![]() |
ສະຫາຍ ບຸນຫຼາຍ ບຸດທິ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ຕີລາຄາຄືນການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ Xl; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 1 ປີ 2026 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ຕາມທິດ 3 ສ້າງ, ພ້ອມທັງວາງທິດທາງແຜນການ, ມາດຕະການໃນການຈັດຕັ້ງປະຕິບັດໃນປີ 2027.ຈາກນັ້ນ, ຈະໄດ້ມີການຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງ, ແບ່ງຈຸດຳເນີນຊີວິດການເມືອງ, ຮັບການສ່ອງແສງລາຍງານ, ສະຫຼຸບຕີລາຄາການດຳເນີນຊີວິດການເມືອງພາຍໃນຈຸ; ທັງໝົດທີ່ກອງປະຊຸມ ດຳເນີນໃນຄັ້ງນີ້ ກໍເພື່ອແນໃສ່ປັບປຸງ, ເພີ່ມທະວີຂອດການນໍາພາ-ຊີ້ນໍາວຽກງານ ເຮັດໃຫ້ແຂວງເຊກອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດຖະກິດ ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ປະຊາຊົນ ມີຊີວິດການເປັນຢູ່ດີຂຶ້ນ.
![]() |
ສະຫາຍ ບຸນຫຼາຍ ບຸດທິ ກ່າວຕື່ມວ່າ: ເພື່ອໃຫ້ກອງປະຊຸມ ໄດ້ດຳເນີນໄປຢ່າງມີເນື້ອໃນເລິກເຊິ່ງ, ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ ຮຽກຮ້ອງມາຍັງບັນດາສະຫາຍ ຈົ່ງເຊີດຊູຄວາມເປັນເຈົ້າການ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງຕົນ, ສຸມສະຕິປັນຍາຄວາມຮູ້, ຄວາມສາມາດ, ຄົ້ນຄວ້າ, ປຶກສາຫາລື ແນວທາງການພັດທະນາ, ວິທີການແກ້ໄຂບັນຫາຄວາມຫຍຸ້ງຍາກ, ທັງນີ້ ກໍເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນໍາ ແຕ່ລະຂະແໜງການຂັ້ນແຂວງ, ເມືອງ, ຕາແສງ ແລະ ຮາກຖານບ້ານ ເພື່ອພ້ອມກັນປະຕິບັດໃຫ້ເກີດຜົນເປັນຈິງ.
ຂ່າວ-ພາບ: ອັດສະວິນ


ຄໍາເຫັນ