ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ພະຈິກ ຜ່ານມາວ່າ: ອົງການປົກປ້ອງສິ່ງແວດລ້ອມທາງທະເລຂອງສີລັງກາ ລາຍງານວ່າ, ມີນ້ຳມັນຮົ່ວຈາກຖັງເກັບນ້ຳມັນທີ່ທ່າກຳປັ່ນໂຄລຳໂບ ຂອງສີລັງກາ ໃນເວລາປະມານ 9:30 ໂມງເຊົ້າຂອງວັນທີ 21 ພະຈິກ ຜ່ານມາ ສົ່ງຜົນໃຫ້ຮ່ອງລະບາຍນ້ຳໃນຕົວເມືອງ ແລະ ທ່າເຮືອປະມົງມຸດວາລ ທີ່ຢູ່ໃກ້ຄຽງປົນເປື້ອນນໍ້າມັນ. ໂດຍປັດຈຸບັນ, ການເຮັດຄວາມສະອາດກໍາລັງດໍາເນີນຢູ່.
ເຫດການດັ່ງກ່າວເກີດຂຶ້ນພາຍຫຼັງທໍ່ສົ່ງນ້ຳມັນທີ່ເຊື່ອມຕໍ່ກັບຖັງເກັບນ້ຳມັນຢູ່ສະຖານີບັນຈຸນ້ຳມັນຈາຢາ ຄອນເທນເນີ ເທີມິນອລ ໄດ້ແຕກຢ່າງກະທັນຫັນ. ແນວໃດກໍດີ, ຍັງບໍ່ຮູ້ປະລິມານນ້ຳມັນທີ່ຮົ່ວໄຫລຢ່າງແນ່ນອນ. ໂດຍເຈົ້າໜ້າທີ່ທ່າເຮືອສີລັງກາ ສາມາດສະກັດກັ້ນນ້ຳມັນຮົ່ວໄດ້ໃນເວລາປະມານ 10:30 ໂມງ ຂອງວັນ 21 ພະຈິກ ຜ່ານມາ, ແຕ່ນ້ຳມັນຈຳນວນໜຶ່ງໄດ້ໄຫຼລົງສູ່ຄອງລະບາຍນ້ຳຂອງເທດສະບານ. ກ່ອນທີ່ຈະໄຫຼລົງສູ່ທະເລຕາມແຄມຝັ່ງ
ພາຍຫຼັງເກີດເຫດການດັ່ງກ່າວ, ເຈົ້າໜ້າທີ່ທ່າກຳປັ່ນ ແລະ ເຈົ້າໜ້າທີ່ຍາມຝັ່ງສີລັງກາ ໄດ້ເລີ່ມດຳເນີນການຄວບຄຸມ ແລະ ສະກັດກັ້ນການຮົ່ວໄຫຼຂອງນ້ຳມັນຕາມການຊີ້ນຳຂອງອົງການ. ໂດຍມີການຕິດຕັ້ງທຸ່ນກັກຄາບນໍ້າມັນເພື່ອປ້ອງກັນບໍ່ໃຫ້ນໍ້າມັນແຜ່ກະຈາຍ. ຂະນະດຽວກັນເຈົ້າໜ້າທີ່ໄດ້ເລີ່ມເກັບກຳ ແລະ ກຳຈັດນ້ຳມັນທີ່ຮົ່ວໄຫຼແລ້ວ.
ທັງນີ້, ອົງການປົກປັກຮັກສາສິ່ງແວດລ້ອມທາງທະເລພວມປະສານສົມທົບກັບອົງການທີ່ກ່ຽວຂ້ອງເພື່ອຈຳກັດຄວາມເສຍຫາຍຕໍ່ສິ່ງແວດລ້ອມ. ກຳຈັດການຮົ່ວໄຫຼຂອງນ້ຳມັນ ແລະ ຟື້ນຟູສະພາບແວດລ້ອມຢູ່ບໍລິເວນແຄມຝັ່ງທີ່ປະສົບໄພ.
ຄໍາເຫັນ