ທ່ານ ໂກບິນ ກ່າວວ່າ: ຈະກຳນົດກົນໄກດັ່ງກ່າວໂດຍອີງໃສ່ຮູບແບບຄວາມສ່ຽງທີ່ກວດພົບຜ່ານການຕິດຕາມ ສະຖານະການໃນຂະແໜງການຕ່າງໆ, ລວມທັງຄວາມສ່ຽງຈາກການໃຊ້ AI ຊຶ່ງເຮັດໜ້າທີ່ເປັນເພື່ອນຮ່ວມສົນທະນາ ແລະ chatbot ທີ່ອາດຈະນໍາໄປສູ່ການເພິ່ງພາອາໄສທາງອາລົມໃນກຸ່ມເດັກນ້ອຍໄດ້.
ທ່ານກ່າວຕື່ມວ່າ: ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ AI ຈະປະກອບມີກົນໄກສຳລັບການລາຍງານເຫດການທີ່ກ່ຽວຂ້ອງກັບ AI ເພື່ອເຮັດໃຫ້ລັດຖະບານສາມາດວິເຄາະຮູບແບບຄວາມສ່ຽງ ແລະ ລະບຸຄວາມສ່ຽງທີ່ອາດເກີດຂຶ້ນຈາກການນຳໃຊ້ເຕັກໂນໂລຊີ AI ໄດ້ທັນທີ.
ກົນໄກນີ້ຈະຊ່ວຍໃຫ້ລັດຖະບານສາມາດຈັດຕັ້ງປະຕິບັດ ຫຼື ປັບປຸງລະບຽບການໄດ້ເປັນໄລຍະ ແລະ ເຊື່ອມໂຍງກັບຊ່ອງທາງການປະສານງານທີ່ມີຢູ່ແລ້ວຂອງອົງການຕ່າງໆ ເພື່ອຫຼີກເວັ້ນການຊໍ້າຊ້ອນຂອງວຽກງານ. ໂດຍຈະປະສານງານກັບກະຊວງສາທາລະນະສຸກ ແລະ ກະຊວງພັດທະນາແມ່ຍິງ, ຄອບຄົວ ແລະ ຊຸມຊົນ ເພື່ອຄຸ້ມຄອງບັນຫາສຸຂະພາບຈິດ ແລະ ການປົກປ້ອງທາງສັງຄົມ.
ນອກເໜືອໄປຈາກກົດໝາຍ, ລັດຖະບານມາເລເຊຍກຳລັງສ້າງຕັ້ງສະຖາບັນຄວາມປອດໄພ AI ແຫ່ງມາເລເຊຍ ພາຍໃຕ້ໂຄງການ AI ມາເລເຊຍ ເພື່ອເສີມສ້າງຄວາມສາມາດຂອງປະເທດດ້ານຄວາມປອດໄພຂອງ AI. ສະຖາບັນແຫ່ງນີ້ຈະສຸມໃສ່ການຄົ້ນຄວ້າ, ການທົດສອບ ແລະ ການປະເມີນຄວາມສ່ຽງດ້ານຄວາມປອດໄພຂອງ AI, ພ້ອມທັງການພັດທະນາວິທີການປະເມີນຜົນ ແລະ ມາດຕະຖານຄວາມປອດໄພທີ່ເໝາະສົມສຳລັບທຸກຂະແໜງການທີ່ກ່ຽວຂ້ອງ.
ຄໍາເຫັນ