![]() |
ການອົບຮົມໃນຄັ້ງນີ້, ຈັດຂຶ້ນພາຍໃຕ້ໂຄງການເສີມສ້າງຂີດຄວາມສາມາດຂອງບຸກຄະລາກອນສາທາລະນະສຸກ ໃນການດຳເນີນວຽກງານພະຍາດບໍ່ຕິດຕໍ່ໃນກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV). “Strengthening the Capability of Health Workers in Implementing Non-Communicable Diseases (NCDs) Operations for Cambodia, Laos, Myanmar and Vietnam (CLMV) countries” ໂຄງການໄດ້ຮັບການສະໜັບສະໜູນຈາກກອງເລຂາອາຊຽນດ້ານສາທາລະນະສຸກ ແລະ ຈາກລັດຖະບານຈີນ ຜ່ານກອງທຶນຮ່ວມມືອາຊຽນ-ຈີນ (ASEAN-China Cooperation Fund - ACCF).
![]() |
ໃນພິທີ, ທ່ານ ນາງ ສົມມະນາ ລັດຕະນະ ໄດ້ກ່າວໂດຍຫຍໍ້ເຖິງຄວາມເປັນມາຂອງໂຄງການ ແລະ ຈຸດປະສົງຂອງການອົບຮົມ ຊຶ່ງມຸ່ງເສີມທັກສະການສອນ ແລະ ການຖ່າຍທອດຄວາມຮູ້ໃຫ້ຄູຝຶກ. ເນື້ອໃນຄວບຄຸມການດູແລຄົນເຈັບໃນ 4 ກຸ່ມພະຍາດຄື: ພະຍາດຫົວໃຈ ແລະ ເສັ້ນເລືອດ, ພະຍາດເບົາຫວານ, ພະຍາດປອດອຸດຕັນຊຳເຮື້ອ ແລະ ພະຍາດມະເຮັງ. ທ່ານໄດ້ເນັ້ນເຖິງບົດບາດຂອງບໍລິການສາທາລະນະສຸກຂັ້ນຕົ້ນ ໃນການປ້ອງກັນ, ກວດພົບ ແລະ ບົ່ງມະຕິພະຍາດບໍ່ຕິດຕໍ່ແຕ່ໄລຍະຕົ້ນ ແລະ ຍັງໄດ້ເນັ້ນການຕິດຕາມຄົນເຈັບ ແລະ ການປິ່ນປົວຢ່າງຕໍ່ເນື່ອງ ເພື່ອຫຼຸດຜ່ອນອາການແຊກຊ້ອນທີ່ສາມາດປ້ອງກັນໄດ້. ພາຍຫຼັງການອົບຮົມ, ຄາດວ່າຄູຝຶກຈະນຳເອົາຄວາມຮູ້ ແລະ ທັກສະທີ່ໄດ້ຮັບໄປຖ່າຍທອດຕໍ່ໃຫ້ບຸກຄະລາກອນສາທາລະນະສຸກຂັ້ນເມືອງ ພາຍໃນໂຮງໝໍຂອງຕົນເອງ ແລະ ບັນດາໂຮງໝໍເມືອງໃນທົ່ວປະ ເທດ. ພ້ອມນັ້ນ, ຄວາມຮູ້ຈາກການອົບຮົມໃນຄັ້ງນີ້, ຍັງສາມາດນຳໃຊ້ໃນການວາງແຜນພັດທະນາບຸກຄະລາກອນ ແລະ ຕິດຕາມການຈັດຕັ້ງວຽກງານປ້ອງກັນ, ປິ່ນປົວ ແລະ ຄຸ້ມຄອງຄົນເຈັບພະຍາດບໍ່ຕິດຕໍ່ໃນຂັ້ນຕໍ່ໄປ.
(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ)


ຄໍາເຫັນ