![]() |
ໜຶ່ງ, 40 ກວ່າປີ: ບົດຮຽນດ້ານການພັດທະນາຂອງຕົວເມືອງໜຶ່ງ
ໃນໄລຍະກອງປະຊຸມ APEC ຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ກ່າວຫຼາຍເທື່ອກ່ຽວກັບຂະບວນວິວັດການພັດທະນາຂອງເຊິ່ນເຈິ້ນ ເປັນເວລາ 40 ກວ່າປີຜ່ານມາ. ເພິ່ນຍົກໃຫ້ເຫັນວ່າ: ເຊິ່ນເຈິ້ນ ໄດ້ບັນລຸການກ້າວກະໂດດຄັ້ງປະຫວັດສາດຈາກເມືອງນ້ອຍເຂດຊາຍແດນຂຶ້ນເປັນຕົວເມືອງໃຫຍ່ລະດັບສາກົນ ຊຶ່ງໄດ້ສ້າງສິ່ງມະຫັດສະຈັນໃນປະຫວັດການພັດທະນາຂອງໂລກ.
ເມື່ອສັງເກດວິວັດທະນາການເຕີບໂຕຂອງເຊິ່ນເຈິ້ນຈະເຫັນໄດ້ວ່າມັນເປັນຕົວຢ່າງອັນມີຊີວິດຊີວາແຫ່ງການປະຕິຮູບ, ເປີດປະຕູສູ່ພາຍນອກ, ການພັດທະນາດ້ວຍການປະດິດສ້າງຂອງຈີນຄື: ໃນໄລຍະທີ່ມີພື້ນຖານອ່ອນແອໄດ້ເຊື່ອມໂຍງເຂົ້າກັບການແບ່ງງານທົ່ວໂລກ; ທ່າມກາງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຮຽນຮູ້ ແລະ ເຂົ້າໃຈກົດລະບຽບສາກົນໃຫ້ດີ, ສະສົມພະລັງແຮງການພັດທະນາ; ພາຍຫຼັງເຊື່ອມໂຍງເຂົ້າກັບຕ່ອງໂສ້ອຸດສາຫະກຳທົ່ວໂລກຢ່າງເລິກເຊິ່ງແລ້ວ, ໄດ້ມຸ່ງໝັ້ນປັບປຸງແກ້ໄຂຈຸດອ່ອນ; ທ່າມກາງກະແສຟອງການພັດທະນາໂລກຮອບໃໝ່, ຜ່ານຈາກການບຸກທະລຸຂອດຫຍຸ້ງຍາກດ້ວຍການປະດິດສ້າງຢ່າງເປັນເຈົ້າຕົນເອງ, ກາຍເປັນຜູ້ນຳໜ້າໃນຂົງເຂດພັດທະນາໃໝ່ ແລະ ນຳພາການພັດທະນາຂອງທົ່ວເຂດແຄວ້ນ.
ເຊິ່ນເຈິ້ນ ໄດ້ສະສົມບົດຮຽນຈຳນວນຫຼວງຫຼາຍໃນດ້ານການປະຕິຮູບ, ເປີດປະຕູສູ່ພາຍນອກ ແລະ ການປະດິດສ້າງທ່າມກາງການພັດທະນາ. ເວົ້າສຳລັບ APEC ແລ້ວ, ປະສົບການຂອງເຊິ່ນເຈິ້ນພໍດີເປັນແບບຢ່າງທີ່ສາມາດຖອດຖອນເປັນບົດຮຽນທີ່ດີ.
ສອງ, 35 ປີ: ຝັງຮາກເລິກຢູ່ອາຊີ-ປາຊີຟິກ, ສ້າງສາອາຊີ-ປາຊີຟິກ, ສ້າງຄວາມຜາສຸກໃຫ້ແກ່ອາຊີ-ປາຊີຟິກ.
ປີນີ້ເປັນປີທີ່ຈີນເຂົ້າເປັນສະມາຊິກຂອງ APEC ຄົບຮອບ 35 ປີ.
APEC ກຳເນີດຂຶ້ນໃນປີ 1989, ປີ 1991 ຈີນເຂົ້າເປັນສະມາຊິກ APECຢ່າງເປັນທາງການ, ຈາກນັ້ນມາຈີນໄດ້ເປັນເຈົ້າພາບຈັດກອງປະຊຸມ APEC 3 ຄັ້ງຄື: ປີ 2001 ຢູ່ຊຽງໄຮ້, ປີ 2014 ຢູ່ປັກກິ່ງ ແລະ ປີນີ້ຢູ່ເຊິ່ນເຈິ້ນ.
