ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ

ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ

ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ
ແຂວງຄຳມ່ວນ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະ 2021-2025, ພ້ອມວາງທິດທາງແຜນການ 5 ປີ 2026-2030, ໃນວັນທີ 25 ພະຈິກນີ້ ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງ, ມີປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ການນຳແຂວງ, ພະແນກການແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຳມວນ ສະຫບ ວຽກງານກສາງຮາກຖານການເມອງ - image 1
 

ທ່ານ ໄຊຊະນະ ໂຄດພູທອນ ກ່າວວ່າ: ພັກເຮົາຍາມໃດກໍຖືວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ແມ່ນວຽກງານຍຸດທະສາດຕົ້ນ ແລະ ເປັນບູລິມະສິດ. ບົນພື້ນຖານການຜັນຂະຫຍາຍ ຄໍາສັ່ງແນະນໍາ ສະບັບເລກທີ 03/ກມສພ, ມະຕິ ສະບັບເລກທີ 25/ກມສພ ແລະ ແຈ້ງການ ເລກທີ 509/ຫສພ ຂອງຫ້ອງວ່າການສູນກາງພັກ; ຄະນະປະຈໍາພັກແຂວງຄໍາມ່ວນ ໄດ້ຖືເອົາ 3 ວຽກງານນີ້ ເປັນທິດນໍາ ໃນການນໍາພາ-ຊີ້ນໍາ ອົງການປົກຄອງ ແລະ ທຸກຂະແໜງການ. ພ້ອມຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມສຸມສະຕິປັນຍາ ທົບທວນຜົນງານ ແລະ ຂໍ້ຄົງຄ້າງຢ່າງກົງໄປກົງມາ, ສະເໜີມາດຕະການແກ້ໄຂທີ່ເປັນຮູບປະທຳ ເພື່ອໃຫ້ແຜນການ 5 ປີຕໍ່ໜ້າ ກາຍເປັນບ່ອນອີງໃຫ້ 10 ຕົວເມືອງ ແລະ 44 ຕາແສງ ນຳໄປປະຕິບັດໄດ້ຢ່າງມີປະສິດທິຜົນ.

ຈາກນັ້ນ, ໄດ້ຮັບຟັງ ການຜ່ານຮ່າງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນ ກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ໂດຍສະເພາະ ຜົນສຳເລັດທີ່ພົ້ນເດັ່ນ ໃນວຽກງານກໍ່ສ້າງຮາກຖານການເມືອງ, ໄດ້ປັບປຸງລະບົບການເມືອງ-ການປົກຄອງຂັ້ນບ້ານໃຫ້ໜັກແໜ້ນ, ມີໜ່ວຍພັກນຳພາຄົບທັງ 579 ບ້ານ, ສະມາຊິກພັກ 23,562 ສະຫາຍ; ບ້ານ ປກສ ດີ 568 ບ້ານ ແລະ ແກ້ໄຂຄະດີຢາເສບຕິດ 2,161 ລາຍ. ດ້ານໂຄງລ່າງ ມີຖະໜົນປູຢາງເຊື່ອມຕໍ່ລະຫວ່າງເມືອງຄົບ 100%, ໄຟຟ້າກວມ 96% ຂອງບ້ານ, ລາຍຮັບງົບປະມານກວ່າ 12,632 ຕື້ກີບ ແລະ GDP ສະເລ່ຍ 58 ລ້ານກີບຕໍ່ຄົນຕໍ່ປີ.

ສຳລັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ມີ 7 ເມືອງພົ້ນທຸກ, ບ້ານພົ້ນທຸກ 493 ບ້ານ ຫຼື 85.1% ແລະ ຄອບຄົວພົ້ນທຸກ 76,260 ຄອບຄົວ ຫຼື 87.6%; ສ່ວນວຽກງານ 3 ສ້າງ ມີເມືອງທ່າແຂກບັນລຸເກນເຂັ້ມແຂງຮອບດ້ານຄົບ 5 ດ້ານ ແລະ ບ້ານເປັນຫົວໜ່ວຍພັດທະນາ 333 ບ້ານ ຫຼື 57.51%.

