ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.

 

 

ສປປ ລາວ ມີກໍານົດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງເປັນທາງການ ໃນວັນທີ 24 ພະຈິກ 2026, ໂດຍອີງຕາມຍັດຕິຂອງ ສະມັດຊາໃຫຍ່ ສະຫະປະຊາຊາດ, ສະບັບເລກທີ A/RES/76/8, ລົງວັນທີ 24 ພະຈິກ 2021. ປັດຈຸບັນ, ປະເທດດ້ອຍພັດທະນາ ມີທັງໝົດຈໍານວນ 44 ປະເທດ, ຊຶ່ງປະເຊີນກັບອຸປະສັກດ້ານໂຄງສ້າງຕໍ່ການພັດທະນາແບບຍືນຍົງ. ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາແມ່ນອີງໃສ່ 3 ເງື່ອນໄຂ ຄື: ລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI), ດັດສະນີຊັບສິນມະນຸດ (HAI), ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະສິ່ງແວດລ້ອມ(EVI).

ການຮັບຮູ້ເຖິງຜົນສໍາເລັດ:

ຕະຫຼອດໄລຍະຜ່ານມາ ສປປ ລາວ ໄດ້ກຳນົດນະໂຍບາຍ ແລະ ຖືເປັນບຸລິມະສິດແຫ່ງຊາດໃນການລຶບລ້າງຄວາມທຸກຍາກ; ນັບແຕ່ປີ 2000 ເປັນຕົ້ນມາ ພັກ-ລັດຖະບານ ສປປ ລາວ ໄດ້ມີຄວາມໝາຍຄວາມໝັ້ນຢ່າງຕັ້ງໜ້າ ແລະໄດ້ພະຍາຍາມຢ່າງສຸດຄວາມສາມາດ ເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.

ມາຮອດເດືອນ ກຸມພາ 2021, ສປປ ລາວ ໄດ້ບັນລຸການປະເມີນຄົບທັງ 3 ເງື່ອນໄຂຂອງການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ໄດ້ສືບຕໍ່ຜ່ານເງື່ອນໄຂຕະຫຼອດໄລຍະ5 ປີທີ່ຜ່ານມາ.ຜົນສໍາເລັດນີ້ ໄດ້ສະທ້ອນໃຫ້ເຫັນເຖິງການພັດທະນາຂອງ ສປປ ລາວ ທີ່ດໍາເນີນມາຫຼາຍທົດສະວັດ. ອັດຕາຄວາມທຸກຍາກແຫ່ງຊາດໄດ້ຫຼຸດລົງຈາກ 46% ໃນປີ 1993 ເຫຼືອ 15% ໃນປະຈຸບັນ. ອັດຕາການເສຍຊີວິດ ຂອງເດັກອາຍຸຕໍ່າກວ່າ 5 ປີ ໄດ້ຫຼຸດລົງຫຼາຍກວ່າເຄິ່ງໜຶ່ງ ຈາກຫຼາຍກວ່າ 100 ຄົນ ຕໍ່ອັດຕາການເກີດ 1,000 ຄົນ ໃນປີ 2000 ເຫຼືອປະມານ 40 ຄົນ ໃນປີ 2022. ພ້ອມດຽວກັນນັ້ນ, ປະຊາຊົນ ສາມາດເຂົ້າເຖິງໄຟຟ້າ ໄດ້ເພີ່ມຂຶ້ນຈາກ 42.6% ເປັນເກືອບ 100%. ອັດຕາການຮູ້ໜັງສືຂອງຜູ້ໃຫຍ່ໄດ້ເພີ່ມຂຶ້ນຈາກຕໍ່າກວ່າ 70% ເປັນ 87.5% ແລະ ຈໍານວນປີສະເລ່ຍຂອງການຮຽນໜັງສື ໄດ້ເພີ່ມຂຶ້ນຈາກ 4.2 ປີ ເປັນເກືອບ 6 ປີ. ຜົນສໍາເລັດເຫຼົ່ານີ້ ໄດ້ມີພື້ນຖານມາຈາກການຂະຫຍາຍຕົວທາງເສດຖະກິດ ໂດຍອັດຕາການຂະຫຍາຍຕົວຂອງເສດຖະກິດຢູ່ທີ່ຕົວສະເລ່ຍ 5.6% ໃນລະຫວ່າງປີ 2015 ຫາ 2025.

