ທ່ານ ເລກວກຟອງ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ກ່າວຄຳເຫັນໃນພິທີປະກາດວ່າ: ຕາມແຜນການ, ຮອດປີ 2030, ນະຄອນຈະສູ້ຊົນໃຫ້ກາຍເປັນເຂດຕົວເມືອງພິເສດ, ນອນໃນ 100 ນະຄອນທົ່ວໂລກທີ່ໜ້າດຳລົງຊີວິດ ແລະ ນອນໃນກຸ່ມທີ່ມີລາຍຮັບສູງ. ຮອດປີ 2045, ນະຄອນ ມຸ່ງໄປເຖິງກຸ່ມ 100 ຕົວເມືອງທີ່ດີທີ່ສຸດໃນໂລກ ແລະ ຮອດປີ 2075 ຈະກາຍເປັນຕົວເມືອງອັດສະລິຍະໃນໂລກ, ທັນສະໄໝ ແລະ ພັດທະນາຢ່າງຮອບດ້ານ.
ວິໄສທັດ 100 ປີ ແມ່ນວິໄສທັດຂອງຫຼາຍຮຸ່ນຄົນ. ກໍ່ສ້າງນະຄອນໂຮ່ຈິມິນ ໃຫ້ກາຍເປັນຕົວເມືອງອັດສະລິຍະ, ທັນສະໄໝ, ພັດທະນາຢ່າງຮອບດ້ານ, ທຽບເທົ່າກັບບັນດາເຂດຕົວເມືອງແຖວໜ້າຂອງໂລກ ແມ່ນພາລະກິດປະຫວັດສາດຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ນະຄອນ, ຫັນການວາງແຜນກຳນົດຍຸດທະສາດໃຫ້ກາຍເປັນບັນດາຜົນສຳເລັດໃນວິວັດການພັດທະນາໃນຕົວຈິງຢ່າງມີຊີວິດຊີວາ.
ໃນພິທີປະກາດ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ນະຄອນສຸມໃສ່ປະຕິບັດ 5 ໜ້າທີ່ຈຸດສຸມຄື: ໜຶ່ງ, ຕ້ອງໂຄສະນາເຜີຍແຜ່ເນື້ອໃນຫຼັກຂອງການວາງແຜນກຳນົດເພື່ອເປັນເອກະພາບຕໍ່ຄວາມຮັບຮູ້ຢ່າງສູງ ແລະ ການກະທຳ. ສອງ, ນະຄອນຕ້ອງເດັດດ່ຽວນຳໃຊ້ມະຕິຂອງສະພາແຫ່ງຊາດ, ພິເສດແມ່ນກົດໝາຍວ່າດ້ວຍການພັດທະນາຕົວເມືອງ. ສາມ, ສຸມໃສ່ແກ້ໄຂບັນດາຈຸດອຸດຕັນດ້ານພື້ນຖານໂຄງລ່າງ. ສີ່, ຍົກສູງປະສິດທິພາບ, ປະສິດທິຜົນຂອງການຄຸ້ມຄອງລັດ ແລະ ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຫ້າ, ສ້າງອົງຄະນະພັກທີ່ມີຄວາມສາມັກຄີ, ປອດໂປ່ງ, ເຂັ້ມແຂງ ແລະ ມີຄວາມຮອບຜິດຊອບສູງຢ່າງແທ້ຈິງ.
ຄາດວ່າ, ທາງນະຄອນຈະສຳເລັດການອັບເດດເອກະສານ ແລະ ແຜນການວາງແຜນກຳນົດ ກ່ອນວັນທີ 31 ທັນວາ 2026 ແລະ ສໍາເລັດການວາງແຜນກຳນົດສະເພາະຂະແໜງ ກ່ອນວັນທີ 30 ມິຖຸນາ 2027.
ຄໍາເຫັນ