ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.
ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
ເມອງໄຊເສດຖາ ມມນຄາການຈລະຈອນສນຄາ 169 ຕກບ. - image 1
 

ທ່ານ ພອນໄຊ ສີສະແຫວງສຸກ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊເສດຖາ ເປີດເຜີຍຕໍ່ສື່ມວນຊົນເມື່ອ 23 ກໍລະກົດ 2026 ນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້, ເມືອງໄຊເສດຖາ ມີມູນຄ່າການສົ່ງອອກ14.9 ຕື້ກີບ (ປະລິມານ 221,024 ໂຕນ/ແມັດກ້ອນ) ໂດຍມີ ສສ ຫວຽດນາມ ເປັນຕະຫຼາດຫຼັກ, ສິນຄ້າສົ່ງອອກຕົ້ນຕໍ ແມ່ນ ຜະລິດຕະພັນໄມ້, ເຄື່ອງປ່າຂອງດົງ ມີ: ໝາກຈອງ, ຂີ້ຊີ, ສ່ວນແຮ່ທາດ ມີ: ຫີນກາວແລັງ, ຫີນປາໂກໄດ.

ໃນຂະນະທີ່ ການປົກປ້ອງຜູ້ຊົມໃຊ້ ໄດ້ລົງກວດກາມາດຕະຖານຊິງຊັ່ງ, ປ້ຳນ້ຳມັນ ແລະ ກວດກາສິນຄ້າໝົດອາຍຸ-ນອກລະບົບ ບັນລຸໄດ້ 100% ຂອງແຜນການ, ພ້ອມທັງຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ໃຫ້ຢູ່ໃນເກນປົກກະຕິ ເຊັ່ນ: ຊີ້ນໝູໜ້າຟາມ 50,000 ກີບ/ກິໂລ ແລະ ລາຄາຢູ່ຕະຫຼາດ 85,000 ກີບ/ກິໂລ, ການສົ່ງເສີມ 1 ບ້ານ 1 ຜະລິດຕະພັນ (ODOP) ສາມາດຍົກລະດັບພູມປັນຍາທ້ອງຖິ່ນເປັນສິນຄ້າ, ໂດຍມີ 3 ຜະລິດຕະພັນໄດ້ຮັບຮອງເປັນສິນຄ້າໂອດັອບແລ້ວ ໄດ້ແກ່: ເຫຼົ້າຂາວບ້ານຊ້າຍ, ເຫຼົ້າດອງໂສມ ເອີເລີຊາ ແລະ ໝາກພິກໄທ, ພ້ອມນີ້ ກໍກຳລັງສືບຕໍ່ປັບປຸງອີກ 6 ຜະລິດຕະພັນ ເພື່ອກ້າວໄປສູ່ການສົ່ງອອກ.

ສ່ວນວຽກງານພະລັງງານ ແລະ ບໍ່ແຮ່, ໄດ້ເພີ່ມມາດຕະການສະກັດກັ້ນການລັກລອບຂຸດຄົ້ນແຮ່ທາດຢ່າງເດັດຂາດ, ສາມາດກັກໂຕ ແລະ ສຶກສາອົບຮົມຜູ້ກະທຳຜິດໄດ້ຫຼາຍກວ່າ 70 ຄົນ ພ້ອມຍຶດຂອງກາງຈໍານວນໜຶ່ງ.

ທ່ານ ພອນໄຊ ສີສະແຫວງສຸກ ກ່າວອີກວ່າ: ເຖິງແມ່ນວ່າຈະມີຜົນສຳເລັດຫຼາຍດ້ານ ແຕ່ກໍເຫັນວ່າ ຍັງມີຂໍ້ຫຍຸ້ງຍາກທີ່ພົບເຫັນ ເປັນຕົ້ນແມ່ນ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຍັງມີຄວາມທ້າທາຍ ຍ້ອນຜົນກະທົບຈາກເສດຖະກິດມະຫາພາກ, ບັນຫາການລັກລອບຂຸດຄົ້ນແຮ່ທາດຍັງມີລັກສະນະຊ້ຳເຮື້ອ, ນອກຈາກນີ້ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ຫ້ອງການອຸດສາຫະກຳແລະການຄ້າຈະເພີ່ມທະວີການປະສານງານກັບອົງການປົກຄອງເມືອງ ແລະ ແຂວງ ເພື່ອປັກຫຼັກໝາຍເຂດສຳຫຼວດແຮ່ທາດໃຫ້ຈະແຈ້ງ, ດຳເນີນມາດຕະການທາງກົດໝາຍຢ່າງເຄັ່ງຄັດ, ພ້ອມທັງລົງຕິດແທດ, ອຳນວຍຄວາມສະດວກ ແລະ ສຶກສາອົບຮົມໃຫ້ຜູ້ປະກອບການນອກລະບົບ ເຂົ້າມາຈົດທະບຽນໃຫ້ຖືກຕ້ອງ.