ການກະກຽມສຳລັບໄລຍະຂ້າມຜ່ານ:

ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຈະເປັນການກ້າວເຂົ້າສູ່ໄລຍະຂ້າມຜ່ານຂອງ ສປປ ລາວ ເນື່ອງຈາກບາງມາດຕະການສະໜັບສະໜູນດ້ານການຄ້າ, ການເງິນ ແລະ ການສະໜັບສະໜູນດ້ານວິຊາການໃນຂອບຫຼາຍຝ່າຍ ຈະເລີ່ມຫັນປ່ຽນໄປສູ່ເງື່ອນໄຂທີ່ມີສິດທິພິເສດໜ້ອຍລົງ, ເຊິ່ງບາງອັນຈະມີຜົນໃນທັນທີ, ແຕ່ສ່ວນໃຫຍ່ຈະຄ່ອຍໆມີການປ່ຽນແປງໃນແຕ່ລະໄລຍະປະມານ 3 ຫາ 4 ປີ.

ການຂ້າມຜ່ານການອອກຈາກສະຖານະພາບດ້ອຍພັດທະນາແມ່ນການກ້າວເຂົ້າສູ່ເສັ້ນທາງທີ່ ສປປ ລາວ ຍັງບໍ່ທັນຄຸ້ນເຄີຍ, ເຊິ່ງໄດ້ຮຽກຮ້ອງໃຫ້ການຊີ້ທິດເຢືອງທາງຢ່າງລະມັດລະວັງ, ມີຄວາມຮູ້ຄວາມຊໍານານ ແລະ ໄດ້ຮັບການສືບຕໍ່ສະໜັບສະໜູນຢ່າງຕໍ່ເນື່ອງຈາກປະຊາຄົມສາກົນ ກໍຄືຄູ່ຮ່ວມພັດທະນາ. ສປປ ລາວ ໄດ້ຖະແຫຼງເຈດຈໍານົງຂອງຕົນຢ່າງຊັດເຈນຕໍ່ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນເດືອນ ກັນຍາ 2026 ທີ່ຜ່ານມາ ໂດຍຮຽກຮ້ອງໃຫ້ມີມາດຕະການສະໜັບສະໜູນຈາກສາກົນ ໃນໄລຍະຂ້າມຜ່ານທີ່ສາມາດຄາດຄະເນໄດ້ ແລະ ຕໍ່ເນື່ອງ, ລວມທັງ ທຶນທີ່ມີເງື່ອນໄຂຜ່ອນຜັນ ເພື່ອຮັບປະກັນຜົນສໍາເລັດທີ່ຍາດມາໄດ້ ໃນຂະນະທີ່ ສປປ ລາວ ກະກຽມກ້າວເຂົ້າສູ່ຍຸກຫຼັງການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ.

ເພື່ອຮັບມືຕໍ່ກັບການຂ້າມຜ່ານອັນສຳຄັນນີ້, ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາ ແຜນຍຸດທະສາດການ ຂ້າມຜ່ານຢ່າງໂລ່ງລຽນ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (Smooth Transition Strategy – STS) ໃນເດືອນ ທັນວາ 2023, ເຊິ່ງແຜນຍຸດທະສາດດັ່ງກ່າວ ໄດ້ກໍານົດນະໂຍບາຍ ເພື່ອໃຫ້ ສປປ ລາວ ກະກຽມຄວາມພ້ອມທີ່ດີສໍາລັບການຫຼຸດພົ້ນ ແລະ ຮັບມືຕໍ່ກັບຜົນກະທົບ ຫຼື ການປ່ຽນແປງທີ່ຕາມມາ ໃນຂົງເຂດນະໂຍບາຍຫຼັກ ລວມທັງ ຄວາມຍືນຍົງດ້ານເສດຖະກິດມະຫາພາກ, ການເງິນ, ການຄ້າ, ການລົງທຶນ ແລະ ການຫັນປ່ຽນເສດຖະກິດ, ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງໄພພິບັດ, ພ້ອມດ້ວຍບັນດາບູລິມະສິດໃນການຈັດຕັ້ງປະຕິບັດ, ເຊິ່ງໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຄັ້ງທີ 10.