![]() |
ຕະຫຼອດໄລຍະ 35 ປີຜ່ານມາ, ຈີນເປັນໜຶ່ງໃນບັນດາຜູ້ປະຕິບັດຕົວຈິງຢ່າງຫ້າວຫັນທີ່ສຸດ ໃນການຊຸກຍູ້ການຮ່ວມມືອາຊີ-ປາຊີຟິກ ມາໂດຍຕະຫຼອດ. ຈີນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງ 13 ກຸ່ມເສດຖະກິດໃນ APEC, ປີ 2025, ຍອດມູນຄ່າການຄ້າລະຫວ່າງຈີນກັບກຸ່ມເສດຖະກິດອື່ນໆໃນ APEC ໄດ້ກວມເອົາເກືອບ 60% ຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ. ຈາກການຊຸກຍູ້ຂະບວນການເຂດການຄ້າເສລີອາຊີ-ປາຊີຟິກຮອດການເຊັນສັນຍາການຄ້າເສລີກັບ 15 ກຸ່ມເສດຖະກິດຂອງ APEC ຕະຫຼອດຮອດການບັນລຸເປົ້າໝາຍກ່ຽວກັບການຮັບຮອງຊຶ່ງກັນ ແລະ ກັນ ຕໍ່ຜູ້ປະກອບການມາດຕະຖານ ຫຼື AEO ກັບ 10 ກຸ່ມເສດຖະກິດ APEC, ຈີນໄດ້ຖືເອົາຜົນປະໂຫຍດຈາກການເປີດປະຕູສູ່ພາຍນອກຂອງຕົນ ເພີ່ມຕື່ມເຂົ້າໃນຂະບວນການເຊື່ອມໂຍງເຊື່ອມຈອດຂອງອາຊີ-ປາຊີຟິກຢ່າງບໍ່ຢຸດຢັ້ງ.
ໃນກອງປະຊຸມຜູ້ນຳ APEC ຄັ້ງທີ 33 ເທື່ອນີ້, ທ່ານ ສີຈິ້ນຜິງ ໄດ້ສະ ເໜີຂໍ້ສະເໜີ “4 ຢຶດໝັ້ນ” ຄື: ຢຶດໝັ້ນຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ, ຢຶດໝັ້ນເປີດປະຕູສູ່ພາຍນອກ ແລະ ເຊື່ອມໂຍງເຊື່ອມຈອດກັນ, ຢຶດໝັ້ນບຸກເບີກແລະ ປະດິດສ້າງ, ຢຶດໝັ້ນການພັດທະນາແບບກວມລວມ ຊຶ່ງໄດ້ຊີ້ທິດເຍືອງທາງຢ່າງຈະແຈ້ງຕື່ມອີກໃຫ້ແກ່ການສ້າງປະຊາຄົມອາຊີ-ປາຊີຟິກ.
ສາມ, ປີເລີ່ມຕົ້ນປະຕິບັດແຜນການ 5 ປີຄັ້ງທີ 15: ສົ່ງຄຳເຊື້ອເຊີນຕໍ່ທົ່ວໂລກ
ປີນີ້ເປັນປີທີ່ຈີນເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 (2026-2030), ຍັງເປັນ “ປີຈີນ”ຂອງ APEC. ໃນກອງປະຊຸມສຸດຍອດຜູ້ບໍລິຫານທຸລະກິດອົງການ APEC, ທ່ານ ສີຈິ້ນຜິງ ໄດ້ກ່າວຢ່າງຈະແຈ້ງວ່າ: ແຜນການ 5 ປີຄັ້ງທີ 15 ຂອງຈີນ ບໍ່ພຽງແຕ່ເປັນແຜນແມ່ບົດການພັດທະນາຂອງຈີນເທົ່ານັ້ນຍັງໄດ້ສະໜອງໂອກາດຕ່າງໆໃຫ້ແກ່ການເຕີບໂຕຂອງເສດຖະກິດອາຊີ-ປາຊີຟິກ ກໍຄືຂອງໂລກ, ເປັນຄຳເຊື້ອເຊີນການຮ່ວມມືທີ່ຈີນສົ່ງໃຫ້ວົງການອຸດສາຫະກຳ-ການຄ້າທົ່ວໂລກ.
ຄວາມສຳຄັນຂອງຄຳເຊື້ອເຊີນດັ່ງກ່າວ ແມ່ນໄດ້ສະແດງໃຫ້ເຫັນມາແຕ່ດົນແລ້ວໃນກິດຈະກຳຕ່າງໆກ່ຽວຂ້ອງກັບ “ປີຈີນ”ຂອງ APEC. ເດືອນມິຖຸນາປີນີ້, ໃນກິດຈະກຳສຳຫຼວດຄົ້ນຄວ້າສະເພາະຂອງກອງປະຊຸມເວທີປຶກສາຫາລືອຸດສາຫະກຳ-ການຄ້າວິສາຫະກິດຂະໜາດກາງ ແລະ ນ້ອຍ ຂອງ APEC ຢູ່ເມືອງຟູຖຽນ ນະຄອນເຊິ່ນເຈິ້ນ, ຜູ້ຕາງໜ້າວົງການອຸດສາຫະກຳ-ການຄ້າ 300 ກວ່າທ່ານຈາກກຸ່ມເສດຖະກິດສະມາຊິກ APEC ໄດ້ແບ່ງເປັນກຸ່ມໄປທັດສະນະສຶກສາຢູ່ວິສາຫະກິດຕ່າງໆ, ຈາກແພລດຟອມຄົ້ນຄວ້າພັດທະນາຢາປົວພະຍາດດ້ວຍ AI ຮອດການສົ່ງຕໍ່ດ້ວຍລົດຂົນສົ່ງອັດສະລິຍະ, ສອງຝ່າຍໄດ້ບັນລຸເຈດຈຳນົງການຮ່ວມມື 60 ກວ່າລາຍການຢູ່ກັບທີ່.
ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)


ຄໍາເຫັນ