ສຳລັບແຜນການ 6 ເດືອນທ້າຍປີ 2026 ນີ້, ເມືອງໄຊເສດຖາ ໄດ້ຕັ້ງເປົ້າໝາຍຊຸກຍູ້ທຸລະກິດໃໝ່ໃຫ້ຂຶ້ນທະບຽນຕື່ມອີກຢ່າງໜ້ອຍ 25 ຫົວໜ່ວຍ, ອອກໃບອະນຸຍາດ ແລະ ຕິດຕາມການຜະລິດໂຮງງານຂະໜາດນ້ອຍ, ເລັ່ງຂະຫຍາຍໂຄງການ ODOP ໃຫ້ກວມທັງ 22 ບ້ານ. ນອກຈາກນີ້ ຍັງຈະຕິດຕາມການກໍ່ສ້າງຕາຂ່າຍໄຟຟ້າຢູ່ເຂດການຜະລິດກະສິກຳບ້ານໂພໄຊ, ບໍ່ຄຳບ້ານນ້ຳຊວນ, ເກັບກູ້ໜີ້ສິນຄ່າໄຟຟ້າ ແລະ ສະກັດກັ້ນການລັກລອບຂຸດຄົ້ນແຮ່ທາດຢ່າງຕໍ່ເນື່ອງ.

ທ່ານ ພອນໄຊ ສີສະແຫວງສຸກໄດ້ຮຽກຮ້ອງມາຍັງພາກສ່ວນຕ່າງໆ ຮ່ວມກັນສ້າງສາແລະພັດທະນາເສດຖະກິດຂອງເມືອງໄຊເສດຖາໃຫ້ເຂັ້ມແຂງ ແລະ ຍືນຍົງ ໂດຍພ້ອມກັນນຳເອົາທຸລະກິດເຂົ້າສູ່ລະບົບ, ພ້ອມທັງຮຽກຮ້ອງໃຫ້ຜູ້ປະກອບການ 391 ຫົວໜ່ວຍທີ່ຍັງຢູ່ນອກລະບົບ ຮີບຮ້ອນມາຂຶ້ນທະບຽນວິສາຫະກິດໃຫ້ຖືກຕ້ອງຕາມກົດໝາຍ ເພື່ອຮັບປະກັນສິດທິປະໂຫຍດ ແລະ ການເຂົ້າເຖິງການສະໜັບສະໜູນຈາກພາກລັດ;ສົ່ງເສີມໃຫ້ຜູ້ປະກອບການຂະໜາດນ້ອຍ ແລະ ຄອບຄົວ ຫັນເອົາທ່າແຮງທາງດ້ານກະສິກຳ ແລະ ພູມປັນຍາ ເຂົ້າຮ່ວມໂຄງການ 1 ບ້ານ 1 ຜະລິດຕະພັນ, ໂດຍພາກລັດພ້ອມສະໜັບສະໜູນດ້ານວິຊາການ, ທຶນຮອນ ແລະ ຕະຫຼາດ; ຂໍໃຫ້ຊາວຄ້າຂາຍ ແລະ ປ້ຳນ້ຳມັນ ປະຕິບັດຕາມມາດຕະຖານການຊັ່ງ-ຕວງ-ວັດ, ບໍ່ສວຍໂອກາດກັກຕຸນ ຫຼື ຂຶ້ນລາຄາສິນຄ້າແລະ ໃຫ້ຢຸດຕິການນຳເຂົ້າສິນຄ້າທີ່ບໍ່ໄດ້ມາດຕະຖານ.

ດ້ວຍທ່າແຮງຂອງເສັ້ນທາງຫຼວງ 18B ເຊື່ອມຕໍ່ໃສ່ ສສ ຫວຽດນາມ, ເມືອງໄຊເສດຖາ ພ້ອມອຳນວຍຄວາມສະດວກຢ່າງເຕັມທີ່ ໃຫ້ນັກລົງທຶນທີ່ສົນໃຈເຂົ້າມາຕັ້ງໂຮງງານປຸງແຕ່ງ ແລະ ອຸດສາຫະກຳບໍລິການ ບົນພື້ນຖານຄວາມຖືກຕ້ອງ ແລະ ເປັນມິດກັບສິ່ງແວດລ້ອມ.

ຂ່າວ: ຫັດສະດີສຸດທິວົງ

ຄໍາເຫັນ

ຂ່າວເສດຖະກິດ

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ເພີ່ມເຕີມ