![]() |
ໃນໂອກາດນີ້, ສອງຝ່າຍໄດ້ຮັບຊົມວິດີໂອແນະນຳປະຫວັດຄວາມເປັນມາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ກ່ອນຈະຮ່ວມກັນສົນທະນາ ແລະ ແລກປ່ຽນບົດຮຽນຈາກພາກປະຕິບັດ ໃນຫຼາຍດ້ານ ເຊັ່ນ: ການຄຸ້ມຄອງ ແລະ ກຳນົດທິດທາງເນື້ອຫາຂ່າວ, ການຈັດຕັ້ງກົງຈັກອົງການສື່ມວນຊົນ, ການບໍລິຫານແຫຼ່ງຂ່າວ, ການຮັກສາຈັນຍາບັນວິຊາຊີບ ແລະ ການຍົກສູງຄວາມຮັບຜິດຊອບຕໍ່ສັງຄົມ. ພ້ອມນັ້ນ, ຍັງໄດ້ສົນທະນາເຖິງການປັບຕົວຂອງສື່ມວນຊົນ ຕໍ່ການປ່ຽນແປງຢ່າງວ່ອງໄວຂອງວິທະຍາສາດ ແລະ ເຕັກໂນໂລຊີ.
![]() |
ທ່ານ ພັນເອກພິເສດ ຫງວຽນ ຮົ່ງ ຫາຍ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະສື່ມວນຊົນລາວ ແລະ ເນັ້ນວ່າ ການພົບປະຄັ້ງນີ້ເປັນໂອກາດສຳຄັນໃນການແລກປ່ຽນປະສົບການ ແລະ ຄວາມຮ່ວມມືທາງວິຊາຊີບລະຫວ່າງສອງອົງການ. ພ້ອມຢືນຢັນວ່າ ໜັງ ສືພິມກອງທັບປະຊາຊົນຫວຽດນາມ ມີຄວາມພ້ອມໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນກັບອົງການສື່ມວນຊົນລາວ ດ້ວຍຈິດໃຈສະໜິດສະໜົມ, ເປີດກວ້າງ ແລະ ສາມັກຄີອ້າຍນ້ອງ.
ສ່ວນ ທ່ານນາງ ກອງບຸນ ສຸລິວົງ ໄດ້ກ່າວຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນຂອງຝ່າຍຫວຽດນາມ, ພ້ອມທັງຢືນຢັນວ່າ ປັດຈຸບັນ ລາວກຳລັງເລັ່ງຈັດລະບຽບ, ວາງແຜນ ແລະ ປັບປຸງຂະແໜງສື່ມວນຊົນໃຫ້ທັນສະໄໝ ເພື່ອຮອງຮັບການປ່ຽນແປງໃນຍຸກປະຕິວັດອຸດສາຫະກຳ 4.0. ດັ່ງນັ້ນ, ການມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ຈຶ່ງເປັນໂອກາດອັນດີໃຫ້ຄະນະໄດ້ຮຽນຮູ້, ຄົ້ນຄວ້າ ແລະ ນຳເອົາບົດຮຽນຈາກພາກປະຕິບັດໄປປະຍຸກໃຊ້ ໃນການປັບປຸງວຽກງານບໍລິຫານ ແລະ ຈັດຕັ້ງຂອງສື່ມວນຊົນຢູ່ລາວໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນ.
![]() |
ພ້ອມນີ້,ທ່ານນາງ ກອງບຸນ ສຸລິວົງ ກ່າວຕື່ມວ່າ: ການແລກປ່ຽນຄັ້ງນີ້ ຈະເປັນພື້ນ ຖານສຳຄັນໃນການຕໍ່ຍອດການຮ່ວມມືດ້ານສື່ມວນຊົນລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ທັງດ້ານວິຊາການ, ການແລກ ປ່ຽນຂໍ້ມູນຂ່າວສານ ແລະ ການພັດທະນາບຸຄະລາກອນ ເພື່ອຮ່ວມກັນຍົກສູງຄຸນນະ ພາບວຽກງານສື່ມວນຊົນ ແລະ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ– ຫວຽດນາມ.
ພາຍຫຼັງການພົບປະ, ຄະນະບໍລິຫານສື່ມວນຊົນລາວ ໄດ້ເຂົ້າຢ້ຽມຊົມພະແນກວິຊາການຕ່າງໆ, ສຶກສາຂະບວນການຈັດພິມ ແລະ ເຜີຍແຜ່ຂ່າວ ພ້ອມທັງພົບປະແລກປ່ຽນກັບພະນັກງານ, ນັກຂ່າວ ແລະ ບັນນາທິການຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ຕື່ມອີກ.(ຂ່່າວ:ຕຸໄລເພັດ)



ຄໍາເຫັນ