ໃນໄລຍະບໍ່ດົນມານີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ອອກຄໍາສັ່ງສະບັບເລກທີ 48/ນຍ, ລົງວັນທີ 6 ສິງຫາ 2026 ໄດ້ສະເໜີໃຫ້ບັນດາກະຊວງຈັດຕັ້ງປະຕິບັດນະໂຍບາຍ 12 ຂໍ້ ທີ່ໄດ້ແນະນໍາໄວ້ໃນບົດປະເມີນຄວາມພ້ອມ ເພື່ອເລັ່ງລັດການວາງມາດຕະການຮອງຮັບຕໍ່ກັບຜົນກະທົບ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຂອງ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໂດຍເຊື່ອມສານເຂົ້າກັບແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລຽນ. ບັນດານະໂຍບາຍເຫຼົ່ານີ້ ຖືກແນະນໍາໃຫ້ພິຈາລະນາຈັດຕັ້ງປະຕິບັດ ເພື່ອຮອງຮັບຕໍ່ກັບການປ່ຽນແປງສະເພາະດ້ານການຄ້າ, ການຊ່ວຍເຫຼືອທາງການເງິນເພື່ອການພັດທະນາ ແລະ ການສະໜັບສະໜູນໃນຂອບຫຼາຍຝ່າຍ ທີ່ຈະມີຜົນທັນທີ ຫຼື ເລີ່ມທີ່ຈະມີຜົນ ພາຍຫຼັງທີ່ປະເທດຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ.

ຄວາມມຸ່ງຫວັງເພື່ອອະນາຄົດ:

ບັນດານະໂຍບາຍ 12 ຂໍ້ທີ່ແນະນໍາເຫຼົ່ານີ້ ໄດ້ກໍານົດໄລຍະເວລາການຈັດຕັ້ງປະຕິບັດທີ່ຊັດເຈນ ແລະ ມີຄວາມສໍາຄັນຢ່າງຍິ່ງຕໍ່ກັບໄລຍະຂ້າມຜ່ານທີ່ຈະມາເຖິງ, ເປັນຕົ້ນແມ່ນການວາງແຜນໃຫ້ສໍາເລັດການເຈລະຈາຂໍເງື່ອນໄຂສິດທິພິເສດດ້ານການຄ້າແບບມີເງື່ອນໄຂສໍາລັບປະເທດກໍາລັງພັດທະນາ (GSP+) ກັບ ສະຫະພາບເອີຣົບ (EU) ພາຍໃນປີ 2029, ດໍາເນີນການການວິເຄາະ ແລະ ຍົກລະດັບການນໍາໃຊ້ລະບົບການຄ້າທີ່ມີສິດທິພິເສດຂອງຜູ້ສົ່ງອອກຢູ່ ສປປ ລາວ ແລະ ການສ້າງຂີດຄວາມສາມາດຂອງລັດຖະບານໃນການສົ່ງເສີມຜົນປະໂຍດທາງການຄ້າຂອງຊາດໃນທົ່ວໂລກ, ເຊິ່ງແມ່ນຕົວຢ່າງ ຂອງການປະຕິຮູບເພື່ອກ້າວໄປທາງໜ້າ, ເຊິ່ງຈະເຮັດໃຫ້ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາບໍ່ແມ່ນ ການຖອນການສະໜັບສະໜູນ, ແຕ່ເພື່ອເປັນການເຕີບໂຕ ແລະ ຄວາມຈະເລີນຮຸ່ງເຮືອງຫຼາຍກວ່າ.

ພ້ອມດຽວກັນນັ້ນ, ບັນດານະໂຍບາຍສະເພາະທີ່ຊຸກຍູ້ການເຊື່ອມໂຍງລະຫວ່າງທຸລະກິດຂອງຜູ້ຜະລິດພາຍໃນ ແລະ ຜູ້ສົ່ງອອກ, ພ້ອມທັງມາດຕະການສົ່ງເສີມການນໍາໃຊ້ເຕັກໂນໂລຊີໃໝ່ ແມ່ນນະໂຍບາຍທີ່ສໍາຄັນເພື່ອປະກອບສ່ວນເຮັດໃຫ້ພາກເອກະຊົນຂອງ ສປປ ລາວ ໃຫ້ມີຄວາມຫຼາກຫຼາຍ, ມີຄວາມຄຶກຄື້ນ ແລະ ເນັ້ນໃສ່ຕະຫຼາດໃນພາກພື້ນຫຼາຍຂຶ້ນ.

