ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ພະຈິກ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ ແລະ ອຸດສາຫະກຳສິງກະໂປລາຍງານວ່າ, ສິງກະໂປ ແລະ ອົສຕຣາລີ ໄດ້ລົງນາມໃນຂໍ້ຕົກລົງເພື່ອອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍກາກບອນໄດອອກໄຊຂ້າມຊາຍແດນຈາກສິງກະໂປໄປຍັງອົສຕຣາລີ ສຳລັບການກັກເກັບທາງທໍລະນີວິທະຍານອກຝັ່ງ ຊຶ່ງເປັນການປູທາງໃຫ້ແກ່ການຮ່ວມມືດ້ານການດັກຈັບ ແລະ ເກັບຮັກສາກາກບອນລະຫວ່າງສອງປະເທດ.
ກະຊວງດັ່ງກ່າວໄດ້ລະບຸໃນຖະແຫຼງຂ່າວວ່າ: ຂໍ້ຕົກລົງທີ່ໄດ້ຮ່ວມລົງນາມກັບອົສຕຣາລີ ໄດ້ຮັບຮອງການໂອນຄວາມຮັບຜິດຊອບດ້ານການຈັດທຳບັນຊີອາຍກາກບອນໄດອອກໄຊຢ່າງເປັນທາງການ, ພ້ອມທັງກຳນົດຂອບການເຮັດວຽກສຳລັບວັດແທກ, ການລາຍງານ ແລະ ການຈັດທຳບັນຊີການເຄື່ອນຍ້າຍກາກບອນໄດອອກໄຊຂ້າມຊາຍແດນ. ໂດຍຂອບການເຮັດວຽກດັ່ງກ່າວສອດຄ່ອງກັບຂໍ້ຕົກລົງປາຣີ ແລະ ແນວທາງດ້ານການລາຍງານຕາມຂອບສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC).
ນອກຈາກນັ້ນ, ຂໍ້ຕົກລົງດັ່ງກ່າວຍັງເປີດໂອກາດໃຫ້ສິງກະໂປສຶກສາການດັກຈັບ ແລະ ກັກເກັບກາກບອນ ເພື່ອເປັນວິທີການຫຼຸດຜ່ອນການປ່ອຍອາຍພິດກາກບອນ, ໂດຍສະເພາະໃນຂະແໜງອຸດສາຫະກຳທີ່ການຫຼຸດການປ່ອຍອາຍພິດເຮືອນແກ້ວມີຄວາມຫຍຸ້ງຍາກດ້ວຍເຕັກໂນໂລຊີໃນປັດຈຸບັນ.
ຄໍາເຫັນ