົດ, ອີງໃສ່ສະພາບອາກາດ, ດິນ, ນ້ຳ ແລະ ວິຖີການປູກຝັງແບບດັ້ງເດີມຂອງທ້ອງຖິ່ນ, ເພື່ອຄົ້ນຫາແນວທາງການປູກຝັງທີ່ເປັນມິດຕໍ່ລະບົບນິເວດໃຫ້ເໝາະສົມກັບເງື່ອນໄຂຂອງແຕ່ລະພື້ນທີ່, ໂດຍບໍ່ນຳເອົາຮູບແບບຈາກພາຍນອກມາໃຊ້ແບບຕາຍຕົວ;ໂດຍອາໄສເສັ້ນທາງລົດໄຟລາວ–ຈີນທີ່ເປັນເສັ້ນທາງຫຼັກແຫ່ງການເປີດກວ້າງສູ່ພາຍນອກ, ຜະລິດຕະພັນກະສິກຳທີ່ເປັນມິດຕໍ່ລະບົບນິເວດຂອງລາວ ໄດ້ເຂົ້າສູ່ຕະຫຼາດຜູ້ບໍລິໂພກຈີນຢ່າງເປັນລະບົບ, ພຽງແຕ່ 8 ເດືອນຕົ້ນປີ 2026, ມູນຄ່າ ໝາກໄມ້ເຂດຮ້ອນທີ່ຈີນນຳເຂົ້າຜ່ານເສັ້ນທາງລົດໄຟລາວ–ຈີນ ກໍບັນລຸ 5.26 ຕື້ຢວນ, ເພີ່ມຂຶ້ນ 12.3% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ. ການຊີ້ນຳໃນທາງບວກຈາກຄວາມຕ້ອງການຂອງຕະຫຼາດຍັງຊຸກຍູ້ໃຫ້ກະສິກຳທີ່ມີເອກະລັກສະເພາະຂອງລາວໃຫ້ຫັນໄປສູ່ການຜະລິດທີ່ໄດ້ມາດຕະຖານ ແລະ ການສ້າງຍີ່ຫໍ້. ໃນຂົງເຂດການບໍລິການສາທາລະນະ, ບັນດາໂຄງການດ້ານຄວາມປອດໄພຂອງນ້ຳດື່ມ, ສາທາລະນະສຸກຊຸມຊົນ, ການປ້ອງກັນ ແລະ ຫຼຸດຜ່ອນໄພພິບັດ, ການບໍລິຫານຄຸ້ມຄອງຂັ້ນຮາກຖານ ແລະ ອື່ນໆ; ລ້ວນແຕ່ເກີດຈາກຄວາມຕ້ອງການຂອງຂັ້ນຮາກຖານໃນລາວ; ບັນດາອົງການ ແລະ ປະຊາຊົນພາຍໃນທ້ອງຖິ່ນມີສ່ວນຮ່ວມຕະຫຼອດຂະບວນການ ຕັ້ງແຕ່ການສຶກສາພິຈາລະນາຄວາມເໝາະສົມຂອງໂຄງການ, ການກໍ່ສ້າງ ຈົນເຖິງການດຳເນີນງານ ແລະ ບຳລຸງຮັກສາ; ຈຸດສໍາຄັນບໍ່ໄດ້ຢູ່ທີ່ການສົ່ງມອບສິ່ງອໍານວຍຄວາມສະດວກໃນໄລຍະສັ້ນ, ແຕ່ແມ່ນການບໍາລຸງສ້າງຄວາມອາດສາມາດພາຍໃນທ້ອງຖິ່ນ.ຕັ້ງແຕ່ການນຳໂຄງການນ້ຳດື່ມປອດໄພໃນຊົນນະບົດໄປປະຕິບັດຕົວຈິງ ຈົນເຖິງການຝຶກອົບຮົມທັກສະໃຫ້ແກ່ພະນັກງານການແພດ ແລະ ພະຍາບານຢູ່ຂັ້ນຮາກຖານ, ການຮ່ວມມືໄດ້ເລັ່ງໃສ່ຄວາມຕ້ອງການຕົວຈິງທີ່ຕິດພັນກັບຊິວິດການເປັນຢູ່ຂອງປະຊາຊົນລາວໂດຍຕະຫຼອດມາ. ໃນຂົງເຂດຊັບພະຍາກອນມະນຸດ, ສອງປະເທດໄດ້ສືບຕໍ່ຂະຫຍາຍຂະໜາດການສົ່ງນັກສຶກສາໄປຮຽນຕໍ່ ແລະ ການຝຶກອົບຮົມດ້ານວິຊາການຊຶ່ງກັນ ແລະ ກັນ, ຊາວໜຸ່ມລາວຫຼາຍຮຸ່ນໄດ້ໄປຮຽນຢູ່ຈີນ ແລະ ກັບຄືນປະເທດພາຍຫຼັງຮຽນຈົບ, ນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາຮັບໃຊ້ການກໍ່ສ້າງສາປະເທດເພື່ອ “ຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ” ຊຶ່ງເປັນການສະສົມຮາກຖານທາງດ້ານການພົວພັນຂອງປະຊາຊົນ ແລະ ການແລກປ່ຽນວັດທະນາທໍາ ໃນໄລຍະຍາວຂອງສອງປະເທດ.
