![]() |
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອລາຍງານການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອ HIV ໃນໄລຍະ 1 ປີ 2026; ເພື່ອລາຍງານວຽກງານການປິ່ນປົວ HIV/ເອດ ຂອງໜ່ວຍງານປິ່ນປົວໂຮງໝໍແຂວງ; ເພື່ອຂໍການສະໜັບສະໜູນທາງດ້ານການປະສານງານ ທາງດ້ານແນວຄວາມຄິດໃນວຽກງານການສະກັດກັ້ນເຊື້ອ HIV ເພື່ອຊອກຫາແຫຼ່ງທຶນ ໃນການເຄື່ອນໄຫວວຽກງານ ແລະ ການມີສ່ວນຮ່ວມຂອງທຸກພາກ ສ່ວນ, ກອງປະຊຸມໄດ້ຮັບການສະໜັບສະໜູນຈາກມູນນິທິດູແລປິ່ນປົວພະຍາດເອດ AHF LAOS.
![]() |
ທ່ານ ພົງສະກອນ ຄໍາດາລານິກອນ ຮອງຫົວໜ້າຫ້ອງການບໍລິຫານ ພະແນກສາທາລະນະສຸກແຂວງ (ຜູ້ປະສານງານໂຄງການ AHF) ໄດ້ສະຫຼຸບການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານເຊື້ອ HIV/ເອດ ແລະ ພຕພ ປະຈໍາປີ 2026 ແລະ ແຜນການປີ 2027 ວ່າ: ສໍາລັບຕົວເລກສະສົມ ແຂວງຄໍາມ່ວນ ນັບແຕ່ປີ 2020-2026 ຈໍານວນຜູ້ເຂົ້າຮັບການກວດເລືອດລວມທັງໝົດ 77,308 ຄົນ, ກວດພົບເຊື້ອ HIV 544 ຄົນ, ຈໍານວນຜູ້ເສຍຊີວິດລວມ 67 ຄົນ, ໃນປີ 2025 ທ່າອ່ຽງຈໍານວນຜູ້ເຂົ້າຮັບການກວດເລືອດແມ່ນເພີ່ມຂຶ້ນສູງສຸດເຖິງ 13,406 ຄົນ ຊຶ່ງສະທ້ອນເຖິງການຂະຫຍາຍຕາໜ່າງການບໍລິການ. ໃນໄລຍະ 9 ເດືອນປີ 2026 ມີຜູ້ເຂົ້າຮັບການກວດເລືອດ 9,300 ຄົນ. ທ່າອ່ຽງຜູ້ຕິດເຊື້ອ HIV ໃໝ່ ແຂວງຄໍາມ່ວນໃນໄລຍະ 9 ເດືອນຂອງປີ 2026 ພົບຜູ້ຕິດເຊື້ອສູງສຸດເຖິງ 89 ຄົນ ເຖິງແມ່ນວ່າຈໍານວນຜູ້ກວດເລືອດລວມຈະມີໂອກາດຫຼຸດລົງ. ພ້ອມນັ້ນຍັງມີມາດຕະການແກ້ໄຂ ແລະ ທິດທາງປີ 2027 ເປັນຕົ້ນ ເພີ່ມການກວດເຄື່ອນທີ່, ໂຄສະນາເຈາະຈີ້ມກຸ່ມສ່ຽງ, ຄວາມຍືນຍົງ ການຮ່ວມມືຂອງທຸກຂະແໜງການໃຫ້ມີສ່ວນຮ່ວມ. ຈາກນັ້ນ, ໄດ້ຮັບຟັງການນໍາສະເໜີວຽກງານການປິ່ນປົວດ້ວຍຢາຕ້ານເຊື້ອ HIV ໜ່ວຍງານປິ່ນປົວໂຮງໝໍແຂວງ ໂດຍທ່ານ ມະໄລພອນ ແກ້ວຈັນທະລາ ຫົວໜ້າສູນປິ່ນປົວດ້ວຍຢາ ARV ພ້ອມນັ້ນ ກໍໄດ້ຂໍການສະໜັບສະໜູນທາງດ້ານການປະສານງານ ທາງດ້ານແນວຄວາມຄິດ ໃນວຽກງານການສະກັດກັ້ນເຊື້ອ HIV ເພື່ອຊອກຫາແຫຼ່ງທຶນໃນການເຄື່ອນໄຫວວຽກງານ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນຕື່ມອີກ. ຂ່າວ-ພາບ: ແດງສະຫວັດ ແສນພານິດ


ຄໍາເຫັນ