![]() |
ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ບັນດາສະມາຊິກສະພາປະຊາຊົນແຂວງ ແລະ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17 ໄດ້ສະແດງຄວາມຄິດເຫັນ ແລະ ປະກອບຄຳເຫັນຕໍ່ຫຼາຍບັນຫາສຳຄັນຂອງແຂວງ ດ້ວຍຄວາມຮັບຜິດຊອບ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງ ທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານສຳຄັນຫຼາຍສະບັບ ລວມທັງບົດລາຍ ງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂັ້ນແຂວງ ປະຈຳປີ 2026, ພ້ອມທັງທິດທາງແຜນການປີ 2027, ແຜນປະຕິບັດງານ ແລະ ໂຄງການພັດທະນາຊົນນະບົດ ຄວບຄູ່ກັບການແກ້ໄຂຄວາມທຸກຍາກ ຕາມວາລະແຫ່ງຊາດ ໄລຍະປີ 2027-2030 ຂອງແຂວງອັດຕະປື.
ນອກນີ້ ຍັງໄດ້ພິຈາລະນາບົດລາຍງານຂອງອົງການກວດສອບແຫ່ງລັດປະຈຳພາກໃຕ້ ກ່ຽວກັບຜົນການເຄື່ອນໄຫວວຽກງານປີ 2026 ແລະ ແຜນການປີ 2027 ພ້ອມທັງຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2025, ບົດລາຍງານຂອງອົງການກວດກາລັດແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ ແລະ ສະພາປະຊາຊົນແຂວງ ກ່ຽວກັບຜົນການເຄື່ອນໄຫວວຽກງານປີ 2026 ແລະ ທິດທາງແຜນການປີ 2027.
ພ້ອມກັນນີ້ ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງຕໍ່ຄຳຊັກຖາມຈາກປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າພະແນກການ ແລະ ອົງການກ່ຽວຂ້ອງ ຈຳນວນທັງໝົດ 12 ທ່ານ. ການຊີ້ແຈງດັ່ງກ່າວເປັນການສະທ້ອນເຖິງຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງ ໃນການຕອບຄຳຊັກຖາມ, ຊີ້ແຈງສະພາບຕົວຈິງ ແລະ ສ້າງຄວາມເຂົ້າໃຈຮ່ວມກັນ ຕໍ່ບັນຫາທີ່ກຳລັງເປັນຈຸດສຸມແກ້ໄຂຂອງແຂວງ.
ທ່ານ ບຸນເຖິງ ດວງສະຫວັນ ໄດ້ຮຽກຮ້ອງໃຫ້ຄະນະປະຈຳສະພາປະຊາຊົນແຂວງ, ບັນດາຄະນະກຳມະການ, ຫ້ອງວ່າການສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ຄະນະກຳມະການປົກຄອງແຂວງ ແລະ ອົງການກ່ຽວຂ້ອງ ຈົ່ງນຳເອົາບັນດາມະຕິທີ່ກອງປະຊຸມຮັບຮອງເອົາ ໄປຜັນຂະຫຍາຍເປັນແຜນວຽກ ແລະ ຈັດຕັ້ງປະຕິບັດໃນແຕ່ລະພາກສ່ວນໃຫ້ເກີດຜົນສຳເລັດເປັນຮູບປະທຳ.
ຂ່າວ: ອັດຕະປື

ຄໍາເຫັນ