ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ການລົງເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ ຈາກທ່ານເລຂາຄະນະບໍລິຫານງານພັກເມືອງຫີນບູນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງ ໃນໄລຍະ 9 ເດືອນຕົ້ນປີ 2026 ຕິດພັນກັບການສ້າງຕັ້ງຕາແສງ. ຊຶ່ງທົ່ວເມືອງຫີນບູນ ປະກອບມີ 100 ບ້ານ, ມີ 6 ຕາແສງ, 11,545 ຫຼັງຄາ, ມີ 11,630 ຄອບຄົວ, ມີປະຊາກອນທັງໝົດ 58,641 ຄົນ ຍິງ 29,144 ຄົນ ປະກອບມີ 4 ຊົນເຜົ່າຄື: ຊົນເຜົ່າລາວ ກວມເອົາ 94,80%; ຊົນເຜົ່າຜູ້ໄທ ກວມເອົາ 3,91%; ຊົນເຜົ່າແສກ ກວມເອົາ 0,75% ແລະ ຊົນເຜົ່າໄຕ ກວມເອົາ 0,52% ຂອງພົນລະເມືອງ. ທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນເມືອງມີ 3 ທ່າແຮງຕົ້ນຕໍຄື: ທ່າແຮງທາງດ້ານກະສິກຳ, ດ້ານພະລັງງານ-ບໍ່ແຮ່ ແລະ ດ້ານການບໍລິການ-ການທ່ອງທ່ຽວ.
 |
| |
ໂອກາດນີ້, ທ່ານ ພົອ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານຕາແສງ ທີ່ຕິດພັນກັບວຽກງານຮອບດ້ານ ເພື່ອຍົງສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຕາມແນວທາງ-ນະໂຍບາຍຂອງພັກ-ລັດວາງອອກ. ນອກນັ້ນ, ຍັງໄດ້ຊຸກຍູ້ດ້ານງົບປະມານຈໍານວນໜຶ່ງໃຫ້ອົງການປົກຄອງເມືອງ ແລະ ຕາແສງທັງ 6 ຕາແສງ ມີຄື: ຕາແສງຫີນບູນ, ຕາແສງຫາດໃຫຍ່, ຕາແສງປຸ່ງ ເໜືອ, ຕາແສງເລົ່າຄາ, ຕາແສງໂພນຕິ້ວ ແລະ ຕາແສງຄຳແກ້ວ ພ້ອມທັງມອບອຸປະກອນໃຫ້ 6 ຕາແສງ ປະ ກອບມີ: ຄອມພິວເຕີໂນດບຸກ, ເຄື່ອງພິມ ແລະ ແທັບເລັດ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ CRVS ຂອງທະນາຄານໂລກ.
ຂ່າວ: ແນະ ນີລະວົງ
ຄໍາເຫັນ