![]() |
ໂຄງການດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການ SCP Lao ທີ່ຈັດຕັ້ງປະຕິບັດໂດຍ Swisscontact ແລະ ຮ່ວມທຶນສະໜັບສະໜູນໂດຍ ສະຫະພາບເອີຣົບ (EU) ແລະ ອົງການຮ່ວມມືເພື່ອການພັດທະນາ ແຫ່ງປະເທດສະວິດ (SDC). ການລາຍງານສະຫຼຸບຜົນການຈັດຕັ້ງປະຕິບັດກິດຈະກຳ ໄດ້ຈັດຂຶ້ນຕໍ່ໜ້າຜູ້ຕາງໜ້າຈາກພາກລັດ, ອົງການຈັດຕັ້ງສາກົນ, ພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ສື່ມວນຊົນ, ອາສາສະໝັກ ແລະ ແຂກຜູ້ມີກຽດ ໃນນາມຕາງໜ້າໃຫ້ແກ່ສູນການສຶກສາ ແລະ ວັດທະນະທຳເດັກ (ສສວດ) ແລະ ເຄືອຂ່າຍໄວໜຸ່ມ EcoPlus. ພິທີດັ່ງກ່າວ ຈັດຂຶ້ນໃນວັນທີ 25 ພະຈິກ ຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມ ມີທ່ານ ສຸນະເດດ ສຸກຈະເລີນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ໄຊມຸງຄຸນ ຈັນທະປະເສີດ ປະທານ ສສວດ, ທ່ານນາງ ຊາລັນຍາ ເລີຣົວ ຜູ້ຈັດການແຜນການ-ຂໍ້ຕົກລົງສີຂຽວ ດ້ານສິ່ງແວດລ້ອມ, ປ່າໄມ້, ຊີວະນາໆພັນ ແລະ ການຊົມໃຊ້ ແລະ ການຜະລິດແບບຍືນຍົງ SCP ຜູ້ຕາງໜ້າຈາກສະຫະພາບເອີຣົບ ປະຈໍາລາວ, ທ່ານ ນາງ ໄດແອນ ບາຣຸຊສກີ ຫົວໜ້າໂຄງການສົ່ງເສີມການຜະລິດ ແລະ ການບໍລິໂພກແບບຍືນຍົງໃນ ສປປ ລາວ, ແຂກຖືກເຊີນທີ່ກ່ຽວຂ້ອງ, ຄູ-ອາຈານ ພ້ອມດ້ວຍ ອາສາສະໝັກ.
![]() |
ກ່ອນລົງປະຕິບັດງານພາກສະໜາມ ທາງສູນໄດ້ຈັດຝຶກອົບຮົມ ແລະ ກິດຈະກຳເສີມສ້າງຄວາມຮູ້ ໃຫ້ແກ່ທີມງານ ເພື່ອສ້າງຄວາມເຂັ້ມແຂງດ້ານການຄັດແຍກ ແລະ ກວດສອບຂີ້ເຫຍື້ອ, ມາດຕະຖານປົກປ້ອງເດັກ (Child Safeguarding), ຄວາມປອດໄພພາກສະໜາມ ແລະ ການຜະລິດສື່ດີຈີຕອນ. ຕະຫຼອດທັງ 2 ງານບຸນ ສາມາດຝຶກອົບຮົມ ແລະ ລະດົມແກນນຳ ພ້ອມດ້ວຍອາສາສະໝັກໄວໜຸ່ມເຂົ້າຮ່ວມປະຕິບັດງານຕົວຈິງໄດ້ທັງໝົດ 250 ຄົນ (ຍິງ 165 ຄົນ, ຊາຍ 85 ຄົນ) ປະກອບດ້ວຍອາສາສະໝັກ Leader 50 ຄົນ ແລະ ອາສາສະໝັກທົ່ວໄປ 200 ຄົນ ໂດຍໝູນວຽນກັນປະຕິບັດພາລະກິດຜ່ານກິດຈະກຳ 669 ເທື່ອ ພາຍໃນ 5 ວັນ.
ຜ່ານການຕັ້ງຈຸດແຍກຂີ້ເຫຍື້ອສີຂຽວ (Green Stations), ທີມລາດຕະເວນໄວໜຸ່ມເຄື່ອນທີ່ ແລະ ກິດຈະກຳ Big Clean-up ໃນທັງ 2 ງານບຸນ ສາມາດເກັບຂີ້ເຫຍື້ອໄດ້ທັງໝົດ 225 ຖົງ (ແບ່ງເປັນບຸນຊ່ວງເຮືອ 76 ຖົງ ແລະ ບຸນທາດຫຼວງ 149 ຖົງ). ສາມາດຄັດແຍກ ແລະ ຊັ່ງນ້ຳໜັກວັດສະດຸຣີໄຊເຄີລໄດ້ລວມທັງໝົດ 128.9 ກິໂລ ປະກອບດ້ວຍ: ຂວດພລາສຕິກ PET 103.7 ກິໂລ (ບຸນຊ່ວງເຮືອ 29.4 ກິໂລ; ບຸນທາດຫຼວງ 74.3 ກິໂລ), ກະປ໋ອງອາລູມີນຽມ 25.2 ກິໂລ (ບຸນຊ່ວງເຮືອ 1.5 ກິໂລ; ບຸນທາດຫຼວງ 23.7 ກິໂລ), ນອກຈາກນີ້ ຍັງທ້ອນໂຮມ ຝາຂວດພລາສຕິກໄດ້ 11.3 ກິໂລ ເພື່ອສົ່ງມອບໃຫ້ໂຄງການ "Green Luangphabang" ນຳໄປຜະລິດເປັນໂຕະຕັ່ງຮຽນໃຫ້ແກ່ໂຮງຮຽນ, ສົ່ງມອບວັດສະດຸໃຫ້ພັນທະມິດຣີໄຊເຄີລ ແລະ ກຸ່ມຊາເລ້ງ ລວມທັງສົ່ງຂີ້ເຫຍື້ອທົ່ວໄປໃຫ້ໜ່ວຍງານເກັບຂີ້ເຫຍື້ອເທສະບານຂົນຍ້າຍອອກຈາກພື້ນທີ່.
