ກົມພາສີຍັງລະບຸວ່າ: ການສົ່ງອອກເຊມິຄອນດັກເຕີມີມູນຄ່າທັງໝົດ 38.4 ຕື້ໂດລາ, ເພີ່ມຂຶ້ນ 294.4%, ໂດຍໄດ້ຮັບແຮງຊຸກຍູ້ຈາກການລົງທຶນດ້ານພື້ນຖານໂຄງລ່າງປັນຍາປະດິດ (AI) ທີ່ຈະຫຍາຍຕົວໃນທົ່ວໂລກ.
ການສົ່ງອອກອຸປະກອນຄອມພິວເຕີ ມີມູນຄ່າທັງໝົດ 3.67 ຕື້ໂດລາ, ເພີ່ມຂຶ້ນ 330.6%, ໂດຍໄດ້ຮັບແຮງຊຸກຍູ້ຈາກຄວາມຕ້ອງການອຸປະກອນເກັບຂໍ້ມູນໂຊລິດສະເຕດໄພດຣ (SSD) ທີ່ເຂັ້ມແຂງ. ໃນຂະນະທີ່ການສົ່ງອອກຜະລິດຕະພັນນ້ຳມັນບັນລຸ 4.13 ຕື້ໂດລາ, ເພີ່ມຂຶ້ນ 91.9%, ສ່ວນການສົ່ງອອກລົດຍົນມີມູນຄ່າທັງໝົດ 3.59 ຕື້ໂດລາ, ຫຼຸດລົງ 5.6%.
ສຳລັບການນຳເຂົ້າໃນໄລຍະ 20 ມື້ທຳອິດຂອງເດືອນພະຈິກ ມີມູນຄ່າທັງໝົດ 50.2 ຕື້ໂດລາ, ເພີ່ມຂຶ້ນ 39.4% ເມື່ອທຽບກັບປີກ່ອນ, ສົ່ງຜົນໃຫ້ເກີນດຸນການຄ້າ 27.1 ຕື້ໂດລາ. ໂດຍການນຳເຂົ້າເຊມິຄອນດັກເຕີບັນລຸ 9.31 ຕື້ໂດລາ, ເພີ່ມຂຶ້ນຫຼາຍກວ່າສອງເທົ່າ, ໃນຂະນະທີ່ການນຳເຂົ້ານ້ຳມັນດິບ, ອາຍແກ໊ສທຳມະຊາດ, ຖ່ານຫີນ ແລະອຸປະກອນການຜະລິດເຊມິຄອນດັກເຕີລ້ວນແຕ່ເພີ່ມຂຶ້ນໃນລະດັບໂຕເລກສອງຫຼັກໃນໄລຍະດັ່ງກ່າວ.
ຄໍາເຫັນ