ໃນປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ເຄື່ອນໄຫວ ຈັດຕັ້ງປະຕິບັດ ການກວດສອບເປົ້າໝາຍ ສໍາເລັດ 16 ເປົ້າໝາຍ, ໃນຈໍານວນແຜນການ 18 ເປົ້າໝາຍ, ປະຕິບັດໄດ້ 88 ກ່ວາສ່ວນຮ້ອຍ, ສໍາລັບຢູ່ແຂວງສາລະວັນ ໄດ້ລົງເຄື່ອນໄຫວກວດສອບຈໍານວນ 4 ເປົ້າໝາຍ ໄດ້ສໍາເລັດຕາມແຜນການ, ໃນນັ້ນໄດ້ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025, ກວດສອບຄັງເງິນປະຈໍາແຂວງ, ກວດສອບສ່ວຍສາອາກອນປະຈໍາແຂວງ ແລະ ກວດສອບບັນດາໂຄງການລົງທຶນຂອງລັດ.
ທ່ານ ສົມສັກ ແສງສັກດາ ກ່າວຕື່ມວ່າ: ປີ 2027 ອົງການກວດສອບປະຈໍາພາກໃຕ້ ມີແຜນເຄຶ່ອນໄຫວກວດສອບ ຢູ່ 4 ແຂວງພາກໄຕ້, ຈໍານວນ 18 ເປົ້າໝາຍ ຕາມມະຕິຂອງສະພາແຫ່ຊາດໄດ້ຮັບຮອງ, ໃນນັ້ນແຂວງຈໍາປາສັກ ມີ 5 ເປົ້າໝາຍ, ເຊກອງ 4 ເປົ້າໝາຍ, ອັດຕະປື 4 ເປົ້າໝາຍ ແລະ ແຂວງສາລະວັນ 5 ເປົ້າໝາຍ. ສໍາລັບຢູ່ແຂວງສາລະວັນ ຈະເລັ່ງໃສ່ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2026 ຄື: ກວດສອບໂຄງການກໍ່ສ້າງຕະຝັ່ງເຈື່ອນແຄມແມ່ນໍ້າຂອງ ປາກຕະພານ ເມືອງລະຄອນເພັງ ໃນມູນຄ່າການກໍ່ສ້າງ 55 ຕື້ກວ່າກີບ, ກວດສອບການມອບພັນທະເຂົ້າງົບປະມານຂອງບໍລິສັດ ຈຸງຢາອິຊິຊີມັງລາວ,ກວດສອບ ບໍລິສັດ ຫ້ວຍເປາະພາວເວີ້ ຈໍາກັດ ແລະ ບໍລິສັດ ຈະເລີນໄຊ ກໍ່ສ້າງຂົວທາງ ເຄຫາສະຖານ ແລະ ກໍ່ສ້າງຊົນລະປະທານ ຈໍາກັດຜູ້ດຽວ,ກວດສອບເປົ້າໝາຍອື່ນໆຕາມທີ່ສະພາຮັບຮອງ ໃຫ້ມີຜົນສໍາເລັດຕາມແຜນການທີ່ວາງໄວ້.
ພາບ-ຂ່າວ: ທິດລານີ ໂຄດໂຍທາ
ຄໍາເຫັນ