ຜົນສຳເລັດດັ່ງກ່າວ, ເກີດຈາກການຊີ້ນຳຢ່າງໃກ້ສິດຂອງພັກ-ລັດ, ການແບ່ງຂັ້ນຄຸ້ມຄອງຕາມທິດ 3 ສ້າງ, ຄວາມສາມັກຄີຂອງປະຊາຊົນ ແລະ ການສະໜັບສະໜູນຈາກທຸກພາກສ່ວນ ເຮັດໃຫ້ຮາກຖານເຂັ້ມແຂງ ແລະ ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຢ່າງເປັນຮູບປະທຳ.

ຂ່າວ : ມະນີວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ເຈົ້າຫນ້າທີ່ເລັ່ງສອບສວນ ເຖິງຄວາມບໍ່ຖຶກຕ້ອງທາງດ້ານເອກະສານຈາກບໍລິສັດບໍ່ແຮ່ແຫ່ງໜຶ່ງ ທີ່ຢື່ນແຈ້ງເສຍພາສີຕໍ່ເຈົ້າຫນ້າທີ່ປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ, ສະຖານີວຽງຈັນໃຕ້, ນະຄອນຫຼວຽງຈັນ ເພື່ອສົ່ງອອກແຮ່ກົ່ວໄປຍັງຕ່າງປະເທດ.
ສະພາປະຊາຊົນແຂວງວຽງຈັນ ພິຈາລະນາ ຫຼາຍບັນຫາສຳຄັນຂອງແຂວງ

ສະພາປະຊາຊົນແຂວງວຽງຈັນ ພິຈາລະນາ ຫຼາຍບັນຫາສຳຄັນຂອງແຂວງ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ V ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 25 ພະ​ຈິກ​ນີ້ ທີ່ ແຂວງວຽງ​ຈັນ, ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີທ່ານ ພູວົງ ບຸນຊູປະທານຄະນະກຳມະການປົກຄອງແຂວງ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 10, ສະມາຊິກສະພາປະຊາຊົນແຂວງວຽງ​ຈັນແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ວັນທີ 24 ພະຈິກຜ່ານມາ, ສະຫະພັນແມ່ຍິງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ເສດຈໍາປາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະບໍລິຫານສະຫະພັນແມ່ຍິງເມືອງ, ປະທານຮາກຖານ, ຄະນະໜ່ວຍ ແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້, ພາຍໃຕ້ຄຳຂວັນ "ຕັ້ງໜ້າກໍ່ສ້າງເຫງົ້າພະລັງແຮງທົ່ວປວງຊົນຮອບດ້ານ ໃຫ້ກາຍເປັນທ່າສະໜາມສົງຄາມປະຊາຊົນ ທີ່ໜັກແໜ້ນ-ເຂັ້ມແຂງ, ເປັນກຳລັງພື້ນຖານເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ, ຕອບຕ້ານ, ທັບມ້າງກົນອຸບາຍມ້າງເພຂອງອິດທິກຳ ລັງປໍລະປັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນດາໜໍ່ແໜງ ທີ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ" ໂດຍການເປັນປະທານຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງ ແລະ ແຂວງ, ພ້ອມດ້ວຍກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ໄດ້​ເປີດຂຶ້ນໃນວັນທີ 25 ພະຈິກນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ14, ສະມາຊິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຊີນເຂົ້າຮ່ວມ.
ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດ ສີພອນ ມາເກັດຕິ່ງ ຈຳກັດຜູ້ດຽວໄດ້ມອບເງິນຈຳນວນ100,000,000ກີບ ແລະ ຈັດກິດຈະກຳອື່ນໆໃນງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງປະ​ຈຳ​ປີ 2026 ລວມທັງໝົດ180,240,000ກີບ.
ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານ​ມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ເພີ່ມເຕີມ