![]() |
ທ່ານ ອຸດົມສິນ ສີສະນົນ ກ່າວວ່າ: ປັດຈຸບັນ, ແຂວງອັດຕະປື ມີໂຮງຮຽນກິນນອນຊົນເຜົ່າປະຈຳແຂວງ 1 ແຫ່ງ ເພື່ອຮອງຮັບນັກຮຽນຈາກຄອບຄົວທຸກຍາກ ແລະ ເຂດຫ່າງໄກຈາກ 5 ເມືອງ ໂດຍພາກລັດໃຫ້ການອຸປະຖຳດ້ານທີ່ຢູ່ອາໄສ ແລະ ອາຫານການກິນ. ນອກນີ້, ຍັງມີສາຂາຢູ່ເຂດສົມບູນ ເມືອງພູວົງ ແລະ ບ້ານວັງຕັດ ເມືອງຊານໄຊ. ສຳລັບແຜນຂະຫຍາຍສາຂາແຫ່ງທີ 3 ສະເໜີໃຫ້ໂຮງຮຽນ ມ.ສ ຈັນຕໍ ບ້ານຈັນຕໍ ເມືອງສະໜາມໄຊ ເປັນໂຮງຮຽນກິນນອນຊົນເຜົ່າ ໂດຍມີເນື້ອທີ່ 3.8 ເຮັກຕາ, ຕັ້ງຢູ່ແຄມທາງເລກ 18A ຫ່າງຈາກຕົວເມືອງປະມານ 30 ກິໂລແມັດ. ບໍລິເວນໃກ້ຄຽງມີ 10 ບ້ານ, ມີເດັກໃນເກນອາຍຸ 11-14 ປີ ຈຳນວນ 743 ຄົນ ແລະ ອາຍຸ 15-17 ປີ ຈຳນວນ 554 ຄົນ. ຂະນະທີ່ໂຮງຮຽນມີນັກຮຽນຊັ້ນ ມ.1-ມ.4 ທັງໝົດ 56 ຄົນ ຍິງ 34 ຄົນ, ມີຄູສອນ 5 ຄົນ ແລະ ຄູອາສາສະໝັກ 3 ຄົນ. ດ້ານສິ່ງອຳນວຍຄວາມສະດວກ ໂຮງຮຽນມີຫໍພັກນັກຮຽນ 5 ຫ້ອງ, ຫ້ອງພັກຄູ 1 ຫ້ອງ, ອາຄານຮຽນ 1 ຫຼັງ ມີ 4 ຫ້ອງຮຽນ, ໂຮງຄົວ, ຫ້ອງນ້ຳ-ຫ້ອງອາບນ້ຳ, ຮົ້ວອ້ອມໂຮງຮຽນ, ນ້ຳປະປາ ແລະ ໄຟຟ້າ. ທັງນີ້, ຄະນະບໍລິຫານງານແຂວງ ໄດ້ອະນຸມັດໃຫ້ປັບປ່ຽນໂຮງຮຽນ ມ.ສ ຈັນຕໍ ເປັນສາຂາໂຮງຮຽນກິນນອນຊົນເຜົ່າ ຕາມຂໍ້ຕົກລົງເລກທີ 1112/ປຄປຂ, ລົງວັນທີ 15 ກັນຍາ 2026 ແລະ ໄດ້ປະກາດໃນວັນທີ 25 ກັນຍາ 2026.
ທົ່ວແຂວງມີໂຮງຮຽນອະນຸບານ ທີ່ໄດ້ມາດຕະຖານ 49 ແຫ່ງ, ໂຮງຮຽນປະຖົມ 188 ແຫ່ງ, ແຕ່ຍັງມີອາຄານຮຽນທີ່ບໍ່ໄດ້ມາດຕະຖານ 55 ຫຼັງ, ສ່ວນໃຫຍ່ເປັນອາຄານເຄິ່ງຖາວອນ. ແຜນການປັບປຸງກຳນົດສ້ອມ ແປງ 18 ຫຼັງ ແລະ ກໍ່ສ້າງໃໝ່ 37 ຫຼັງ. ໃນປີ 2026 ໄດ້ແກ້ໄຂສຳເລັດແລ້ວ 4 ຫຼັງ. ຂະນະທີ່ໂຮງຮຽນມັດ ທະຍົມຕົ້ນໄດ້ມາດຕະຖານມີ 30 ແຫ່ງ ແລະ ມັດທະຍົມສົມບູນມີ 14 ແຫ່ງ.
ພ້ອມກັນນັ້ນ, ຂະແໜງສຶກສາ ຍັງກຳນົດທິດທາງການສຶກສາໃໝ່ ໂດຍຍຶດຖື 3 ລັກສະນະ ຄື: ລັກ ສະນະຊາດ, ວິທະຍາສາດທັນສະໄໝ ແລະ ມະຫາຊົນ, 5 ຫຼັກການ ຄື: ສິນລະທຳ, ປັນຍາ, ພະລະກຳລັງ, ສິລະປະ, ແຮງງານ ແລະ 3 ຂະບວນການ ຄື: ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງໂຮງຮຽນສະອາດງາມຕາ. ສຳລັບການປັບປຸງລະບົບການສຶກສາ ມີແຜນປ່ຽນຈາກລະບົບ 5+4+3 ເປັນ 6+3+3 ໂດຍຍັງຮັກສາໄລຍະການຮຽນລວມ 12 ປີ ຄາດວ່າຈະເລີ່ມປະຕິບັດໃນສົກຮຽນ 2027-2028. ເພື່ອກະກຽມຮອງຮັບການປ່ຽນແປງ, ການນຳແຂວງ ໄດ້ວາງແຜນສ້ອມແປງອາຄານຮຽນ 18 ຫຼັງ ແລະ ກໍ່ສ້າງໃໝ່ 37 ຫຼັງ ເພື່ອຮອງຮັບການຮຽນຊັ້ນ ປ.6 ແລະ ການຈັດການຮຽນຕາມລະບົບໃໝ່.
ການຂະຫຍາຍໂຮງຮຽນກິນນອນຊົນເຜົ່າ ຄຽງຄູ່ກັບການປັບປຸງໂຄງລ່າງອາຄານຮຽນ ຈຶ່ງເປັນວຽກງານສຳຄັນ ໃນການກະກຽມຂອງຂະແໜງສຶກສາແຂວງ ເພື່ອຂະຫຍາຍໂອກາດທາງການສຶກສາໃຫ້ເດັກນັກຮຽນໃນເຂດຫ່າງໄກ ແລະ ກຽມຄວາມພ້ອມຮອງຮັບລະບົບການສຶກສາໃໝ່ໃນຕໍ່ໜ້າ. ຂ່າວ: ມະນີວອນ

ຄໍາເຫັນ