ການຈັດງານຄັ້ງນີ້ ມີຈຸດປະສົງເພື່ອທົບທວນຜົນສຳເລັດຂອງການດຳເນີນງານທາງລົດໄຟ ລາວ-ຈີນ ຕະຫຼອດ 5 ປີຜ່ານມາ ນັບແຕ່ເປີດໃຫ້ບໍລິການໃນເດືອນທັນວາ 2021 ເປັນຕົ້ນມາ, ພ້ອມທັງສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ໃນພິທີ ທ່ານ ສົມພອນ ສີຈະເລີນ ໄດ້ກ່າວວ່າ ທາງລົດໄຟ ລາວ-ຈີນ ເປັນໂຄງລ່າງພື້ນຖານຍຸດທະສາດ ທີ່ຊ່ວຍປ່ຽນບົດບາດຂອງລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນຈຸດເຊື່ອມຕໍ່ທາງບົກຂອງພາກພື້ນ, ຊ່ວຍຫຼຸດເວລາ ແລະ ຕົ້ນທຶນການຂົນສົ່ງ, ເພີ່ມໂອກາດດ້ານການຄ້າ ແລະ ການລົງທຶນ. ພ້ອມນັ້ນ, ປີ 2026 ຍັງເປັນປີຄົບຮອບ 65 ປີ ການສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ແລະ ເປັນປີມິດຕະພາບຂອງສອງປະເທດ ຊຶ່ງມີການພົບປະລະດັບສູງ ແລະ ລົງນາມເອກະສານຮ່ວມມື 32 ສະບັບ ເພື່ອຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ.
ຂະນະທີ່ ທ່ານ ອານົງເດດ ເພັດໄກສອນ ໄດ້ລາຍງານວ່າ ຕະຫຼອດ 5 ປີຜ່ານມາ ທາງລົດໄຟ ລາວ-ຈີນ ສາມາດຂົນສົ່ງຜູ້ໂດຍສານໄດ້ 15,24 ລ້ານເທື່ອຄົນ ແລະ ສິນຄ້າ 21,07 ລ້ານໂຕນ, ຊຶ່ງເປັນຜົນຈາກການຮ່ວມມືດ້ານວິຊາການ, ການພັດທະນາຫົວລົດຈັກ ແລະ ຂະບວນລົດໄຟ ຕະຫຼອດຮອດການປັບປຸງຄຸນນະພາບການບໍລິການ ໃຫ້ມີຄວາມປອດໄພ ແລະ ກົງຕໍ່ເວລາ.
ສ່ວນ ທ່ານ ຊຸນຢົງໄຊ ໄດ້ກ່າວວ່າ ໃນໄລຍະ 5 ປີຜ່ານມາ ທາງລົດໄຟ ລາວ-ຈີນ ໄດ້ໃຫ້ບໍລິການລົດໄຟໂດຍສານຫຼາຍກວ່າ 100.000 ຂະບວນ ຂົນສົ່ງຜູ້ໂດຍສານຫຼາຍກວ່າ 80 ລ້ານຄົນ ແລະ ລົດໄຟຂົນສົ່ງສິນຄ້າລະຫວ່າງປະເທດຫຼາຍກວ່າ 25.000 ຂະບວນ, ຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກຫຼາຍກວ່າ 20 ລ້ານໂຕນ ມູນຄ່າກວ່າ 100 ຕື້ຢວນ. ທາງລົດໄຟດັ່ງກ່າວຈຶ່ງກາຍເປັນທັງເສັ້ນທາງແຫ່ງມິດຕະພາບ ແລະ ເສັ້ນທາງສູ່ຄວາມຈະເລີນ ທີ່ຊ່ວຍຊຸກຍູ້ການພັດທະນາແລວເສດຖະກິດ ລາວ-ຈີນ.
ທ່ານ ຊຸນຢົງໄຊ ຍັງລະບຸວ່າ CRRC ໃນຖານະຜູ້ຜະລິດລົດໄຟ ແລະ ຜູ້ໃຫ້ບໍລິການດ້ານລະບົບລົດໄຟ ໄດ້ສຸມໃສ່ການປັບປຸງອຸປະກອນ, ພັດທະນາເຕັກໂນໂລຊີ ແລະ ຍົກລະດັບການບໍລິການ. ພ້ອມທັງສົ່ງເສີມການຖ່າຍທອດຄວາມຮູ້ ແລະ ສ້າງບຸກຄະລາກອນຊ່າງສີມືດ້ານລົດໄຟໃຫ້ແກ່ລາວ ຜ່ານລະບົບອາຈານ-ລູກສິດ, ລວມທັງການສ້າງສະຖານີບໍລິການ ແລະ ບຳລຸງຮັກສາຢູ່ວຽງຈັນ ແລະ ຄຸນໝິງ ເພື່ອຮັບປະກັນການເດີນລົດໄຟຢ່າງປອດໄພ ແລະ ຕໍ່ເນື່ອງ.
ນອກຈາກນັ້ນ CRRC ຍັງໄດ້ຮ່ວມດຳເນີນກິດຈະກຳທີ່ສົ່ງເສີມສາຍພົວພັນປະຊາຊົນສອງຊາດ ເຊັ່ນ ການສ້າງສະຖານີວັດທະນະທຳລົດໄຟ, ການສະໜັບສະໜູນສະໜາມກິລາໃຫ້ໂຮງຮຽນ ແລະ ການຈັດກິດຈະກຳໃຫ້ຄວາມຮູ້ດ້ານລົດໄຟແກ່ໄວໜຸ່ມລາວ.
ພາຍໃນງານ ຍັງມີການວາງສະແດງຮູບພາບປະຫວັດການກໍ່ສ້າງ ແລະ ພັດທະນາທາງລົດໄຟ ລາວ-ຈີນ, ການສະແດງສິລະປະວັດທະນະທຳຂອງສອງຊາດ ລວມທັງການມອບໃບຍ້ອງຍໍໃຫ້ແກ່ພະນັກງານດີເດັ່ນຝ່າຍລາວ ແລະ ຝ່າຍຈີນ ທີ່ໄດ້ອຸທິດຕົນໃນການຄຸ້ມຄອງ ແລະ ບໍລິການທາງລົດໄຟ.
ສຳລັບທິດທາງຕໍ່ໜ້າ ທັງສອງຝ່າຍຈະສືບຕໍ່ຮ່ວມມືດ້ານການບຳລຸງຮັກສາລົດໄຟ, ການຈັດຫາອຸປະກອນ, ການພັດທະນາທຸລະກິດຕາມສະຖານີ ແລະ ການລົງທຶນຕາມແນວເສັ້ນທາງ ເພື່ອຍົກລະດັບປະສິດທິພາບການດຳເນີນງານ ແລະ ສ້າງຜົນປະໂຫຍດດ້ານເສດຖະກິດ-ສັງຄົມໃຫ້ແກ່ປະຊາຊົນສອງປະເທດຫຼາຍຂຶ້ນ.
ຂ່າວ: ສາວະພາ
ຄໍາເຫັນ