ບັນດານະໂຍບາຍແນະນໍາເຫຼົ່ານີ້ ແມ່ນການກຳນົດເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນຫຼາຍກວ່າການຮັກສາທ່າອ່ຽງການພັດທະນາທີ່ຍືນຍົງທີ່ຍາດມາໄດ້ໃນໄລຍະຜ່ານມາ. ການຮຽກຮ້ອງການປະຕິຮູບດັ່ງກ່າວນີ້, ໂດຍການຊີ້ນໍາ-ນໍາພາຂອງ ລັດຖະບານ ພ້ອມດ້ວຍການສະໜັບສະໜູນຈາກປະຊາຄົມສາກົນ, ໄດ້ຮຽກຮ້ອງໃຫ້ມີການປຶກສາຫາລື ກ່ຽວກັບ ວາລະໃໝ່ຂອງການເຕີບໂຕທີ່ສາມາດເປັນປັດໄຈເລັ່ງໃຫ້ເກີດການພັດທະນາໄປໄກກວ່າການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາ. ການປະຕິຮູບ ແລະ ການລົງທຶນທີ່ຈະດໍາເນີນໃນໄລຍະຂ້າມຜ່ານນີ້ ຍັງເປັນການວາງພື້ນຖານໃຫ້ແກ່ວິໄສທັດການພັດທະນາໃນໄລຍະຍາວຂອງ ສປປ ລາວ ໃນການກ້າວໄປເປັນປະເທດທີ່ມີລາຍຮັບປານກາງ-ສູງ ໃນທົດສະວັດຕໍ່ໜ້າ, ໂດຍການສົ່ງເສີມໃຫ້ມີຄວາມຫຼາກຫຼາຍຂະແໜງເສດຖະກິດ, ສົ່ງເສີມການຜະລິດ ແລະ ການພັດທະນາຊັບສິນມະນຸດແລະ ສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງຫຼາຍຂຶ້ນ.

ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໄດ້ເປັນຫົວຂໍ້ຫຼັກໃນການສົນທະນາຢູ່ກອງປະຊຸມໂຕະມົນປະຈໍາປີ 2026 ໃນວັນທີ 19 ພະຈິກ ທີ່ຜ່ານມາ. ອັນສໍາຄັນແມ່ນຕ້ອງໄດ້ສືບຕໍ່ການປຶກສາຫາລື ໂດຍສະເພາະແມ່ນແນວທາງທີ່ເຮັດແນວໃດປະຊາຄົມສາກົນ ກໍຄືຄູ່ຮ່ວມພັດທະນາ ຈະສາມາດສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຂ້າມຜ່ານໄດ້ດີທີ່ສຸດ. ຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ແລະ ນະໂຍບາຍ 12 ຂໍ້ສໍາຄັນ ແມ່ນມີເນື້ອໃນສໍາຄັນຢ່າງຍິ່ງ ເພື່ອເປັນບ່ອນອີງໂດຍການນໍາເອົາບູລິມະສິດແຫ່ງຊາດ ແລະ ການສະໜັບສະໜູນຈາກສາກົນມາເຊື່ອມສານເຂົ້າກັນ ເພື່ອຮອງຮັບຕໍ່ກັບສິ່ງທ້າທາຍ ແລະ ຍາດແຍ່ງເອົາກາລະໂອກາດຈາກການຫຼຸດພົ້ນ.

ບັນດາຄູ່ຮ່ວມພັດທະນາ, ລວມທັງອົງການ ສະຫະປະຊາຊາດ ໄດ້ສະແດງຄວາມພ້ອມ ແລະ ໃຫ້ຄວາມໝາຍໝັ້ນທີ່ຈະ ສະໜັບສະໜູນ ລັດຖະບານ ສປປ ລາວ ເພື່ອບັນລຸຄວາມມຸ່ງມາດປາຖະໜາທີ່ມີມາຢ່າງຍາວນານຂອງປະເທດ ໃນການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລະ ຈະສືບຕໍ່ປະກອບສ່ວນໃນຂົງເຂດບູລິມະສິດສໍາຄັນ, ໂດຍສະເພາະອີງຕາມ ແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລຽນ ຂອງ ສປປ ລາວ. ພວກເຮົາຂໍຮຽກຮ້ອງມາຍັງປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ຂອງ ສປປ ລາວ ເຂົ້າມາເປັນສ່ວນໜຶ່ງຂອງວາລະການຫັນປ່ຽນທີ່ສໍາຄັນ, ເຊິ່ງຈະສາມາດຮັກສາ ແລະ ຍົກສູງຜົນສໍາເລັດດ້ານການພັດທະນາ ແລະ ການເຕີບໂຕ ເພື່ອຮຸ້ນຄົນຕໍ່ໄປໃນອະນາຄົດ.

ເຖິງຢ່າງໃດກໍ່ຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ກໍ່ບໍ່ໄດ້ໝາຍຄວາມວ່າ ພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນໃນຊາດຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດ ແລະ ຂີດໝາຍທີ່ສໍາຄັນຍິ່ງໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການຊີ້ນຳ-ນໍາພາຂອງ ພັກ ແລະ ລັດຖະບານແຫ່ງ ສປປ ລາວ, ເຊິ່ງຈະຕ້ອງໄດ້ສືບຕໍ່ພັດທະນາປະເທດຊາດ ຕາມແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະ ໃນນາມສະຖານະພາບປະເທດກຳລັງພັດທະນາ.

ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານແລະ ການຜ່ານເກນການປະເມີນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນໄລຍະຜ່ານມາສະແດງເຖິງຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍວາລະສາກົນ.

ການພັດທະນາປະເທດຊາດຂອງພວກເຮົາບໍ່ໄດ້ສິ້ນສຸດລົງພຽງແຕ່ເທົ່ານີ້, ແຕ່ພວກເຮົາຈະສືບຕໍ່ການພັດທະນາໂດຍການກ້າວເຂົ້າສູ່ໄລຍະຂ້າມຜ່ານໄປຈົນຮອດປີ 2029, ຫຼັງຈາກນັ້ນ, ຈະໄດ້ປະຕິບັດຕາມພັນທະຂອງປະເທດກໍາລັງພັດທະນາຢ່າງເຕັມສ່ວນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້, ພາຍໃຕ້ຄຳຂວັນ "ຕັ້ງໜ້າກໍ່ສ້າງເຫງົ້າພະລັງແຮງທົ່ວປວງຊົນຮອບດ້ານ ໃຫ້ກາຍເປັນທ່າສະໜາມສົງຄາມປະຊາຊົນ ທີ່ໜັກແໜ້ນ-ເຂັ້ມແຂງ, ເປັນກຳລັງພື້ນຖານເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ, ຕອບຕ້ານ, ທັບມ້າງກົນອຸບາຍມ້າງເພຂອງອິດທິກຳ ລັງປໍລະປັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນດາໜໍ່ແໜງ ທີ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ" ໂດຍການເປັນປະທານຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງ ແລະ ແຂວງ, ພ້ອມດ້ວຍກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.
ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ໄດ້​ເປີດຂຶ້ນໃນວັນທີ 25 ພະຈິກນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ14, ສະມາຊິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຊີນເຂົ້າຮ່ວມ.
ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດ ສີພອນ ມາເກັດຕິ່ງ ຈຳກັດຜູ້ດຽວໄດ້ມອບເງິນຈຳນວນ100,000,000ກີບ ແລະ ຈັດກິດຈະກຳອື່ນໆໃນງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງປະ​ຈຳ​ປີ 2026 ລວມທັງໝົດ180,240,000ກີບ.
ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານ​ມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ເປີດ​ຂຶ້ນ, ໃນວັນທີ 24 ພະຈິກຜ່ານ​ມາ ທີ່ ສ​ພ​ຂ ອັດ​ຕະ​ປື, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ບັນດາສະມາສິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ອັດຕະປື ເລັ່ງກວດກາໂຄງການສຳປະທານທີ່ດິນ ແກ້ໄຂບັນຫາບຸກລຸກປ່າໄມ້

ອັດຕະປື ເລັ່ງກວດກາໂຄງການສຳປະທານທີ່ດິນ ແກ້ໄຂບັນຫາບຸກລຸກປ່າໄມ້

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 24 ພະ​ຈິກ​ຜ່ານ​ມາ, ທ່ານ ກົງໃຈ ສິດາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດ​ຕະ​ປື ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາປະ​ຊາ​ຊົນ​ແຂວງ ກ່ຽວກັບການຄຸ້ມຄອງທີ່ດິນເຊົ່າ-ສຳປະທານທີ່​ດິນຂອງລັດ, ການແກ້ໄຂບັນຫາບຸກລຸກປ່າໄມ້ ລວມທັງການຄຸ້ມຄອງການຂຸດຄົ້ນ ແລະ ທ້ອນໂຮມໄມ້ໃນເຂດໂຄງ ການຟື້ນຟູປ່າໄມ້ ແລະ ແລວສາຍສົ່ງໄຟຟ້າແຮງສູງ.
ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ພິທີ ມອບ-ຮັບ ອຸປະກອນໄອທີຈາກຄະນະຈັດຕັ້ງສູນກາງພັກ ໃຫ້ແກ່ຄະນະກຳມະການປົກຄອງ 44 ຕາແສງ ຂອງ​ແຂວງ​ຄຳ​ມ່ວນລວມມູນຄ່າກວ່າ 44 ລ້ານກີບ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ແຂວງ, ໃຫ້ກຽດມອບໂດຍ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມຄະນະ ແລະ ປະທານຕາແສງພາຍໃນແຂວງເຂົ້າຮ່ວມ.
ເພີ່ມເຕີມ