ສິ່ງທີ່ສະທ້ອນໃຫ້ເຫັນຢູ່ນີ້, ກໍແມ່ນຫຼັກວິທີການຮ່ວມມືລາວ–ຈີນ: ທີ່ຖືເອົາການພັດທະນາດ້ວຍຕົນເອງເປັນເງື່ອນໄຂພື້ນຖານ, ຖືເອົາຄວາມຕ້ອງການດ້ານຊີວິດການເປັນຢູ່ຂອງປະຊາຊົນເປັນທິດທາງຊີ້ນຳ ແລະ ຖືເອົາການເສີມສ້າງຂີດຄວາມສາມາດເປັນເປົ້າໝາຍປາຍທາງ. ການຮ່ວມມືແບບນີ້, ໄດ້ຍົກລະດັບຈາກ “ການໃຫ້ປາ” ຂຶ້ນເປັນ“ ການສອນວິທີຫາປາ” ແລະ ຂະຫຍາຍຈາກ “ການເຊື່ອມຕໍ່ດ້ານໂຄງລ່າງພື້ນຖານ” ໄປສູ່ “ການເຊື່ອມຕໍ່ດ້ານຂີດຄວາມສາມາດ”. ໂດຍຄຸນຄ່າອັນເລິກເຊິ່ງຂອງການຮ່ວມມືນີ້ ຈຶ່ງກ້າວໄກເກີນກວ່າຜົນສຳເລັດຂອງໂຄງການສະເພາະໃນເວລາໃດໜຶ່ງ ຫຼື ພື້ນທີ່ໃດໜຶ່ງ ຊຶ່ງກໍແມ່ນທິດທາງທີ່ເນັ້ນຜົນຕົວຈິງແບບນີ້ເອງ, ທີ່ເຮັດໃຫ້ການຮ່ວມມືລາວ-ຈີນ ຝັງຮາກຢູ່ໃນຜົນປະໂຫຍດທີ່ເປັນຈິງທີ່ສຸດ ແລະ ໃກ້ຊິດໂດຍກົງກັບຊີວິດຂອງປະຊາຊົນສອງປະເທດມາໂດຍຕະຫຼອດ, ຫຼີກລ່ຽງການກາຍເປັນພຽງຄຳຂວັນທີ່ເລື່ອນລອຍ ແລະ ການເຮັດແບບເປັນພຽງຮູບແບບ.
ໂດຍ: ຫຼີ ເຈິ້ງ (Lǐ Zhèng) ສາດສະດາຈານ ແລະ ອາຈານທີ່ປຶກສານັກສຶກສາປະລິນຍາເອກ ຄະນະພູມສາດ ມະຫາວິທະຍາໄລສ້າງຄູຢຸນນານ, ຫຼູຍ ສົງເໝີຍ (Lǚ Qióngméi) ນັກສຶກສາປະລິນຍາເອກ ຄະນະພູມສາດ ມະຫາວິທະຍາໄລສ້າງຄູຢຸນນານ
ຄໍາເຫັນ