![]() |
ກິດຈະກຳທີ່ຫ້ອງວາງສະແດງ (ບູທ) Kids Eco-Booth (ເຊັ່ນ: ເກມ Trash Ninja 30s Challenge ແລະ ການສົ່ງເສີມການນຳພາຊະນະມາເອງ - BYO) ພ້ອມທັງປ້າຍໂຄສະນາສອງໜ້າທົ່ວງານບຸນທາດຫຼວງ ໄດ້ດຶງດູດເດັກນ້ອຍ (110+ ຄົນ), ຄອບຄົວ (56+ ຄອບຄົວ) ແລະ ຜູ້ທ່ອງທ່ຽວງານເຂົ້າຮ່ວມກິດຈະກຳການຮຽນຮູ້ໃນທັງ 2 ເທດສະການ ລວມ 1,120+ ຄົນ (ບຸນຊ່ວງເຮືອ 300+ ຄົນ ແລະ ບຸນທາດຫຼວງ 820+ ຄົນ). ດ້ານການສື່ສານອອນລາຍ ທີມສື່ໄວໜຸ່ມ Eco-Creators ໄດ້ຜະລິດອິນໂຟກຣາຟິກ (Infographics) 20 ແຜ່ນ ແລະ ວິດີໂອສັ້ນ Facebook Reels ພາຍໃຕ້ແຮຊແທັກ #GenGreenVientiane8 ຄລິບ ຊຶ່ງເຂົ້າເຖິງຜູ້ຊົມອອນລາຍໄດ້ 30,000+ ຄົນ ແລະ ມີຍອດຮັບຊົມທັງໝົດ 50,000+ ວິວ ໂດຍຈະສືບຕໍ່ໂພສຢ່າງຕໍ່ເນື່ອງໄປຈົນຮອດເດືອນທັນວາ.
ດ້ານການສຶກສາວິໄຈຂະໜາດນ້ອຍ ກຽມວາງນະໂຍບາຍງານບຸນປີ 2027 ໂຄງການໄດ້ທົດລອງໂຊນປອດໂຟມ (No-Foam Pilot Zone) ທີ່ມີຮ້ານຄ້າເຂົ້າຮ່ວມ 20 ຮ້ານ ພ້ອມທັງລົງສຳຫຼວດຮ້ານຄ້າ 45 ຮ້ານ ແລະ ນັກທ່ອງທ່ຽວ 315 ຄົນ. ຂໍ້ມູນທັງໝົດນີ້ຈະຖືກນຳໄປວິເຄາະ ແລະ ຈັດກອງປະຊຸມເຜີຍແຜ່ ບົດສະຫຼຸບນະໂຍບາຍ (Policy Brief) ຮ່ວມກັບຄະນະກຳມະການຈັດງານບຸນ ແລະ ພາກສ່ວນກ່ຽວຂ້ອງ ໃນເດືອນທັນວາທີ່ຈະມາເຖິງ.
![]() |
ໃນໂອກາດດັ່ງກ່າວ, ໄດ້ມີການສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສະຫະພາບເອີຣົບ (EU), ອົງການ SDC ແລະ ໂຄງການ SCP Lao ພາຍໃຕ້ການຄຸ້ມຄອງຂອງ Swisscontact ທີ່ສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການ ລວມທັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຄະນະບໍລິຫານງານຊາວໜຸ່ມ, ອົງການພັດທະນາ ແລະ ບໍລິຫານຕົວເມືອງ, ພັນທະມິດດ້ານການຈັດການຂີ້ເຫຍື້ອ, ອົງການຈັດຕັ້ງສາກົນ, ພາກເອກະຊົນ, ສື່ມວນຊົນ ແລະ ໂດຍສະເພາະອາສາສະໝັກ EcoPlus ທຸກຄົນ ທີ່ທຸ່ມເທກຳລັງກາຍ ແລະ ກຳລັງໃຈເຂົ້າໃນການປົກປັກຮັກສາສິ່ງແວດລ້ອມຕະຫຼອດໂຄງການ.
(ຂ່າວ: ແສງຈັນ)




ຄໍາເຫັນ