ກ່າວຄຳເຫັນໃນພິທີເປີດ, ທ່ານນາງ ຫງວຽນມິນຮັ່ງ ໄດ້ສະເໜີບັນດາທິດທາງການຮ່ວມມືຈຸດສຸມເພື່ອພັດທະນາລະບົບນິເວດ ຮາລານ ທົ່ວໂລກ ຄື: ສ້າງມາດຕະຖານ ແລະ ລະບົບການຮັບຮອງ ຮາລານ ໃຫ້ມີຄວາມປະສົມກົມກຽວ; ເພີ່ມມະວີການເຊື່ອມຕໍ່ການຄ້າ, ການລົງທຶນ ແລະ ຍົກສູງທີ່ຕັ້ງຂອງວິສາຫະກິດໃນລະບົບມູນຄ່າ ຮາລານ; ການພັດທະນາແຫຼ່ງຊັບພະຍາກອນມະນຸດ ຮາລານ.
ທ່ານນາງ ຫງວຽນມິນຮັ່ງ ສະເໜີໃຫ້ບັນດາຄູ່ຮ່ວມມືໜູນຊ່ວຍການພັດທະນາລະບົບນິເວດ ຮາລານ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າ ຮາລານ ທົ່ວໂລກຢ່າງເລິກເຊິ່ງກວ່າເກົ່າ, ພ້ອມກັນນັ້ນກໍຊົມເຊີຍບັນດາວິສາຫະກິດຕ່າງປະເທດທີ່ມາລົງທຶນໃນຂົງເຂດດັ່ງກ່າວຢູ່ຫວຽດນາມ.
ຄໍາເຫັນ