ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່າວໃນວັນທີ 22 ພະຈິກ ຜ່ານມາວ່າ: ທ່ານຮູ້ສຶກຜິດຫວັງທີ່ກອງປະຊຸມບໍ່ສາມາດບັນລຸເອກະສານຜົນໄດ້ຮັບທີ່ຮອບດ້ານ. ການທີ່ກອງປະຊຸມຄັ້ງນີ້ບໍ່ບັນລຸຂໍ້ຕົກລົງຮ່ວມກັນນັ້ນ ບໍ່ສາມາດປ່ຽນແປງຄວາມເປັນຈິງທີ່ວ່າ ດິນຟ້າອາກາດກຳລັງເກີດການປ່ຽນແປງຢູ່, ອຸນຫະພູມເພີ່ມສູງຂຶ້ນໄດ້ສ້າງສະຖິຕິໃໝ່ຢ່າງບໍ່ຢຸດຢັ້ງ, ເຫດການດິນຟ້າອາກາດທີ່ຮຸນແຮງຍັງສືບຕໍ່ຮ້າຍແຮງຂຶ້ນ, ຄວາມຫຼ້າຊ້າໃນແຕ່ລະຄັ້ງ ລ້ວນແຕ່ເຮັດໃຫ້ໜ້າວຽກຫຍຸ້ງຍາກກວ່າເກົ່າ ແລະ ຕ້ອງໃຊ້ຄ່າຕອບແທນສູງກວ່າເກົ່າ.
ທ່ານ ກູເຕີເຣັສ ຮຽກຮ້ອງໃຫ້ປະເທດຕ່າງໆ ຫຼຸດພົ້ນອອກຈາກການນຳໃຊ້ເຊື້ອໄຟຟອດຊິວ, ເພີ່ມທະວີຄວາມພະຍາຍາມໃນການຫຼຸດຜ່ອນການປ່ອຍອາຍພິດ ແລະ ຮຽກຮ້ອງໃຫ້ບັນດາປະເທດທີ່ພັດທະນາແລ້ວ ປະຕິບັດຕາມຄຳໝັ້ນສັນຍາການສະໜອງທຶນເຂົ້າໃນດ້ານດິນຟ້າອາກາດ.
ຄໍາເຫັນ