ສະຖິຕິສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນຕຸລາ ຜ່ານມາ, ຄວາມສາມາດຜະລິດໄຟຟ້າທົ່ວປະເທດຈີນມີເຖິງ 4 ຕື້ 160 ລ້ານກິໂລວັດ, ເພີ່ມຂຶ້ນ 10.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຄວາມສາມາດຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນມີເຖິງ 1 ຕື້ 330 ລ້ານກິໂລວັດ, ເພີ່ມຂຶ້ນ 16.3%; ຄວາມສາມາດຜະລິດໄຟຟ້າດ້ວຍພະລັງງານລົມມີເຖິງ 710 ລ້ານກິໂລວັດ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄວາມສາມາດຜະລິດໄຟຟ້າດ້ວຍພະລັງງານໃໝ່ຂອງຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ບາດກ້າວການຫັນເປັນພະລັງງານສີຂຽວ ແລະ ກາກບອນຕ່ຳໄດ້ເລັ່ງໄວຂຶ້ນຢ່າງບໍ່ຢຸດຢັ້ງ.
ຄໍາເຫັນ