![]() |
ສຳລັບຜົນງານການແກ້ໄຂຄະດີ ສາມາດແກ້ໄຂໄດ້ 254 ເລື່ອງ, ໃນນີ້ ຂັ້ນຕົ້ນ 249 ເລື່ອງ ແລະ ຂັ້ນອຸທອນ 5 ເລື່ອງ ກວມ 87.28% ຂອງຄະດີທັງໝົດ. ສ່ວນຄະດີທີ່ຍັງຄ້າງມີ 37 ເລື່ອງ, ໃນນີ້ ຂັ້ນຕົ້ນ 27 ເລື່ອງ ແລະ ຂັ້ນອຸທອນ 10 ເລື່ອງ.
ສຳລັບຜົນການພິຈາລະນາຄະດີຂອງສານປະຊາຊົນແຂວງ, ມີຄະດີທັງໝົດ 215 ເລື່ອງ, ໃນນີ້ ຄະດີຄ້າງມາ 48 ເລື່ອງ ແລະ ຄະດີເຂົ້າໃໝ່ 167 ເລື່ອງ ສາມາດແກ້ໄຂໄດ້ 195 ເລື່ອງ ກວມ 90.70% ແລະ ຍັງຄ້າງ 20 ເລື່ອງ. ເມື່ອຈຳແນກຕາມປະເພດຄະດີ ພົບວ່າ ຄະດີອາຍາມີທັງໝົດ 155 ເລື່ອງ ສາມາດແກ້ໄຂໄດ້ 151 ເລື່ອງ ກວມ 97.42% ເກີນແຜນການປີ 7.42%, ຄະດີແພ່ງມີ 9 ເລື່ອງ ແກ້ໄຂໄດ້ 8 ເລື່ອງ ກວມ 88.89%, ຄະດີການຄ້າມີ 22 ເລື່ອງ ແກ້ໄຂໄດ້ 19 ເລື່ອງ ກວມ 86.36%, ຄະດີຄອບຄົວມີ 5 ເລື່ອງ ແກ້ໄຂໄດ້ 4 ເລື່ອງ ກວມ 80% ແລະ ຄະດີເດັກມີ 9 ເລື່ອງ ແກ້ໄຂໄດ້ 8 ເລື່ອງ ກວມ 88.89%.
ສ່ວນສານປະຊາຊົນເຂດ 1 ມີຄະດີທັງໝົດ 63 ເລື່ອງ ສາມາດແກ້ໄຂໄດ້ 51 ເລື່ອງ ກວມ 80.95% ແລະ ຍັງຄ້າງ 14 ເລື່ອງ. ຂະນະທີ່ສານປະຊາຊົນເຂດ 2 ມີຄະດີທັງໝົດ 13 ເລື່ອງ ສາມາດແກ້ໄຂໄດ້ 8 ເລື່ອງ ກວມ 61.54% ແລະ ຍັງຄ້າງການພິຈາລະນາ 5 ເລື່ອງ. ນອກຈາກນີ້, ຄະດີອາຍາທີ່ເປັນທີ່ສົນໃຈຂອງສັງຄົມ ປະກອບມີ ຄະດີສໍ້ລາດບັງຫຼວງ, ຄະດີຄ້າຂາຍຢາເສບຕິດ, ຄະດີຂຸດຄົ້ນ ແລະ ເກັບຊື້ເຄື່ອງປ່າຂອງດົງຢ່າງຜິດກົດໝາຍ, ຄະດີຄອບຄອງອາວຸດປືນໂດຍບໍ່ຖືກຕ້ອງຕາມກົດໝາຍ, ຄະດີລັກຊັບ, ຄະດີທຳຮ້າຍຮ່າງກາຍ ແລະ ຄະດີອື່ນໆ. ຜົນງານດັ່ງກ່າວສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມໃນການພິຈາລະນາ ແລະ ແກ້ໄຂຄະດີຂອງສານປະຊາຊົນແຂວງ ລວມທັງສານປະຊາຊົນເຂດ ເພື່ອອຳນວຍຄວາມຍຸຕິທຳໃຫ້ປະຊາຊົນ ແລະ ຮັກສາຄວາມສັກສິດຂອງກົດໝາຍ. ຂ່າວ: ໄຊຈະເລີນ

ຄໍາເຫັນ