ສຳນັກຂ່າວສານຊິນຮວາລາຍງານວ່າ: ທ່ານ ບາເລນທຣາ ຊາ ນາຍົກລັດຖະມົນຕີເນປານ ຊຶ່ງເດີນທາງຢ້ຽມຢາມປະເທດອິນເດຍຢ່າງເປັນທາງການໃນວັນທີ 22-23 ພະຈິກ ຜ່ານມາ, ພ້ອມດ້ວຍທ່ານ ນາເຣນດາ ໂມດີນາຍົກລັດຖະມົນຕີອິນເດຍ ໄດ້ຮ່ວມກັນເປີດຂະບວນລົດໄຟໂດຍສານ ຊາຣຢູ-ກາມາລາ ເອັກສເພຣສ (U-Kamala Express) ຊຶ່ງເປັນລົດໄຟຂ້າມຊາຍແດນສາຍໃໝ່ ຜ່ານລະບົບອອນລາຍ. ລົດໄຟຂະບວນໃໝ່ນີ້ມີກຳນົດຈະໃຫ້ບໍລິການອາທິດລະໜຶ່ງຄັ້ງ, ໂດຍແລ່ນເຊື່ອມຕໍ່ລະຫວ່າງ 2 ເມືອງສຳຄັນທາງສາສະໜາຄື: ເມືອງອະໂຍທະຍາ ໃນລັດອຸດຕະຣະປະເທດ ທາງພາກເໜືອຂອງອິນເດຍ ແລະ ເມືອງຈານັກປູຣ ຂອງເນປານ.
ລົດໄຟດັ່ງກ່າວຄາດວ່າຈະເລີ່ມໃຫ້ບໍລິການທາງການຄ້າພາຍໃນທ້າຍເດືອນພະຈິກນີ້, ໂດຍຈະແລ່ນໃຫ້ບໍລິການເປັນໄລຍະທາງ 600 ກວ່າກິໂລແມັດ ໃຊ້ເວລາປະມານ 19 ຊົ່ວໂມງ ແລະ ຈອດຮັບ-ສົ່ງຜູ້ໂດຍສານລະຫວ່າງທາງເກືອບ 10 ສະຖານີ.
ນອກຈາກນີ້, ຜູ້ນຳທັງສອງປະເທດຍັງໄດ້ຮ່ວມພິທີເປີດຂົວທາງຫຼວງແຫ່ງໃໝ່ໃນເມືອງທາຣຊູລາ ຊຶ່ງຕັ້ງຢູ່ລະຫວ່າງ ລັດອຸດຕະຣາຂັນ ທາງພາກເໜືອຂອງອິນເດຍ ກັບ ເນປານ, ພ້ອມທັງຮ່ວມວາງສີລາລືກການກໍ່ສ້າງດ່ານກວດຄົນເຂົ້າເມືອງແບບຄົບວົງຈອນ ທີ່ເມືອງບັນບາຊາ ລັດອຸດຕະຣາຂັນ ຊຶ່ງຕັ້ງຢູ່ຕິດກັບຊາຍແດນເນປານ ອີກດ້ວຍ.
ຄໍາເຫັນ